郑林

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສູນ​ກາງຈີນ:ສະ​ໜັບ​ສະ​ໜູນ​ວິ​ສາ​ຫະ​ກິດ​ການ​ຄ້າ​ຕ່າງ​ປະ​ເທດ​ຟື້ນຟູ​ການ​ຜະ​ລິດ,​ປົກປ້ອງ​ສິດ​ແລະ​ຜົນ​ປະ​ໂຫຍດ​ທີ່​ຖືກຕ້ອງ​ຕາມ​ກົດ​ໝາຍ​ຂອງ​ນັກ​ທຸ​ລະ​ກິດຕ່າງ​ປະ​ເທດ

2020-02-13 10:19:44 cri

ກອ​ງ​ປະ​ຊຸມ​ຄະ​ນະກຳ​ມະ​ການ​ປະ​ຈຳ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ທີ່​ຈັດ​ຂຶ້ນ​ໃນວັນ​ທີ12ກຸມ​ພາ​ນີ້ຊີ້​​ໃຫ້​ເຫັນວ່າ, ໃນ​ຂະ​ນະ​ທີ່​ເພີ່ມ​ທະ​ວີ​ການ​ປ້ອງ​ກັນ​ຄວບ​ຄຸມສະ​ພາບ​ພະ​ຍາດ​ອັກ​ເສບ​ປອດ​ໄວ​ຣັດ​ໂຄ​ໂຣ​ນາ​ສາຍ​ພັນ​ໃໝ່, ຈີນ​ສະ​ໜັບ​ສະ​ໜູນ​ວິ​ສາ​ຫະ​ກິດ​ການ​ຄ້າ​ຕ່າງ​ປະ​ເທດ​ຟື້ນຟູ​ການ​ຜະ​ລິດ​ໂດຍ​ດ່ວນ,ເປີດກວ້າງ​ການ​ສະ​ໜັບ​ສະ​ໜູນ​ໃນ​ການລະ​ດົມທຶນ​ດ້ານ​ການ​ຄ້າ,ສະ​ແດງ​ບົດ​ບາດ​ປະ​ກັນ​ໄພ​ສິນ​ເຊື່ອ​ຂາ​ອອກ​ຢ່າງ​ເຕັ​ມ​ທີ່. ຕ້ອງ​ຕັ້ງ​ໜ້າ​ເຂົ້າ​ຮ່ວມ​ການ​ປະ​ສານ​ງານ​ແລະ​ການ​ຮ່ວມ​ມືສາ​ກົນ,ລັດ​ຖະ​ບານ​ຈະ​ສ້າງ​ສະ​ພາບ​ແວດ​ລ້ອມ​ສາ​ກົນ​ທີ່​ດີ​ງາມ​ໃຫ້​ແກ່​ການ​ພັດ​ທະ​ນາ​ການ​ຄ້າ​ກັບ​ຕ່າງ​ປະ​ເທດ.

ກອງ​ປະ​ຊຸມ​ຍັງ​ສ​ະ​ເໜີ​ໃຫ້​ຊຸກ​ຍູ້​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ໂຄງ​ການ​ໃຫຍ່​ດ້​ານ​ທຶນ​ຕ່າງ​ປະ​ເທດ, ປະ​ຕິ​ບັດ​ກົດ​ໝາຍ​ວ່າ​ດ້ວຍ​ການ​ລົງ​ທຶນ​ຂອງ​ນັກ​ທຸ​​ລະ​ກິດ​ຕ່າງ​ປະ​ເທດພ້ອ​ມ​ກັບ​ກົດ​ລະ​ບຽບ​ທີ່​ກ່ຽວ​ຂ້ອງ​ໃຫ້​ດີ,ປັບ​ປຸງ​ສິ່ງ​ແວດ​ລ້ອມ​ການ​ລົງ​ທຶນ​ຂອງ​ນັກ​ທຸ​ລະ​ກິດ​ຕ່າງ​ປະ​ເທດ​ໃຫ້​ດີ,​ປົກປ້ອງ​ສິດ​ແລະ​ຜົນ​ປະ​ໂຫຍດ​ທີ່​ຖືກ​ຕ້ອງ​ຕາມກົດ​ໝາຍ​ຂອງ​ນັກ​ທຸ​ລະ​ກິດ​​ຕ່າງ​ປະ​ເທດ.

ຄຳ​ເຫັນ

0