覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ຕ້ອນ​ຮັບ​ການ​ເຂົ້າ​ຢ້ຽມ​ຄຳ​ນັບ​ຂອງ​ທ່ານ​ຮຸນ​ແຊນ ນາ​ຍົກ​ລັດ​ຖະ​ມົນ​ຕີ​ກຳ​ປູ​ເຈຍ

2020-02-06 10:14:49 cri

图片默认标题_fororder_shflsslfjlsfhsljfsie1
 

 ວັນ​ທີ 5 ກຸມ​ພາ​ນີ້​ຢູ່​ຫໍ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ທີ່​ນະ​ຄອນຫຼວງ​ປັກ​ກິ່ງ,  ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ຕ້ອນ​ຮັບ​ການ​ເຂົ້າ​ຢ້ຽມ​ຄຳ​ນັບ​ຂອງ​ທ່ານ​ຮຸນ​ແຊນ ນາ​ຍົກ​ລັດ​ຖະ​ມົນ​ຕີ​ກຳ​ປູ​ເຈຍ. ທ່ານ​ສີ​ຈິ້ນ​ຜິງກ່າວ​ວ່າ, ຈີນ​ມີ​ຄວາມ​ໝັ້ນ​ໃຈ​ແລະ​ມີ​ຄວາມ​ສາ​ມາດ​ໃນ​ການ​ເອົາ​ຊະ​ນະ​ບັ້ນ​ປ້ອງ​ກັນ,​ຄວບ​ຄຸມ​ແລະ​ສະ​ກັດ​ກັ້ນ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ອັກ​ເສບ​ປອດ​ຈາກ​ໄວ​ຣັ​ສ​ໂຄ​ໂຣ​ນາ​ສາຍ​ພັນ​ໃໝ່. ທ່ານ​ຮຸນ​ແຊນ​ກ່າວ​ວ່າ ຕົນ​ຕັດ​ສິນ​ໃຈ​ເດີນ​ທາງ​ມາ​ຈີນ​ໃນພາ​ວະ​ອັນ​ພິ​ເສດ​ຄື​ແນວ​ນີ້​ກໍ​ເພື່ອ​ສະ​ແດງ​ໃຫ້​ເຫັນ​ວ່າ ລັດ​ຖະ​ບານ​ແລະ​ປະ​ຊາ​ຊົນ​ກຳ​ປູ​ເຈຍ​ອອກ​ແຮງ​ສະ​ໜັບ​ສະ​ໜູນ​ປະ​ຊາ​ຊົນ​ແລະ​ລັດ​ຖະ​ບານ​ຈີນ​ໃນ​ກ​ານ​ຕ້ານ​ກັບ​ພະ​ຍາດ. ກຳ​ປູ​ເຈຍ​ຈະ​ສືບ​ຕໍ່​ດຳ​ເນີນ​ການ​ຮ່ວມ​ມື​ແລະ​ການ​ໄປ​ມາ​ຫາ​ສູ່​ກັນ​ກັບ​ຈີນ​ຢ່າງ​ເປັນ​ປົກ​ກະ​ຕິ​ ໂດຍ​ຈະ​ສຸມ​ໃສ່​ຮ່ວມ​​ກັນກັບ​ຈີນ​ ສ້າງ​ຄູ່​ຮ່ວມ​ຊາ​ຕາ​ກຳ​ກຳ​ປູ​ເຈ​ຍ-ຈີນ.
 

图片默认标题_fororder_shflsslfjlsfhsljfsie2
 

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ວ່າ: ປັດ​ຈຸ​ບັນ, ລັດ​ຖະ​ບານ​ແລະ​ປະ​ຊາ​ຊົນ​ຈີນ​ກຳ​ລັງ​ສຸມ​ທຸກ​ຄວາມ​ພະ​ຍາ​ຍາມ​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ອັກ​ເສບ​ປອດ​ຈາກ​ໄວ​ຣັ​ສ​ໂຄ​ໂຣ​ນາ​ສາຍ​ພັນ​ໃໝ່. ຄວາມ​ຫຍຸ້ງ​ຍາກ​ລຳ​ບາກ​ພິ​ສູດ​ນ້ຳ​ໃຈ​ຄົນ. ໃນ​​ພາ​ວະ​ອັນ​ພິ​ເສດ​ໃນ​ລັກ​ສະ​ນະ​ນີ້, ປະ​ຊາ​ຊົນ​ກຳ​ປູ​ເຈຍຍັງ​ຢືນ​ຢູ່​​ຄຽງ​ຂ້າງ​ພວກ​ເຮົາ. ເຈົ້າ​ຊີ​ວິດ​ໂນ​ໂລ​ດົມ ສີ​ຫາ​ໂມ​ນີ ແລະ​ພະ​ລາ​ຊີ​ນີ​ໂນ​ໂລ​ດົມ ມຸ​ນີ​ນຽດ ສີ​ຫາ​ນຸ ໄດ້​ສະ​ແດງ​ຄວາມ​ເຫັນ​ໃຈ​ແລະ​ການ​ສະ​ໜັບ​ສະ​ໜູນ​ຕໍ່​ພວກ​ເຮົາ​​ເປັນ​ການ​ພິ​ເສດ, ທ່ານ​ນາ​ຍົກ​ກໍ​ໄດ້​​ກ່າວ​ຢືນ​ຢັນ​ວ່າ​ຈະສະ​ໜັບ​ສະ​ໜູນ​ຈີນ​ຢ່າງ​ແຂງ​ແຮງ​ມາຫຼາຍ​ເທື່ອ, ສະ​ເພາະ​ມື້​ນີ້ ທ່ານ​ໄດ້​ເດີນ​ທາງ​ມາ​ຢ້ຽມ​ຢາມ​ຈີນ​ໂດຍ​ສະ​ເພາະ ເຊິ່ງ​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ເຖິງ​ມິດ​ຕະ​ພາບ​ແລະ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ລະ​ຫວ່າງ​ຈີນ-ກຳ​ປູ​ເຈຍ​ທີ່​ໝັ້ນ​ແກ່ນ​ໂດຍ​ບໍ່​ສາ​ມາດ​ຕັດ​ແຍ​ກ​​ອອກ​ຈາກ​ກັນໄດ້ ທັງ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​​ນ້ຳ​ໃຈ​ຮ່ວມ​ສຸກ​ຮ່ວມ​ທຸກ​​ເພື່ອຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ ເຊິ່ງ​ເປັນເນື້ອ​ໃນ​ຈິດ​ໃຈ​ແກນ​ກາງ​ຂອງ​ຄູ່​ຮ່ວມ​ຊາ​ຕ​າ​ກຳ​ຈີນ-ກຳ​ປູ​ເຈຍ. ຈີນ​ສະ​ແດງ​ຄວາມ​ຍ້ອງ​ຍໍ​ຊົມ​ເຊີຍ​ຕໍ່​ເລື່ອງ​ນີ້.

 

 ທ່ານ​ຮຸນ​ແຊນ​ກ່າວ​ວ່າ: ໃນ​ເວ​ລາ​ທີ່​ຈີນ​ປະ​ສົບ​ຄວາມ​ຫຍຸ້ງ​ຍາກ​ລຳ​ບາກ, ປະ​ຊ​າ​ຊົນ​ກຳ​ປູ​ເຈຍ​​ພ້ອມຢືນ​ຢູ່​​ຄຽງ​ຂ້າ​ປະ​ຊາ​ຊົນ​ຈີນ​ຢ່າງ​ເດັດ​ດ່ຽວ​ໜຽວ​ແໜ້ນ. ຂອບ​ໃຈ​ຈີນ​ທີ່​ເອົາ​ໃຈ​ໃສ່​ຮັບ​ປະ​ກັນ​ຊີ​ວິດ​ການ​ເປັນ​ຢູ່​ແລະ​ສຸ​ຂະ​ພາບ​ຂອງ​ພົນ​ລະ​ເມືອງ​ກຳ​ປູ​ເຈຍ​ທີ່​ຢູ່​ຈີນ. ຂ້າ​ພະ​ເຈົ້າ​ຫວັງ​​ຈະໃຊ້​ໂອ​ກາດ​ການ​ຢ້ຽມ​ຢາມ​ຈີນ​ຄັ້ງ​ນີ້​ເພື່ອ​ເພີ່ມ​ກຳ​ລັງ​ໃຈ​ໃຫ້​ແກ່​ເຂົາ​ເຈົ້າ. ເມື່ອ​ຜະ​ເຊີນ​ໜ້າ​ກັບ​ສະ​ພາບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ, ບາງ​ປະ​ເທດ​ໄດ້​ໃຊ້​ມາດ​ຕະ​ການ​ຈຳ​ກັດ​ຢ່າງ​ເຂັ້ມ​ງວດເຊິ່ງ​ເປັນ​ສິ່ງ​ທີ່​ບໍ່​ຄວນ​ເຮັດ, ສິ່ງ​ທີ່​ຮ້າຍ​ແຮງກວ່າ​ພະ​ຍາດ​ນັ້ນ​ແມ່ນ​ຄວາມ​ແຕກ​ຕື່ນ​ນັ້ນ​ເອງ. ກຳ​ປູ​ເຈຍ​ຈະ​ສືບ​ຕໍ່​ດຳ​ເນີນ​ການ​ຮ່ວມ​ມື​ແລະ​ການ​ໄປ​ມາ​ຫາ​ສູ່​ກັນ​ກັບ​ຈີນ​ຕາມ​ປົກ​ກະ​ຕິ ເພື່ອ​ສຸມ​ໃສ່​ຮ່ວມ​ກັນ​ກັບ​ຈີນ​ ​ສ້າງ​ຄູ່​ຮ່ວມ​ຊາ​ຕາ​ກຳ​ກຳ​ປູ​ເຈຍ-ຈີນ​ໃຫ້​ແໜ້ນ​ແຟ້ນ.

ຄຳ​ເຫັນ

0