赵晓虹

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ນັກ​ສຶກ​ສາ​ລາວ​ທີ່​ຢູ່​ອູ​ຮັ້ນ: ພວກ​ເຮົາ​ປອດ​ໄພ​ດີ ເຊື່ອ​ໝັ້ນ​ວ່າ​ຈີນ​ຈະ​ຕ້ອງ​ຜ່ານ​ເລື່ອງ​ຮ້າຍນີ້​ໃຫ້​ໄດ້

2020-01-31 17:28:26 cri

 

ຫວ່າງມໍ່ໆ​ນີ້ ນັກ​ຂ່າວ​ຂອງ​ສະ​ຖາ​ນີ​ວິ​ທະ​ຍຸ​ໂທ​ລະ​ພາບ​ສູນ​ກາງ​ຈີນ​ໄດ້​ຊາບ​ຈາກ​ສະ​ຖານ​ທູດ​ລາວ​ປະ​ຈຳ​ຈີນ​ວ່າ, ໃນ​ໄລ​ຍະ​ພັກ​ລະ​ດູ​ໜາວ​ປີນີ້ ມີ​ນັກ​ສຶກ​ສາ​ລາວ​ຈຳ​ນວນ 33 ຄົນ​ຢູ່​ໂຮງ​ຮຽນ​ຕ່າງໆ​ຂອງ​ແຂວງ​ຫູ​ເປີຍ ເຊິ່ງ​ໃນ​ນັ້ນ​ມີ​ຈຳ​ນວນ 30 ຄົນ​ແມ່ນ​ຢູ່​ເມືອງ​ອູ​ຮັ້ນ, ນັກ​ສຶກ​ສາ​ລາວ​ເຫຼົ່າ​ນີ້​ໄດ້​ພັກ​ຢູ່​ໂຮງ​ຮຽນ​ໝົດ, ແລະ​ມີ​ສຸກ​ຂະ​ພາບ​ແຂງ​ທຸກ​ຄົນ, ບໍ່​ໄດ້​ຕິດ​ເຊື້ອ​ພະ​ຍາດ​ຈຸ​ລະ​ໂລກ​ສາຍ​ພັນ​ໃໝ໋.

ນັກ​ຂ່າວ​ໄດ້​ໂທ​ລະ​ສັບ​ຫາ​ນັກ​ສຶກ​ສາ​ລາວ​ບາງ​ຄົນ, ແລະ​ໄດ້​ຮັບ​ຮູ້​ວ່າ, ສຸກ​ຂະ​ພາບ​ຂອງ​ເຂົາ​ເຈົ້າ​ແຂງ​ແຮງ​ດີ, ຊີ​ວິດ​ການ​ເປັນ​ຢູ່​ມີ​ການ​ຮັບ​ປະ​ກັນ. ບັນ​ດາ​ນັກ​ສຶກ​ສາ​ລາວ​ພາ​ກັນ​ເວົ້າ​ວ່າ, ຕົນ​ເອງ​ດຽວນີ້​ມີ​ຄວາມ​ປອດ​ໄພ​ດີ, ແລະ​ເຊື່ອ​ວ່າ ຈີນ​ຈະ​ຕ້ອງ​ໄດ້​ຮັບ​ໄຊ​ຊະ​ນະ​ໃນ​ການ​ຕໍ່​ສູ້​ຕ້ານ​ພະ​ບາດ​ໃນ​ຄັ້ງ​ນີ້!

“ພວກ​ເຮົາ​ສະ​ບາຍ​ດີ​ທຸກ​ຄົນ, ສຸກ​ຂະ​ພາບ​ແຂງ​ແຮງ, ຊີ​ວິດ​ການ​ເປັນ​ຢູ່​ມີ​ການ​ຮັບ​ປະ​ກັນ”

ນັກ​ຂ່າວ​ໄດ້​ຊາບ​ວ່າ, ນັບ​ແຕ່​ເກີດ​ພະ​ຍາດ​ເປັນ​ຕົ້ນ​ມາ, ທາ​ງັດ​ລ​ຖະ​ບານ, ໂຮງ​ຮຽນ​ແລະ​ສ​ະ​ຖານ​ທູດ​ລາວ​ປະ​ຈຳ​ຈີນ​ລ້ວນ​ແຕ່​ໄດ້​ໃຫ້​ຄວາມ​ສຳ​ຄັນ​ຕໍ່​ຄວາມ​ປອດ​ໄພ​ຂອງ​ນັກ​ສຶກ​ສາ​ລາວ​ທີ່​ຢູ່​ຈີນ. ເຊິ່ງ​ຄະ​ນະ​ນັກ​ສຶກ​ສາ​ລາວ​ປະ​ຈຳ​ຈີນ​ໄດ້​ສະ​ຖິ​ຕິ​ຈຳ​ນວນ​ຄົນ​ທີ່​ຢູ່​ຈີນ​, ໃຫ້​ເຂົາ​ເຈົ້າ​ລາຍ​ງານ​ສະ​ພາບ​ການ​ທາງ​ຮ່າງ​ກາຍ​ຂອງ​ຕົນ​ເອງ​ທຸກມື້​ຜ່ານ​ທາງ​ກຸ່ມ​ວິ​ເຊັດ. ປັດ​ຈຸ​ບັນ, ທຸກ​ຄົນ​ສະ​ບາຍ​ດີ​ຢູ່.

图片默认标题_fororder_1

ການ​ຖ່າຍ​ເຊ​ຣ​ຟິ​ຂອງ​ນາງ​ສາຍ​ຝົນ ຣາ​ຊະ​ຈັກ ທີ່​ມະ​ຫາ​ວິ​ທະ​ຍາ​ໄລ​ການ​ເງິນ​ແລະ​ກົດ​ໝາຍ​ຈົ່ງ​ໜານ​ທີ່​ເມືອງ​ອູ​ຮັ້ນ

ນາງ​ສາຍ​ຝົນ​ແມ່ນ​ນັກ​ສຶກ​ສາ ທີ່​ມະ​ຫາ​ວິ​ທະ​ຍາ​ໄລ​ການ​ເງິນ​ແລະ​ກົດ​ໝາຍ​ຈົ່ງ​ໜານ​ທີ່​ເມືອງ​ອູ​ຮັ້ນ. ນາງບອກວ່າ, ປັດ​ຈຸ​ບັນ ຊີ​ວິດ​ໃນ​ໂຮງ​ຮຽນ​ເປັນ​ປົກ​ກະ​ຕິ, ຫໍ​ພັກ​ໄດ້​ສ້າງ​ກຸ່ມ​ທາງວິ​ເຊັດ​ໂດຍ​ແບ່ງ​ເປັນ​ຕຶກ, ແຕ່​ລະ​ມື້ ນັກ​ສຶກ​ສາ​ໃນ​ກຸ່ມ​ຈະ​ພາ​ກັນ​ແຈ້ງ​ສະ​ພາບ​ການ​ຂອງ​ຕົນ​ເອງ​ໃຫ້​ຄູ​ອາ​ຈານ​ໃນ​ກຸ່ມ​ຊາບ. ທາງ​ໂຮງ​ຣຽນ​ຍັງ​ບອກວ່າ​ບໍ່​ຕ້ອງ​ອອກ​ໄປ​ນອກ​ເລ້ອຍໆ. ຍັງ​ໄດ້​ແຈກ​ຜ້າ​ປິດ​ປາກ​ແລະ​ຢາ​ລ້າງ​ມື​ຟີ​ໃຫ້. ທາງ​ຮ້ານ​ອາ​ຫານ​ໂຮງ​ຮຽນ​ຍັງ​ໄດ້​ມີ​ການ​ບໍ​ລິ​ການ​ສົ່ງ​ອາ​ຫານ​ຮອດ​ຫໍ​ພັກ, ລາ​ຄາ​ອາ​ຫານ​ທີ່​ຖືກກວ່າ​ຍາມ​ປົກ​ກະ​ຕິ​ຫຼາຍ.

图片默认标题_fororder_2

(ອາ​ຫານ​ໃສ່​ກັບ ທີ່​ກັບ​ລະ 8 ຢວນ​ຂອງ​ມະ​ຫາ​ວິ​ທະ​ຍາ​ໄລ​ການ​ເງິນ​ແລະ​ກົດ​ໝາຍ​ຈົ່ງ​ໜານ-ຖ່າຍ​ໂດຍ​ສາຍ​ຝົນ)

图片默认标题_fororder_3

(ທ້າວຄຳ​ຫຼ້າ ສີ​ດາ​ໄຊ ທີ່​ຮຽນ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ​ອູ​ຮັ້ນ)

ທ້າວ​ຄຳ​ຫຼ້າ ສີ​ດາ​ໄຊ​ຮຽນ​ປະ​ລິ​ຍາ​ເອກ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ​ອູ​ຮັ້ນ. ລາວບອກ​ນັກ​ຂາວ​ວ່າ, ປັດ​ຈຸ​ບັນ ຮ້ານ​ຂາຍ​ສິນ​ຄ້າ​ຂອງ​ໂຮງ​ຮຽນ​ຍັງ​ເປີດ​ໃຫ້​ບໍ​ລິ​ການ, ບັນ​ດາ​ນັກ​ສຶກ​ສາ​ທີ່​ຢູ່​ຫໍ​ພັກ​ສັ່ງ​ສິນ​ຄ້າ​ຈາກ​ຮ້ານ​ແລ້ວ​ຈ່າຍ​ດ້ວຍມື​ຖື ແລ້ວ​ທາງ​ຮ້ານ​ຄ້າກ​ຊ່​ຈະ​ສົ່ງ​ສິນ​ຄ້າ​ໄປ​ຮອດ​ຫ້ອງ. ທາງ​ຮ້ານ​ອາ​ຫານ​ໂຮງ​ຮຽນ​ກໍ່​ມີ​ການ​ບໍ​ລິ​ການ​ສົ່ງ​ອາ​ຫານ​ໄປ​ຮອດ​ຫໍ​ພັກ​ເຊັ່ນ​ກັນ.

图片默认标题_fororder_4

(ຮ້ານ​ອາ​ຫານ​ມະ​ຫາ​ວິ​ທະ​ຍາ​ໄລ​ອູ​ຮັ້ນ​ສົ່ງ​ອາ​ຫານ​ໄປ​ຮອດ​ຕຶກ​ຫໍ​ພັກ​ຂອງ​ນັກ​ສຶກ​ສາ-ຖ່າຍ​ໂດຍ​ຄຳ​ຫຼ້າ)

“ພວກ​ເຮົາ​ມີ​ຄວາມ​ໝັ້ນ​ໃຈ​ຫຼາຍ ເຊຶ້ອ​ວ່າ​ຈີນ​ຕ້ອງ​ຜ່ານ​ເລື່ອງ​ຮ້າຍນີ້​ໃຫ້​ໄປ​ໄດ້​ແນ່ນອນ”

图片默认标题_fororder_5

(ຊຸບ​ເບີ​ມາ​ເກັດ​ຢູ່​ມໍ່​ກັບ​ມະ​ຫາ​ວິ​ທະ​ຍາ​ໄລ​ການ​ເງິນ​ແລະ​ກົດ​ໝາຍ​ຈົ່ງ​ໜານ​ມີ​ການ​ສະ​ໜອງ​ຜັກ​ຕ່າງໆ​ຢ່າງ​ພຽງ​ພໍ)

图片默认标题_fororder_6

(ອາ​ຫານ​ແບບ​ລາວ​ທີ່​ແຕ່ງ​ໂດຍ​ສາຍ​ຝົນ)

ແຕ່​ລະ​ມື້ ສາຍ​ຝົນ​ຈະ​ແຕ່ງ​ອາ​ຫານ​ແບບ​ລາວໆ​ໃຫ້​ຕົນ​ເອງ​ກິນ. ລາວບອກວ່າ, ມີ​ໝູ່​ຄົນ​ຈີນ, ຄົນ​ລາວ​ແລະ​ຄົນ​ປະ​ເທດ​ອື່ນ​ຫຼາຍ​ຄົນ​ເປັນ​ຫ່ວງ​ນຳ​ລາວ, ມັກ​ຈະ​ຖາມ​ຂ່າວ​ເລື້ອຍໆ, ແຕ່​ລາວ​ໄດ້​ບອກວ່າ​ດຽວນີ້​ຊີ​ວິດ​ການ​ເປັນ​ຢູ່​ຢູ່​ອູ​ຮັ້ນ​ບໍ່​ມີ​ບັນ​ຫາ, ບໍ່​ຕ້ອງ​ເປັນ​ຫ່ວງ, ທາງ​ໂຮງ​ຮຽນ​ໄດ້​ເບິ່ງ​ແຍງ​ໄດ້​ດີ, ປອດ​ໄພ​ຫຼາຍ. ຈີນ​ເຄີຍ​ມີ​ປະ​ສົບ​ການ​ແລະ​ບົດ​ຮຽນ​ໃນ​ການ​ແກ້​ໄຂ​ເຫດ​ການ​ສຸກ​ເສີນ​ຢ່າງ​ຫຼວງ​ຫຼາຍ​ແລ້ວ, ການ​ຕອບ​ຮັບ​ຕໍ່​ເຫດ​ການ​ໃນ​ຄັ້ງ​ນີ້​ກໍ່​ເຫັນ​ວ່າ​ທັນ​ການ​ຫຼາຍ, ເຊື່ອ​ວ່າ ຈີນ​ຕ້ອງ​ແກ້​ໄຂ​ໃຫ້​ດີ​ໃນ​ຄັ້ງ​ນີ້​ເຊັ່ນ​ກັນ.

图片默认标题_fororder_7

(ວັນ​ສຸກ ພັນ​ທະ​ວົງ ນັກ​ສຶກ​ສາ​ລາວ​ທີ່​ຮຽນ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ​ການ​ເງິນ​ແລະ​ກົດ​ໝາຍ​ຈົ່ງ​ໜານ)

ທ້າວ​ວັນ​ສຸກ ພັນ​ທະ​ວົງ​ແມ່ນ​ຮຽນ​ຢູ່​ໃນ​ໂຮງ​ຮຽນ​ດຽວ​ກັນ​ກັບ​ສາຍ​ຝົນ, ລາວບອກວ່າ, ລັດ​ຖະ​ບານ​ຈີນ​ແມ່ນ​ໄດ້​ໃຊ້​ມາດ​ຕະ​ການ​ທັນ​ການ​ທີ່​ສຸດ​ໃນ​ການ​ຮັບ​ມື​ກັບ​ພະ​ຍາດ​ຄັ້ງ​ນີ້, ໃນ​ໂອ​ກາດ​ແບບນີ້ ການ​ເສຍ​ສະ​ຫຼະ​ປະ​ໂຫຍດ​ສ່ວນ​ຕົວ​ເພື່ອ​ຄວາມ​ໝັ້ນ​ຄົງ​ຂອງ​ສະ​ພາບກວມ​ລວມ ແມ່ນ​ຈຳ​ເປ​ນັ​ທີ່​ສຸດ, ແລະ​ສຳ​ຄັນ​ຫຼາຍ.

ທ້າວ​ຄຳ​ຫຼ້າ ສີ​ດາ​ໄຊ​ໄດ້​ດຳ​ລົງ​ຊີ​ວິດ​ຢູ່​ອູ​ຮັ້ນ​ເປັນ​ເວ​ລາ 7 ປີ​ແລ້ວ. ລາວ​ມີ​ຄວາມ​ໝັ້ນ​ໃຈ​ອັນ​ເຕັມ​ປ່ຽມ​ຕໍ່​ຈີນ​ໃນ​ການ​ເອົາ​ຊະ​ນະ​ໃນ​ການ​ຕ້ານ​ກັບ​ພະ​ຍາດ​ຄັ້ງ​ນີ້, ລາວ​ເວົ້າ​ວ່າ: ຂ້າ​ພະ​ເຈົ້າ​ດຳ​ລົງ​ຊີ​ວິດ​ຢູ່​ຈີນ​ເປັນ​ເວ​ລາ​ຫຼາຍ​ປີ​ແລ້ວ, ເຄີຍ​ໄດ້​ເຫັນ​ແລະ​ໄດ້​ຍິນ​ຈີນ​ແກ້​ໄຂ​ເຫດ​ການ​ສຸກ​ເສີນ​ມາ​ຫຼາຍ. ຈີນ​ດຽວນີ້​ມີ​ຄວາມ​ສາ​ມາດ​ດ້ານ​ວິ​ຊາ​ການ​ສູງ, ງົບ​ແລະ​ວັດ​ຖຸ​ອຸ​ປະ​ກອນ​ກໍ່​ພຽງ​ພໍ, ແລະ​ມີ​ການ​ຈັດ​ສັ້ນ​ຢ່າງ​ທັນ​ການ, ສະ​ນັ້ນ ຂ້າ​ພະ​ເຈົ້າ​ເຫັນ​ວ່າ ຈີນ​ມີ​ຄວາມ​ສາ​ມາດ​ປົວ​ຄົນ​ເຈັບ​ຢ່າງ​ທັນ​ການ​ໄດ້.

图片默认标题_fororder_8

(ວັນ​ນີ​ດາ ສະວັນ​ນາ​ຣີ ທີ່​ຮຽນ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ​ສ້າງ​ຄູ​ຫວາ​ຈົ່ງ)

ນາງວັນ​ນີ​ດາ ສະ​ຫວັນ​ນາ​ຣີ ກຳ​ລັງ​ຮຽນ​ປະ​ລິ​ຍາ​ເອກ​ຢູ່​ມະ​ຫາ​ວິ​ທະ​ຍ​າ​ໄລ​ສ້າງ​ຄູ​ຫວາ​ຈົ່ງ. ລາວບອກວ່າ, ໄດ້​ຕິດ​ຕໍ່​ກັບ​ພໍ່​ແມ່​ຢູ່​ລາວ​ເລື້ອຍໆ, ແລະ​ບອກ​ພວກ​ເພິ່ນ​ວ່າ​ບໍ່​ຕ້ອງ​ເປັນ​ຫ່ວງ​ຫຼາຍ. “ຂ້ອຍ​ໄດ້​ລົມ​ກັບ​ພໍ່​ແມ່​ວ່າ ຢູ່ນີ້​ຊີ​ວິດ​ການ​ເປັນ​ຢູ່​ເປັນ​ປົກ​ກະ​ຕິ, ໄດ້​ຮັບ​ການ​ເບິ່ງ​ແຍງ​ເປັນ​ຢ່າງ​ດີ. ເຊື່ອ​ວ່າ ຈີນ​ຕ້ອງ​ຜ່ານ​ເລື່ອງ​ຮ້າຍນີ້​ໃຫ້​ໄດ້​ຢ່າງ​ແນ່ນອນ.”

ຄຳ​ເຫັນ

0