何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິງ​ສົນ​ທະ​ນາ​ກັບພະ​ນັກ​ງານ​ແພດ​ໝໍ​ທີ່​ສູ້​ຊົນຕ້ານ​ພະ​ຍາດຢູ່​ແນວ​ໜ້າ​​​​ຢູ່​ອູ​ຮັ້ນຜ່ານວິ​ດີ​ໂອ

2020-02-11 11:37:20 CRI

图片默认标题_fororder_1125555826_15813457128321n

 

ຕອນບ່າຍວັນທີ 10 ກຸມພານີ້, ຢູ່ສູນ​ກວດ​ບົ່ງ​ມະ​ຕິແລະ​ປິ່ນ​ປົວ​ພະ​ຍາດທາງໄກຂອງໂຮງໝໍຕີ້ຖານນະຄອນຫຼວງປັກກິ່ງ, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້​ສົນ​ທະ​ນາທາງວິ​ດີ​ໂອ​ກັບພະນັກງານ,ແພດໝໍກໍ​ຄື​ນາຍ​ແລະ​ພົນ​ທະ​ຫານກອງ​ທັບ​ປົດ​ປ່ອຍ​ປະ​ຊາ​ຊົນ​ຈີນ​ທີ່​ກຳ​ລັງ​ປະ​ຕິ​ບັດ​ໜ້າ​ທີ່​ຢູ່ໂຮງ​ໝໍຈິ່ນຢິນ​ຖານ, ໂຮງໝໍເຊຍເຮີ, ໂຮງໝໍໂຮເຊີນຊ່ານ​ເຊິ່ງ​ເປັນ​ສະ​ຖານ​ທີ່ສະ​ເພາະ​ເພື່ອປິ່ນປົວຜູ້ຕິດເຊື້ອພະຍາດໄວຮັສໂຄໂຮນາສາຍພັນໃໝ່ຢູ່ນະຄອນອູຮັ້ນ ແຂວງຮູເປີຍ​ເພື່ອຮັບຮູ້ສະພາບ​​ການທີ່​ກ່ຽວ​ຂ້ອງ,​ທັງຮັບຟັງຄວາມເຫັນ ແລະຂໍ້ສະ ເໜີ​ຈາກ​ເຂົາ​ເຈົ້າກ່ຽວ​ກັບ​ການ​ຕ້ານ​ພະ​ຍາດ.

图片默认标题_fororder_1125555826_15813514344691n

ທ່ານສີຈິ້ນຜິງກ່າວວ່າ: ຂ້າພະເຈົ້າຂໍຕາງໜ້າສູນກາງພັກ ສະແດງຄວາມ​ເຄົາ​ລົບ​ນັບ​ຖື​ຢ່າງ​ສູງ​ ແລະ​ສະ​ແດງຄວາມຂອບໃຈຢ່າງ​​ສຸດ​ໃຈມາຍັງບັນດາ​ທ່ານ ​ບັນ​ດາ​ສະ​ຫາຍກໍຄືພະນັກງານແພດໝໍ​ທົ່ວ​ປະ​ເທດທີ່​ກຳ​ລັງ​ຕໍ່​ສູ້​ໃນ​ບັ້ນຕ້ານພະຍາດຄັ້ງ​ນີ້.

ຄຳ​ເຫັນ

0