黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

​ຈີນ​ມີຄວາມ​ໝັ້ນ​ໃຈ, ມາ​ນະ​ຈິດ ແລະ ມາດ​​ຕະ​ການ​ທີ່​ເຂັ້ມ​ແຂງກວ່າ​ເກົ່າ​ໃນ​ການ​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ອັ​ກ​ເສບ​ປອດ​ສາຍ​ພັນ​ໃໝ່

2020-02-12 10:55:02 cri

ວັນ​ທີ 10 ກຸມ​ພາ​ນີ້, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ລົງ​ຊີ້​ນຳ​ວຽກ​ງານ​ປ້ອງ​ກັນ ແລະ ຄວບ​ຄຸມ​ພະ​ຍາດ​ອັກ​ເສບ​ປອດ​ຈາກ​ເຊື້ອ​ຈຸ​ລະ​ໂລກ​ສາຍ​ພັນ​ໃໝ່​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ​ໂດຍ​ກ່າວ​ເນັ້ນ​ວ່າ, ສະ​ພາບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໃນ​ປັດ​ຈຸ​ບັນ​ຍັງ​ຂ້ຽວ​ຂາ​ດ​ທີ່​ສຸດ, ຕ້ອງ​ມີຄວາມ​ໝັ້ນ​ໃຈ​ທີ່​ໜຽວ​ແໜ້ນກວ່າ​ເກົ່າ, ມາ​ນະ​ຈິດ​ທີ່​ເຂັ້ມ​ແຂງກວ່າ​ເກົ່າ ແລະ ມາດ​ຕະ​ການ​ທີ່​ເດັດ​ດ່ຽວກວ່າ​ເກົ່າ, ອີງ​ອາ​ໄສ​ປ​ະ​ຊາ​ຊົນ​ຢ່າງ​ໃກ້​ຊິດ, ເດັດ​ດ່ຽວ​ສະ​ກັດ​ກັ້ນ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ, ເດັດ​ດ່ຽວ​ເອົາ​ຊະ​ນະ​ສົງ​ຄາມ​ປະ​ຊາ​ຊົນ​ຕ້ານ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​.

“ຄວາມ​ເຊື່ອ​ຖື, ມາ​ນະ​ຈິດ ແລະ ຄວາມ​ໝັ້ນ​ໃຈ​ມີ​ຄວາມ​ສຳ​ຄັນ​ທີ່​ສຸດ​ໃນ​ທຸກ​ເວ​ລາ”, ເອົາ​ຊະ​ນະ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ, ຈີນ​ມີ​ຄວາມ​ໝັ້ນ​ໃຈ​ເດັດ​ດ່ຽວ​ຈາ​ກ​ຂັ້ນ​ເທິງ​ເຖິງ​ຊັ້ນ​ລຸ່ມ. ຄວາມ​ໝັ້ນ​ໃຈ​ດັ່​ງ​ກ່າວ​ໄດ້​ມາ​ຈາກ​ທ່າ​ແຮງ​ດ້ານ​ລະ​ບອບ​ການ​ເມືອງ​ຂອງ​ຈີນ. ຄົນ​ທັງຫຼາຍ​ເຫັນ​ວ່າ, ພາຍຫຼັງ​ພະ​ຍາດ​ໄດ້​ແຜ່​ລະ​ບາດ, ພາຍ​ໃຕ້​ການ​ບັນ​ຊາ ແລະ ຈັດ​ວາງ​ຂອງ​ຜູ້​ນຳ​ສູງ​ສຸດ​ຈີນ, ພາຍ​ໃຕ້​ການ​ຊີ້​ນຳ​ນຳ​ພາ​ຢ່າງ​ເປັນ​ເອ​ກະ​ພາບ​ກັນ​ຂອງ​ໜ່ວຍ​ນຳ​ພາ​ວຽກ​ງານ​ຮັບ​ມື​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ສູນ​ກາງ, ຈີນ​ໄດ້​ປຸກ​ລະ​ດົມ​ທົ່ວ​ສັງ​ຄົມ, ໄດ້​ເສີມ​ຂະ​ຫຍາຍ​ທ່າ​ແຮງ​ດ້ານ​ລະ​ບອບ​ການ​ເມືອງ ທີ່​ຖື​ຄົນ​ເປັນ​ກົກ ແລະ ສຸມ​ກຳ​ລັງ​ເຮັດ​ພາ​ລະ​ກິດ​ໃຫຍ່ ໂດຍ​ໄດ້​ຊຸກ​ຍູ້​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໄດ້​ຮັບ​ປະ​ສິດ​ທິ​ຜົນ​ເທື່ອ​ລະ​ກ້າວ. ນອກ​ນີ້, ມາດ​ຕະ​ກາ​ນ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ທີ່​ຈີນ​ປະ​ຕິ​ບັດ​ໃນ​ໄລ​ຍະ​ຕົ້ນ​ກໍ​ຖືກ​ກັບຫຼັກ​ວິ​ທະ​ຍາ​ສາດ ແລະ ທັນ​ການ ເຊິ່ງ​ໄດ້​ເພີ່ມ​ຄວາມ​ໝັ້ນ​ໃຈ​ໃຫ້​ຄົນ​ທັງຫຼາຍ​ໃນ​ການ​ເອົາ​ຊະ​ນະ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ.

ປັດ​ຈຸ​ບັນ, ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໄດ້​ກ້າວ​ເຂົ້າ​ສູ່​ໄລ​ຍະ​ສຳ​ຄັນ, ສະ​ພາບ​ການ​ໃໝ່ ແລະ ບັນ​ຫາ​ໃໝ່​ໄດ້​ປາ​ກົດ​ຂຶ້ນ​ເລື້ອຍໆ. ມີ​ແຕ່​ມີ​ຄວາມ​ຕັດ​ສິນ​ໃຈ​ ແລະ ມາ​ນະ​ຈິດ​ທີ່​ເດັດ​ດ່ຽວກວ່າ​ເກົ່າ, ຈິ່ງ​ຈະ​ສາ​ມາດ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ​ຕ່າງໆ​ນາ​ນາ​ໄດ້, ສ້າງ​ກຳ​ລັງ​ຂວາງ​ກັ້ນ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ ບົນ​ພື້ນ​ຖານ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ​ທີ່​ຜ່ານ​ມາ. ວັນ​ທັ 10 ກຸມ​ພາ​ນີ້, ກອງ​ນຳ​ໜ້າ​ຂອງ​ໜ່ວຍ​ຊ່ຽວ​ຊານ​ສາ​ກົນ​ຮັບ​ມື​ກັບ​ເຊື້ອ​ຈຸ​ລະ​ໂລກ​ສາຍ​ພັນ​ໃໝ່​ທີ່​ນຳ​ພາ​ໂດຍອົງ​ການ​ອະ​ນາ​ໄມ​ໂລກ​​ໄດ້​ເດີນ​ທາງ​ມາ​ເຖິງ​ປະ​ເທດ​ຈີນ​ແລ້ວ ແລະ ຈະ​ດຳ​ເນີນ​ການ​ຮ່ວມ​ມື​ກັບ​ເຈົ້າ​ໜ້າ​ທີ່​ຝ່າຍ​ຈີນ. ບໍ່​ຕ້ອງ​ສົງ​ໄສ​ເລີຍ​ວ່າ, ມາດ​ຕະ​ການ​ດັ່ງ​ກ່າວ​ຈະ​ມີ​ຜົນ​ດີ​ຊ່ວຍ​ໃຫ້​ພວກ​ເຮົາ​ຮັບ​ຮູ້​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໄດ້​ດີກວ່າ​ເກົ່າ ແລະ ຊ່ວຍ​ທົ່ວ​ໂລກ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ຮ່ວມ​ກັນ ພ້ອມ​ທັງ​ເພີ່ມ​ຄວາມ​ໝັ້ນ​ໃຈ ແລະ ນ້ຳ​ໃຈ​ສູ້ນ​ຊົນ​ຂອງ​ຈີນ​ ເພື່ອ​ເອົາ​ຊະ​ນະ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ.

ຄຳ​ເຫັນ

0