郑林

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

IMF: ລັດ​ຖະ​ບານ​ຈີນ​ໃຊ້ມາດ​ຕະ​ການ​ທີ່​ເໝາະ​ສົມ,ການ​ຕີ​ລາ​ຄາ​ຜົນ​ສະ​ທ້ອນ​ຕໍ່​ເສດ​ຖະ​ກິດ​ຍ້ອນ​ສະ​ພາບ​ພະ​ຍາດ​ຍັງ​ບໍ່​ຮອດ​ເວ​ລາ​ເທື່ອ

2020-02-13 10:31:57 cri

ວັນ​ທີ12ກຸມ​ພານີ້​ຕາມ​ເວ​ລາ​ທ້ອງ​ຖິ່ນ, ທ່ານ​ນາງ​ຄຼິ​ສ​ຕາ​ລີ​ນາ ກຽວ​ຈີ​ເອ​ວາ, ຜູ້​ອຳ​ນວຍ​ການ​ໃຫຍ່​ອົງ​ການກອງ​ທຶນ​ເງິນ​ຕາ​ສາ​ກົນ​ຫຼື IMF ໄດ້​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ​ວິ​ທະ​ຍຸ​ໂທ​ລະ​ພາບ​ສູນ​ກາງ​ຈີນ​ຢູ່​ທີ່​ວໍ​ຊິງ​ຕັນ​ປະ​ເທດ​ອາ​ເມ​ຣິ​ກາ​ວ່າ, ລັດ​ຖະ​ບານ​ຈີນໄດ້​ໃຊ້ມາດ​ຕະ​ການ​ທີ່​ເໝາະ​ສົມ​ໃນ​ການ​ປ້ອງ​ກັນ​ຄວບ​ຄຸມ​ສະ​ພາບ​ພະ​ຍາດ​ອັກ​ເສບ​ປອດ​ໄວ​ຣັດ​ໂຄ​ໂຣ​ນາສາຍ​ພັນ​ໃໝ່​ແລະ​ຮັບ​ມື​ຕໍ່​ເສດ​ຖະ​ກິດ,ການ​ຕີ​ລາ​ຄາ​ຜົນ​ສະ​ທ້ອນ​ຕໍ່​ເສດ​ຖະ​ກິດ​ຍ້ອນ​ສະ​ພາບ​ພະ​ຍາດ​ໃນ​ປັດ​ຈຸ​ບັນ​ນີ້​ຍັງ​ບໍ່​ຮອດ​ເວ​ລາ​ເທື່ອ.

ທ່ານ​ນາງກຽວ​ຈີ​ເອ​ວາ​ກ່າວ​ຕື່ມ​ວ່າ, ຄົນ​ທັງ​ຫຼາຍ​ມັກ​ເອົາສະ​ພາບ​ພະ​ຍາດ​ອັກ​ເສບ​ປອດ​ໄວ​ຣັດ​ໂຄ​ໂຣ​ນາສາຍ​ພັນ​ໃໝ່ຄັ້ງ​ນີ້​​ໄປປຽບ​ທຽບ​ກັບ​ສະ​ພາບ​ພະ​ຍາດ​ຊາ​ສ໊ເມື່ອ​ປີ2003,ແຕ່​ລັກ​ສະ​ນະ​ຂອງ​ເຊື້ອ​ຈຸ​ລະ​ໂລກ​ສອງ​ຊະ​ນິດນີ້, ​ສະ​ພາບເສດ​ຖະ​ກິດ​ຈີນ, ສະ​ພາບເສດ​ຖະ​ກິດ​ໂລກ, ພ້ອມ​ກັບ​ລະ​ດັບ​ເຊື່ອມ​ໂຍ​ງ​ເຂົ້າ​ກັນ​ທາງ​ດ້ານ​ເສດ​ຖະ​ກິດ​ທົ່ວ​ໂລກນັ້ນ ລ້ວນ​ແຕ່​ມີ​ການ​ປ່ຽນ​ແປງ​ຢ່າງ​ຫຼວງ​ຫຼາຍ​ໃນຫຼາຍ​ປີ​ມໍ່ໆ​ມານີ້, ສະ​ນັ້ນ​​ຄວນ​ຕີ​ລາ​ຄາ​ຜົນ​ສະ​ທ້ອນ​ຕໍ່​ເສດ​ຖະ​ກິດ​ຍ້ອນ​ສະ​ພາບ​ພະ​ຍາດ​ຄັ້ງ​ນີ້​ຢ່າງ​ສຸ​ຂຸມ​ຮອບ​ຄອບ.

ຄຳ​ເຫັນ

0