赵晓虹

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິງ​ລົງ​ຄຳ​ສັ່ງ​​ອະ​ນຸ​ມັດໃຫ້​ກອງ​ທັບ​ເລືອກ​ໜ່ວຍ​ປິ່ນ​ປົວ​ພະ​ຍາດ​ຮັບ​ໜ້າ​ທີ່​ປິ່ນ​ປົວ​ປະ​ຈຳ​ໂຮງ​ໝໍ​ໂຫ​ເຊີນ​ຊານ

2020-02-02 14:35:15 cri

图片默认标题_fororder_1437254007
(ຕອນ​ເຊົ້າ​ວັນ​ທີ 2 ກຸມ​ພານີ້ ໄດ້​ຈັດ​ພິ​ທີ​ມອບ​ຮັບ​ໂຮງ​ໝໍ​ໂຫ​ເຊີນ​ຊານ​ອູ​ຮັ້ນ ໂດຍ​ທ່ານ​ໂຈ່ວ​ຊຽນ​ວ້າງ ເຈົ້າ​ຄອງ​ນະ​ຄອນ​ອູ​ຮັ້ນ ແລະ​ທ່ານ​ປາຍ​ຈົ່ງ​ປິ່ນ ຮອງ​ຜູ້​ບັນ​ຊາ​ການ​ຂອງກອງ​ທະ​ຫານ​ພາ​ລະ​ທິ​ກາ​ໄດ້​ເຊັນ​ແລະ​ແລກ​ປ່ຽນ​ສານ, ເປັນ​ຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນ​ວ່າ​ໂຮງ​ໝໍ​ໂຫ​ເຊີນ​ຊານ​ໄດ້​ມອບ​ໃຫ້​ໜ່ວຍ​ປິ່ນ​ປົວ​ພະ​ຍາດກອງ​ທັບ​ປະ​ຊາ​ຊົນ​ຢ່າງ​ເປັນ​ທາງ​ການ)

ໂດຍ​ໄດ້​ຮັບ​ການ​ອະ​ນຸ​ມັດ​ຈາກ​ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ຄະ​ນະ​ກຳ​ມະ​ການ​ການ​ທະ​ຫານ​ສູນ​ກາງ, ກອງ​ທັບ​ປົດ​ປ່ອຍ​ປະ​ຊາ​ຊົນ​ຈີນ​ໄດ້​ເລືອກ​ພະ​ນັກ​ງານ​ແພດ​ໝໍຈຳ​ນວນ 1400 ຄົນ​ໄປ​ປະ​ຕິ​ບັດ​ໜ້າ​ທີ່​ປິ່ນ​ປົວ​ພະ​ຍາດ​ອັກ​ເສບ​ປອດ​ຈາກ​ເຊື້ອ​ຈຸ​ລະ​ໂລກ​ສາຍ​ພັນ​ໃໝ່​ຢູ່​ໂຮງ​ໝໍ​ໂຫ​ເຊີນ​ຊານ​ນັບ​ແຕ່​ວັນ​ທີ 3 ກຸມ​ພານີ້​ເປັນ​ຕົ້ນ​ໄປ ເຊິ່ງ​ໂຮງ​ໝໍ​ດັ່ງ​ກ່າວໄດ້​ຈັດ​ໃຫ້​ມີ​ຕຽງ​ນອນ 1000 ຕຽງ ​ຕົ້ນ​ຕໍ່​ຈະ​ຮັບ​ປິ່ນ​ປົວ​ຄົນ​ເຈັບ​ທີ່​ໄດ້​ຢືນ​ຢັນ​ຕິດ​ເຊື້ອ​ພະ​ຍາດ.

ໜ່ວຍ​ປິ່ນ​ປົວ​ພະ​ຍາດ​ທີ່​ຮັບ​ເລືອກ​ໄປ​ປະ​ຕິ​ບັດ​ໜ້າ​ທີ່​ໃນ​ຄັ້ງ​ນີ້​ແມ່ນ​ມາ​ຈາກ​ພາກ​ສ່ວນ​ປິ່​ນ​ປົວ​ພະ​ຍາດ​ທີ່​ຕ່າງ​ກັນ​ຈາກ​ທົ່ວ​ກອງ​ທັບ, ນອກ​ນັ້ນ ໜ່ວຍ​ວິ​ຊາ​ການ​ທີ່​ປະ​ກອບ​ດ້ວຍ​ນັກ​ວິ​ຊາ​ການ 15 ຄົນ​ຈາກ​ສູນ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ​ຂອ​ງກອງ​ທັບ​ປົດ​ປ່ອຍ ແລະ​ສະ​ຖາ​ບັນ​ຄົ້ນ​ຄວ້າ​ແພ​ສາດ​ຂອງ​ສະ​ພາ​ບັນ​ດິດວ​ທະ​ຍາ​ສາດ​ການ​ທະ​ຫານ​ໄດ້​ເຂົ້າ​ປະ​ຈຳ​ໂຮງ​ໝໍ​ດັ່ງ​ກ່າວ​ເພື່ອ​ຊີ້​ນຳ​ວຽກ​ງານ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ​ຂອງ​ໂຮງ​ໝໍ​ດັ່ງ​ກ່າວ.

ຕາມ​ໃຫ້​ຮູ້​ວ່າ, ໃນ​ພະ​ນັກ​ງານ​ແພດ​ໝໍ​ດັ່ງ​ກ່າວ​ມີ​ຈຳ​ນວນ​ບໍ່​ໜ໊ອຍ​ເຄີຍ​ເຂົ້າ​ຮ່ວມ​ໜ້າ​ທີ່​ຕ້ານ​ພະ​ຍາດ SARS ທີ່​ໂຮງ​ໝໍ​ສ້ຽວ​ຖາງ​ຊານ​ຂອງ​ປັກ​ກິ່ງ ແລະ​ເຄີຍ​ໄປ​ປະ​ເທດ​ເຊ​ລາ​ຣີ​ອອນ ແລະ​ລີ​ເບ​ເລຍ​ເພື່ອ​ຕ້ານ​ພະ​ຍາດ​ເອ​ໂບ​ຣາ, ມີ​ບົດ​ຮຽນ​ໃນ​ການ​ປິ່ນ​ປົວ​ພະ​ຍາດ​ຕິດ​ແປດ​ຢ່າງ​ອຸ​ດົມ​ສົມ​ບຸນ.

ຕອນ​ເຊົ້າ​ວັນ​ທີ 2 ກຸມ​ພານີ້ ຍັງ​ໄດ້​ຈັດ​ພິ​ທີ​ມອບ​ຮັບ​ໂຮງ​ໝໍ​ໂຫ​ເຊີນ​ຊານ​ທີ່​ສ້າງ​ສຳ​ເລັດ​ໃຫ້​ເປີດ​ບໍ​ລິ​ການ​ທາງ​ການ.

ຄຳ​ເຫັນ

0