吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ລັດຖະບານ​ລາວ​ຂຶ້ນ​ແຜນການ​ຈັດ​ຊື້​ຜ້າ​ປິດ​ປາກ​ເພື່ອ​ສົ່ງ​ໃຫ້​ຈີນ​ເມື່ອ​ມີ​ຄວາມ​ຕ້ອງການ

2020-02-08 15:38:33 cri

ວັນ​ທີ 6 ກຸມພາ​ນີ້, “ໜັງສືພິມວຽງ​ຈັນທາມ​ສ” ຂອງ​ລາວ​ໄດ້​ລາຍ​ງານ​ວ່າ: ຫ້ອງ​ວ່າການ​ລັດຖະບານ​ລາວ​ໄດ້​ອອກ​​ແຈ້ງການ​ຕາມຄຳ​ສັ່ງ​ຂອງ​ທ່ານ​ທອງ​ລຸນ ສີ​ສຸລິດ ນາຍົກລັດຖະມົນຕີລາວ​ໃນ​ວັນ​ທີ 5 ກຸມພາ​ນີ້​​ ​ເຊິ່ງ​ໄດ້​ຊີ້​ໃຫ້​ເຫັນ​ວ່າ: ພາ​ຍຫຼັງ​ຮັບຮູ້​ສະພາບ​ການ​ຂອງພະຍາດ​ອັກ​ເສບ​ປອດ​ຈາກ​​ໄວຣັສ​ໂຄ​ໂຣນາສາ​ຍພັນ​ໃໝ່ ​ແລະ​ວຽກ​ງານ​ປ້ອງ​ກັນ​ພະຍາດ​ຂອງ​ລາວ​ແລ້ວ, ທ່ານ​ທອງລຸນ ສີ​ສຸ​ລິດ​ໄດ້​ຮຽກຮ້ອງ​​ໃຫ້ກະຊວງ​ອຸດສາຫະກຳ-ການ​ຄ້າ​ ​ແລະ​ກະຊວງສາທາລະນະ​ສຸກ​ຂອງ​ລາວຂຶ້ນແຜນການ​ຈັດ​ຊື້​ຜ້າ​ປິດ​ປາ​ກ ​ແລະ​ອຸປະກອນ​ປ້ອງ​ກັນ​ທາງ​ການ​ແພດ​ອື່ນໆ​ຈາກ​ຕະຫຼາດ​ພາຍ​ໃນ ​ແລະ​ສາກົນ​ຢ່າງ​ທັນ​ການ.

​​ເຈົ້າ​ໜ້າ​ທີ່​ກະຊວງ​ສາທາລະນະ​ສຸກ​ລາວ​​ແນະນຳ​ວ່າ: ລັດຖະບານ​ລາວ​ຈະ​ສະໜອ​ງຜ້າ​ປິດ​ປາກ​​ໂດຍ​ບໍ່​ຕ້ອງ​ເສຍ​ຄ່າ​ໃຫ້​ກຸ່ມ​ຄົນ​ທີ່​ມີ​ຄວາມ​ສ່ຽງ​ໃນ​ການ​ຕິດພະຍາດ ​ເຊັ່ນ: ​ຜູ້​ທີ່​​ເຂົ້າ​ຮ່ວມ​ວຽກ​ງານ​ປ້ອງ​ກັນ​ພະຍາດ. ​ເນື່ອງ​ຈາກ​ຈີນ​ກຳລັງ​ອອກ​ແຮງ​ຈົນ​ສຸດ​ຄວາມ​ສາມາດ​ໃນ​ການ​ຮັບປະກັນ​ການ​ສະໜອງອຸປະກອນ​ປ້ອງ​ກັນທາງ​ການ​ແພດ​ໃຫ້​ພຽງພໍ, ລາວກໍ​ຈະ​ອີງ​ຕາມ​ຄວາມ​ສາມາດຂອງ​ຕົນຈັດ​ສົ່ງ​ຜ້າ​ປິດ​ປາກ​ໃຫ້​​ແກ່​ຈີນ.

ວັນ​ທີ 5 ກຸມພາ​ນີ້, ທ່ານ​ທອງລຸນ​ ສີ​ສຸ​ລິດໄດ້​ສະ​ເໜີ​ເປັນ​ພິ​ເສດ​ໃນກອງ​ປະຊຸມ​ພິຈາລະນາສະພາ​ບການຈັດ​ຕັ້ງ​ປະຕິບັດ​ແຜນການ​ພັດທະນາພະລັງງານ ​ແລະ​ຊັບພະຍາກອນ​ບໍ່​ແຮ່​ໃນ​ໄລຍະ 5 ປີ​ວ່າ: ປະຊາຊົນ​ບໍ່​ຄວນ​ແຕກ​ຕື່ນ, ​ແຕ່​ຄວນ​ໃຊ້​ມາດ​ຕະການ​ປ້ອງ​ກັນ​ພະຍາດ, ​ເຖິງ​ວ່າ​ລາວ​ບໍ່​ມີ​ຜູ້​ຕິດ​ເຊື້ອ, ​ແຕ່​ລັດຖະບານກໍ​ບໍ່​ໄດ້​ລະ​ເລີຍ​ຕໍ່​ເຫດການ​ດັ່ງກ່າວ, ລັດຖະບານ​ໄດ້​ນຳໃຊ້​ມາດ​ຕະການ​ປ້ອງ​ກັນ​ພະຍາດ​ຮັບ​ຮູ້​ວ່ານະຄອນ​ອູ​ຮັ້ນ​ແຂວງ​ຮູ​ເປີ​ຍຈີນ​ເກີດ​ພະຍາດ​ເປັນ​ຕົ້ນ​ມາ.

ທ່ານ​ທອງ​ລຸນ​ ສີ​ສຸ​ລິດ​ໄດ້​ກ່າວ​ສະ​ແດງ​ຄວາມ​ຊົມ​ເຊີຍຕໍ່​ລັດຖະບານ​ຈີນ​ທີ່​ໄດ້​ນຳ​ໃຊ້​ມາດ​ຕະການ​ທີ່​ມີ​ປະສິດທິ​ຜົນ​ໃນ​ການ​ປ້ອງ​ກັນ​ ​ແລະ​ຄວບ​ຄຸມພະຍາດ ​ທັງ​ໄດ້ຕີ​ລາຄາ​ສູງ​​ຕໍ່ຈີນ​ທີ່​ໃຫ້ການ​ຮ່ວມ​ມື​ທີ່​ດີ ​ແລະ​​ແບ່ງປັນ​ຂໍ້​ມູນຂ່າວສານ​ຂອງ​ຈີນ, ​ເຮັດ​ໃຫ້​ຝ່າຍ​ລາວ ​ແລະ​ປະ​ເທດ​ອື່ນໆ​ໃນ​ໂລກ​ສາ​ມາດ​ນຳ​ໃຊ້​ມາດ​ຕະການ​ປ້ອງ​ກັນ ​ແລະສະກັດ​ກັ້ນ​ການ​​ແຜ່​ລະບາດ​ຂອງ​ພະຍາດ​ໄດ້ຢ່າງ​ທັນ​ການ.

ຄຳ​ເຫັນ

0