吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

​ໂຮງໝໍ​ເລີຍ​ເຊີນ​ຊ່ານ​ນະຄອນ​ອູ​ຮັ້ນ​ເລີ່​ມ​ມອບ​ໃຫ້​ພາກສ່ວນ​ກ່ຽວຂ້ອງ​ເທື່ອ​ລະກ້າ​ວ

2020-02-07 16:05:48 cri

​ຫຼັງ​ຈາກ​ໃຊ້​ເວລາ​ກໍ່ສ້າງ 10 ວັນ, ​ວັນ​ທີ 6 ກຸມພາ​ນີ້, ​ໂຮງໝໍ​ເລີຍ​ເຊີນ​ຊ່ານ​ນະຄອນ​ອູ​ຮັ້ນ​ໄດ້​ຜ່ານ​ການ​ກວດກາ​ ​ແລະ​ຮັບຮອງຂອງ​ອົງການ​ທີ່​ກ່ຽວຂ້ອງ​ຂອງນະຄອນ​ອູ​ຮັ້ນ​ຢ່າງ​ເປັນ​ທາງ​ການ ​ແລະ​​ໄດ້ເລີ່​ມມອບ​ໃຫ້​ພາກສ່ວນ​ກ່ຽວຂ້ອງ​ເທື່ອ​ລະ​ກ້າ​ວ.

​ໂຮງໝໍ​ເລີຍ​ເຊີນ​ຊ່ານ​ກໍ່ສ້າງ​ຕາມ​ຮູບ​ແບບ​​ໂຮງໝໍ​ຢູ່​​ສົງຄາມ ລວມມີ​ເຂດ​ປິ່ນປົວ, ​ເຂດ​ສິ່ງ​ອຳນວຍ​ຄວາມ​ສະດວກ​ດ້ານ​ສະໝໍ​ການ​ແພດ ​ແລະ​​ເຂດ​ສຳຮອງສຸກ​ເສີນ ​ເຊິ່ງມີ​ເນື້ອ​ທີ່ທັງ​ໝົດ​ປະມານ 22 ​ເຮັກຕາ, ​ເນື້ອ​ທີ່ສິ່ງ​ກໍ່ສ້າງ 79900 ຕາ​ແມັດ, ຈະ​ສະໜອງ​ຕຽງ​ຄົນ​ເຈັບ 1600 ຕຽງ, ສາມາດ​ບັນຈຸ​ພະນັກງານ​ແພດ​ໝໍ​ໄດ້ຫຼາຍ​ກວ່າ 2000 ຄົນ.

 

图片默认标题_fororder_383215989

ຄຳ​ເຫັນ

0