吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈີ້ນ​ຜິງ​ສຳ​ຫຼວດ ແລະ ຊີ້​ນຳ​ວຽກ​ງານ​ປ້ອງ​ກັນ​ຄວບ​ຄຸມ​ພະ​ຍາດ​ອັກ​ເສບ​ປອດ​ໂຄ​ໂຣ​ນາ​ສາຍ​ພັນ​ໃໝ່ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ

2020-02-11 11:07:22 CRI


    ຕອນ​ບ່າຍ​ວັນ​ທີ 10 ກຸມ​ພາ​ນີ້, ທ່ານ​ສີ​ຈີ້ນ​ຜິ​ງ ປະ​ທານ​ປະ​ເທດ​ຈີນໄດ້​ສຳ​ຫຼວດ ແລະ ຊີ້​ນຳ​ວຽກ​ງານ​ປ້ອງ​ກັນ​ຄວບ​ຄຸມ​ພະ​ຍາດ​ອັກ​ເສບ​ປອດ​ໂຄ​ໂຣ​ນາ​ສາຍ​ພັນ​ໃໝ່ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ.
    ກ່ອນ​ອື່ນ​, ທ່ານ​ສີ​ຈີ້ນ​ຜິງ​ໄດ້​​ເດີນ​ທາງ​ໄປ​ຮອດ​ເຂດ​ຊຸມ​ຊົນ​ອ່ານ​ຮ​ວາ​​ຫຼີ ຖະ​ໜົນ​ອ່ານ​ເຈີ່ນ ເມືອງ​ຊາວ​ຢ໋າງ ເພື່ອ​ຮັບ​ຮູ້​ສະ​ພາບ​ປ້ອງ​ກັນ​ຄວ​ບ​ຄຸມ​ພະ​ຍາດ​ຂອງ​ປະ​ຊາ​ຊົນ ແລະ ການ​ສະ​ໜອງ​ເຄື່ອງ​ໃຊ້​ປະ​ຈຳ​ວັນ​ຂອງ​​ປະ​ຊາ​ຊົນ​ທັງ​ຫຼາຍ ພ້ອມ​ທັງ​ຢື້​ຢາມ​ຖາມ​ຂ່າວ​​ປະ​ຊາ​ຊົນ ແລະ ພະ​ນັກ​ງານ​ໃນ​ເຂດ​ຊຸມ​ຊົນດັ່ງ​ກ່າວ.
 

ຄຳ​ເຫັນ

0