吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທາງການຢືນຢັນທົ່ວປະເທດລາວຍັງບໍ່ພົບຜູ້ຕິດເຊື້ອໄວຣັດໂຄໂຣນາສາຍພັນໃໝ່

2020-02-10 17:07:47 CRI

ຕາມການລາຍງານຂອງກະຊວງສາທາລະນະສຸກ ກົມຄວບຄຸມພະຍາດຕິດຕໍ່ໃຫ້ຮູ້ວ່າ:ນັບແຕ່ວັນທີ 15 ມັງກອນຮອດປັດຈຸບັນ ຜູ້ທີ່ມີອາການຄ້າຍຄືຜູ້ຕິດເຊື້ອໄວຣັດໂຄໂຣນາສາຍພັນໃໝ່ ມີຕົວຢ່າງສະສົມທັງໝົດ 19 ກໍລະນີ ທີ່ ແຕ່ຜົນກວດທັງໝົດແມ່ນເປັນຜົນລົບ ເຊິ່ງບໍ່ຕິດເຊື້ອພະຍາດດັ່ງກ່າວ. ນອກນັ້ນ ເມື່ອບໍ່ດົນມານີ້ ຍັງມີກໍລະນີທີ່ໃກ້ຊິດ ແລະພົວພັນກັບນັກທ່ອງທ່ຽວຈີນ 4 ຄົນ ທີ່ເຂົ້າມາທ່ຽວລາວໂດຍຜ່ານດ່ານບໍ່ເຕນ ແລ້ວເດີນທາງໄປແຂວງອຸດົມໄຊ ແລະຫຼວງພະບາງ ແລ້ວກັບຄືນປະເທດຈີນພົບວ່າ 2ຄົນຕິດເຊື້ອໂຄໂຣນາສາຍພັນໃໝ່ ສະນັ້ນ, ທິມງານເຝົ້າລະວັງຈຶ່ງໄດ້ຄົ້ນຫາກໍລະນີສົງໄສທີ່ພົວພັນກັບຈີນ 2ຄົນນີ້ໄດ້ 86 ຄົນ ເຊິ່ງພວກເຂົາໄດ້ຖືກຕິດຕາມອາການ ແລະເຫັນວ່າຍັງມີສຸຂະພາບແຂງແຮງດີ.

ສ່ວນໃນແຂວງຜົ້ງສາລີ ມີຄົນເຈັບ 27 ຄົນ ໃນນີ້ເສຍຊີວິດແລ້ວ 3ຄົນ, ກຸ່ມຄົນເຫຼົ່ານີ້ ມີອາການຄ້າຍຄືໄຂ້ຫວັດໃຫຍ່ ແຕ່ກະຊວງສາທາໄດ້ກວດສອບຄືນຈໍານວນທັງໝົດແມ່ນບໍ່ພົບຜູ້ຕິດເຊື້ອໄຂ້ຫວັດໃຫຍ່ ແລະເຊື້ອໄວຣັດໂຄໂລນາສາຍພັນໃໝ່. ສ່ວນດ່ານຕ່າງໆທີ່ກວດຄົນເຂົ້າເມືອງ ມີລາຍງານວ່າມີຊາວຕ່າງປະເທດຢ່າງຫລວງຫຼາຍ ແລະມີຊາວຈີນຈໍານວນຫນຶ່ງ ແຕ່ຍັງບໍ່ພົບຜູ້ທີມີອາການໄຂ້ຈັກຄົນ.  ໃນໄລຍະນີ້ ສໍາລັບນັກສຶກສາລາວທີ່ຫາກໍ່ກັບມາແຕ່ປະເທດຈີນທັງໝົດມີ 138 ຄົນ ແລະຈະກັບມາລາວອີກ 444 ຄົນ ທັງໝົດກໍ່ໄດ້ຖືກຕິດຕາມອາການພາຍໃນ 14 ວັນ ແລະປາກົດວ່າພວກເຂົາມີສຸຂະພາບດີທຸກຄົນ.  

ເຖິງຢ່າງໃດກໍ່ຕາມ ກະຊວງສາທາລະນະສຸກຍັງສືບຕໍ່ວຽກງານຕ່າງໆເຫຼົ່ານີ້ ແລະຍັງຕິດຕາມເຝົ້າລະວັງຄົນຈີນທີ່ມາເຮັດວຽກໃນອາຊີບຕ່າງໆຢູ່ປະເທດລາວ ໂດຍສະເພາຄົນທີ່ເຂົ້າໃກ້ຄວາມສ່ຽງການຕິດເຊື້ອໂຄໂຣນາສາຍພັນໃໝ່. ນອກຈາກນີ້ ກະຊວງສາທາລະນະສຸກ ຍັງໄດ້ຈັດການຝຶກອົບຮົມໃຫ້ພະນັກງານ ໃນເລື່ອງຄວາມຮູ້ຕ່າງໆກ່ຽວການຕ້ານ ແລະວິທີປ້ອງການພະຍາດຕິດຕໍ່ ແລະຍັງໄດ້ສົ່ງເຄື່ອງກວດວິເຄາະເຄື່ອນທີ່ໃຫ້ກັບແຂວງຫຼວງພະບາງ ແລະຫຼວງນໍ້າທາ ແຂວງລະເຄື່ອງ ເພື່ອສາມາດບົ່ງມະຕິພະຍາດໄດ້ວ່ອງໄວ.

ຄຳ​ເຫັນ

0