曹琦

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນກ່າວວ່າ: ໜ້າທີ່ດ່ວນກວ່າໝູ່ໃນສະເພາະໜ້າແມ່ນຟື້ນຟູການໄປມາຫາສູ່ກັນຢ່າງປົກກະຕິລະຫວ່າງປະເທດ

2020-02-12 11:33:51 cri

ວັນ​ທີ 11 ກຸມ​ພາ​ນີ້, ​ໃນກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ຜ່ານ​ທາງ​ອິນ​ເຕີ​ເນັດ, ທ່ານ​ເກີງ​ສວງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ກ່າວ​ວ່າ, ໜ້າ​ທີ່​ດ່ວນ​ກວ່າ​ໝູ​ໃນ​ສະ​ເພາະ​ໜ້າ​ແມ່ນ​ປະ​ຊາ​ຄົມ​ໂລກ​ສາ​ມັກ​ຄີ​ຮ່ວມ​​ກັນເອົາ​ຊະ​ນະ​ພະ​ຍາດ, ຟື້​ນ​ຟູ​ການ​ໄປ​ມາ​ຫາ​ສູ່​ກັນ​ແລະ​ຮ່ວມ​ມື​ຢ່າງ​ເປັນ​ປົກ​ກະ​ຕິ​ລະ​ຫວ່າງ​ປະ​ເທດ​ໂດຍ​ໄວ, ​ມີ​ແຕ່​​ເຮັດແນວ​ນີ້​ຈິ່ງ​ສາ​ມາດ​ສະ​ໜູນ​ການ​ຄ້ຳ​ຊູ​ທີ່​ແຂງ​ແຮງ​ໃຫ້​ການ​ເຕີບ​ໂຕ​ອັນ​ໝັ້ນ​ທ່ຽງ​ຂອງ​ເສດ​ຖະ​ກິດ​ໂລກ.

ຫວ່າງ​ມໍ່ໆ​ນີ້, ​ບາງອົງ​ການ​ການ​ທະ​ນາ​ຄານ​ແລະ​ສື່ມວນ​ຊົນ​ຕ່າງ​ປະ​ເທດ​ເຫັນ​ວ່າ​​ຜົນ​ສະ​ທ້ອນ​ຂອງພະ​ຍາດ​ປອດ​ອັກ​ເສບ​ຈາກ​ໄວ​ຣັ​ສ​ໂຄ​ໂຣ​ນາ​ສາຍ​ພັນ​ໃໝ່​ຈະ​ເກີດ​ຜົນ​ສະ​ທ້ອນ​ແບບ​ໂດ​ມີ​ໂນ​​ຕໍ່​ເສດ​ຖະ​ກິດ​ຈີນ, ກະ​ທົບ​ເຖິງ​ຕ່ອງໂສ້​​ການສະ​ໜອງ​ທົ່ວ​ໂລກ​​ແລະ​ເຮັດ​ໃຫ້​ຈັງ​ຫວະ​ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ໂລກ​ປີ​ນີ້​ຫຼຸດ​ຕ່ຳ​ລົງ. ທ່ານ​ເກີ​ງ​ສວງ​ກ່າວ​ວ່າ, ​ສະ​ພາບ​ພະ​ຍາດ​ຈະ​ເກີດ​ຜົນ​ສະ​ທ້ອນຕໍ່​ເສດ​ຖະ​ກິດ​ຈີນ​ນ້ອຍ​ຫຼື​ໃຫຍ່​ນັ້ນ​ແມ່ນ​ຂຶ້ນ​ຢູ່​ກັບ​ຄວາມຄືບ​ໜ້າ​ແລະ​ຜົນ​ງານ​​ໃນ​ການ​ປ້ອງ​ກັນ​ຄວບ​ຄຸມ​ພະ​ຍາດ. ຝ່າຍ​ຈີນ​ເຊື່ອ​ໝັ້ນ​ວ່າ, ດ້ານ​ພື້ນ​ຖານ​ແລະ​ທ່ວງ​ທ່າ​ທີ່​ດີ​ຂຶ້ນ​ໃນ​ໄລ​ຍະ​ຍາວ​ນານ​ຂອງ​ເສດ​ຖະ​ກິດ​ຈີນ​ຈະ​ບໍ່​ປ່ຽນ​ແປງ​ຍ້ອນ​ພະ​ຍາດ​ຄັ້ງ​ນີ້, ຝ່າ​ຍ​ຈີນ​ມີ​ຄວາມ​ສາ​ມາດ​​ໃນ​ການ​ຫຼຸດ​ຜົນ​ສະ​ທ້ອນ​ຂອງ​ສະ​ພາບ​ພະ​ຍາດ​ຄັ້ງ​ນີ້​ຕໍ່​ເສດ​ຖະ​ກິດ​​ໃຫ້​ລົງ​ເຖິງ​ລະ​ດັບ​ຕ່ຳ​ສຸດ.

ຄຳ​ເຫັນ

0