黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິງ ເນັ້ນ​ໜັກ​ວ່າ​ຈີນ​ມີ​ຄວາມ​ໝັ້ນ​ໃຈ​ແລະ​ຄວາມ​ສາ​ມາດ​ເອົາ​ຊະ​ນະ​ໃນ​ບັ້ນ​ຄວບ​ຄຸມ​ພະ​ຍາດ

2020-01-29 16:26:08 cri

图片默认标题_fororder_1125508831_15802183172141n

ວັນ​ທີ 28 ມັງ​ກອນ​ນີ້, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ພົບ​ປະ​ກັບ​ທ່ານ​ເທັດ​ຣົ​ສ ອັດ​ຣະ​ໂນມ ເກ​ເບ​ຣ​ເຢ​ຊຸ​ສ ຜູ້​ອຳ​ນວຍ​ການ​ໃຫຍ່​ອົງ​ການ​ອະ​ນ​າ​ໄມ​ໂລກ​ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ.

ທ່ານ​ສີ​ຈິ້ນ​ຜິງ​ເນັ້ນ​ໜັກ​ວ່າ, ຈີນ​ມີ​ຄວາມ​ໝັ້ນ​ໃຈຢ່າງ​ເຕັມ​ປ່ຽມ​ແລະ​ມີ​ຄວາມ​ສາ​ມາດ​​ທີ່​ຈະເອົາ​ຊະ​ນະ​ໃນ​ບັ້ນປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ​ໃນ​​ຄັ້ງ​ນີ້. ພ້ອມ​ກັນ​ນັ້ນ​ທ່ານ​ໄດ້​ຊີ້​ໃຫ້​ເຫັນ​ວ່າ, ຈີນ​ໄດ້​ແຈ້ງ​ສະ​ພາບ​ການ​ຕໍ່​ພາຍນອກ​ຕາມ​ຫຼັກ​ການ​ທີ່​ເປີດ​ເຜີຍ, ໂປ່ງ​ໃສ​ແລະ​ມີ​ຄວາມ​ຮັບ​ຜິດ​ຊອບ​ຕະ​ຫຼອດ​ມາ, ຍິນ​ດີ​ຮ່ວມ​ກັນ​ກັບ​ອົງ​ການ​ອະ​ນາ​ໄມ​ໂລ​ກ​ກໍ​ຄື​ປະ​ຊາ​ຄົມ​ໂລກ, ຮ່ວມ​ກັນ​ປົກ​ປັກ​ຮັກ​ສາ​ຄວາມ​ປອດ​ໄພ​ສາ​ທາ​ລະ​ນະ​ສຸກ​ຂອງ​ພາກ​ພື້ນ​ກໍ​ຄື​ຂອງ​ໂລກ​ໃຫ້​ດີ.

ທ່ານ ເທັດ​ຣົ​ສ ​​ກ່າວ​ວ່າ, ​ຈີນ​​ໃຊ້​ມາດ​ຕະ​ການ​ຕອບ​ໂຕ້​ຢ່າງວ່ອງ​ໄວ​ແລະ​ດຳ​ເນີນ​ໃນ​ບໍ​ລິ​ເວນກວ້າງ​ຂວາງ​ຢ່າງ​ແຂງ​ແຮງ​ເຊິ່ງໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ໄວ​ແລະ​ຄວາມກວ້າງ​ໃຫຍ່​ໃນ​ການ​ຕອບ​ໂຕ້​ຂອງ​ຈີນ, ອົງ​ການ​ອະ​ນາ​ໄມ​ໂລກ​ສະ​ແດງ​ຄວາມ​ຊົມ​ເຊີຍ​ຢ່າງ​ສູງ​ຕໍ່​ເລື່ອງ​ນີ້. ນີ້​ແມ່ນ​​ຄວາມ​ດີ​ເລີດ​ດ້ານ​ລະ​ບຽບ​​ການຂອງ​ຈີນ, ບົດ​ຮຽນ​ທີ່​ກ່ຽວ​ຂ້ອງ​ມີ​ຄວາມ​ໝາຍ​​ເປັນ​ສິ່ງ​ທີ່​ໜ້າ​ຖອດ​ຖອນ​ຮ່ຳ​ຮຽນ​ສຳ​ລັບ​ປະ​ເທດ​ອື່ນໆ. ຂ້າ​ພະ​ເຈົ້າ​ເຊື່ອ​ວ່າ, ມາດ​ຕະ​ການ​ທີ່​ຈີນ​ປະ​ຕິ​ບັດ​ນັ້ນ​ຈະ​​ສາ​ມາດຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດແລະ​ເອົາ​ຊະ​ນະ​ໃນ​ທີ່​ສຸດ. ອົງ​ການ​ອະ​ນາ​ໄມ​ໂລກ​ສະໜັບ​ສະ​ໜູນ​ຈີນ​ໃນ​ການ​ໃຊ້​ມາດ​ຕະ​ການ​ສະ​ກັດ​ກັ້ນ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ຢ່າງ​ເດັດ​ດ່ຽວ, ​ແລະ​ຍຶດ​ໝັ້ນ​ວິ​ນິດ​ໄສ​ຕາມ​ວິ​ທະ​ຍາ​ສາດ​ແລະ​ຄວາມ​ຈິງ, ຄັດ​ຄ້ານ​ການມີ​ປະ​ຕິ​ກິ​ລິ​ຍາ​​ເກີນ​ຂອບ​ເຂດ​ແລະ​ກ່າວ​ຖ້ອຍ​ຄວາມ​ທີ່​ບໍ່​ມີ​ມູນ​ຄວາມ​ຈິງ. ອົງ​ການ​ອະ​ນາ​ໄມ​ໂລກ​ຊົມ​ເຊີຍ​ຢ່າງ​ສູງ​ຕໍ່​ຈີນ​ທີ່​ໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດ​ແລະ​ປະ​ກອບສ່ວນ​ອັນ​ສຳ​ຄັນ​ເພື່ອ​ພາ​ລະ​ກິດ​ສາ​ທາ​ລະ​ນະ​ສຸກ​ຂອງ​ໂລກ​, ຍິນ​ດີ​ສືບ​ຕໍ່​ດຳ​ເນີນ​ການ​ຮ່ວ​ມ​ມື​​ທາງຍຸດ​ທະ​ສາດ​ກັບ​ຈີນ.

ຄຳ​ເຫັນ

0