曹琦

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ນອກຈາກແຂວງຮູເປີຍ, ເຂດອື່ນໆຂອງຈີນພວມຟື້ນຟູການຜະລິດຢ່າງເປັນລຳດັບ

2020-02-12 11:05:20 cri

ວັນ​ທີ 11 ກຸມ​ພາ​ນີ້, ຄະ​ນະ​ກຳ​ມະ​ການພັດ​ທະ​ນາ​ແລະປະ​ຕິ​ຮູບ​ແຫ່ງ​ຊາດ​ຈີນ​ໄດ້​ເປີດ​ເຜີຍ​ຂໍ້​ມູນສະ​ແດງ​ໃຫ້​ເຫັນ​ວ່າ, ນອກ​ຈາກ​ແຂວງ​​ຮູ​ເປີຍ, ເຂດ​ອື່ນໆ​ຂອງ​ຈີນ​ພວມ​ຟື້ນ​ຟູ​ການ​ຜະ​ລິດ​ຢ່າງ​ເປັນ​ລຳ​ດັບ, ໂດຍ​ສະ​ເພາະ​ແມ່ນ​ວິ​ສາ​ຫະ​ກິດ​ໃນ​ຂົງ​ເຂດສຳ​ຄັນ​ຄື​ວັດ​ຖຸ​ການ​ປິ່ນ​ປົວ​ທີ່​ສຳ​ຄັນ, ພະ​ລັງ​ງານ, ທັນ​ຍາ​ຫານ, ການຈໍ​ລະ​ຈອນ​ສິນ​ຄ້າ​ເປັນ​ຕົ້ນ​ໄດ້​ເລີ່ມ​ຜະ​ລິດ​ຢ່າງ​ເປັນ​ລຳ​ດັບ.
   ວັນ​ທີ 10 ກຸມ​ພາ​ນີ້, ​ພາຍ​ຫຼັງ​​ວັນ​ພັກ​ບຸນ​ກຸດ​ຈີນ​ທີ່​ເລື່ອນ​ເວ​ລາ​ຍ້ອນ​ພະ​ຍາດ​ ປອດ​​ອັກ​ເສບ​ຈາກ​ໄວ​ຣັ​ສໂຄ​ໂຣ​ນາ​ສາຍ​ພັນ​ໃໝ່​ສິ້ນ​ສຸດ​ລົງ, ຫຼາຍ​ແຫ່ງ​ຂອງ​ຈີນ​ເລີ່ມ​ຟື້ນ​ຟູ​ການ​ຜະ​ລິດ. ໃນ​ຖານ​ເປັນ​​ຂອດ​ສຳ​ຄັນ​ຂອງ​​ຕ່ອງໂສ້ຜະ​ລິດ​ຕະ​ກຳ​ໂລກ, ວິ​ສາ​ຫະ​ກິດ​ເຫຼົ່າ​ນີ້​​ໄດ້ຕັ້ງ​ໜ້າ​ຟື້ນ​ຟູ​ການ​ຜະ​ລິດ​ພາຍ​ໃຕ້​ປະ​ຖົມ​ປັດ​ໄຈ​ທີ່​ຮັບ​ປະ​ກັນ​ສຸ​ຂະ​ພາບ, ໄດ້​ປະ​ກອບ​ສ່ວນ​ເຂົ້າ​ໃນ​ຄວາມ​ໝັ້ນ​ທ່ຽງ​ຂອງ​ເສດ​ຖະ​ກິດ​ໂລກ.

 

ຄຳ​ເຫັນ

0