曹琦

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານຫຼີເຄີ້ສຽງຈັດກອງປະຊຸມໜ່ວຍງານນຳພາສູນກາງເພື່ອຮັບມືກັບພະຍາດປອດອັກເສບຈາກໄວຣັສໂຄໂຣນາສາຍພັນໃໝ່

2020-02-14 17:35:38 cri

ວັນ​ທີ 13 ກຸມ​ພາ​ນີ້, ທ່ານ​ຫຼີ​ເຄີ້​​ສຽງ ກຳ​ມະ​ການ​ປະ​ຈຳ​ຂອງ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ ຫົວ​ໜ້າ​ໜ່ວຍ​ງານ​ນຳ​ພາ​ສູນ​ກາງ​ເພື່ອ​ຮັບ​ມື​ກັບ​ພະ​ຍາດ​ປອດ​ອັກ​ເສບ​ຈາກ​ໄວ​ຣັ​ສ​ໂຄ​ໂຣ​ນາ​ສາຍ​ພັນ​ໃໝ່ໄດ້​ເປັນ​ປະ​ທານ​ຈັດ​ກອ​ງ​ປະ​ຊຸມ​ໜ່ວຍ​ງານ.
  ທ່ານ​ວາງ​ຮູ້​ນິງ ກຳ​ມະ​ການ​ປະ​ຈຳ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ຮອງ​ຫົວ​ໜ້າ​ຂອງໜ່ວຍງານໄດ້​ເຂົ້​າ​ຮ່ວມ.
  ກອງ​ປະ​ຊຸມ​ຊີ້​ໃຫ້​ເຫັນວ່າ, ​ທ້ອງ​ຖິ່ນ​ຕ່າງໆ​ແລະ​ພາກ​ສ່ວນ​ຕ່າງໆ​ທີ່​ກ່ຽວ​ຂ້ອງ​ ຕ້ອງ​ຈັດ​ຕັ້ງ​ປະ​ຕິ​ບັດ​ເນື້ອ​ໃນ​ຈິດ​ໃຈ​ຂອງ​ຄຳ​ປາ​ໄສ​ສຳ​ຄັນ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ສີ​ຈິ້ນ​ຜິງ​ແລະ​ກອງ​ປະ​ຊຸມ​ຄະ​ນະ​ກຳ​ມະ​ການ​ປະ​ຈຳ​ກົມ​ການ​ເມືອງ​ສູນ​ກາງ​ພັກ, ອີງ​ຕາມ​ການ​ຈັດ​ວາງ​ຂອງ​ໜ່ວຍງານ​ນຳ​ພາ​ຮັບ​ມື​ກັບ​ພະ​ຍາດ​ຂອງ​ສູນ​ກາງ​ພັກ, ​ຍາດ​ເອົາ​ໄຊ​ຊະ​ນະ​ຂອງ​ບັ້ນ​ຮົບ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ​ຄັ້ງ​ນີ້​ໂດຍ​ອີງ​ຕາມ​ຫຼັກ​ການ​ທີ່​ວ່າ: ເຮັດ​ວຽກ​ງານ​ຈຸດ​ໜັກ​ຢ່າງ​ຜົ້ນ​ເດັ່ນ, ວາງ​ແຜນ​ຢ່າງ​ເປັນ​ເອ​ກະ​ພາບ​ກັນ, ຊີ້​ນຳ​ໂດຍ​ແບ່ງ​ເປັນ​ປະ​ເພດ​ແລະປະ​ຕິ​ບັດ​ນະ​ໂຍ​ບາຍ​ໂດຍ​ແບ່ງ​ເປັນ​ເຂດ, ​ພະ​ຍາ​ຍາມບັນ​ລຸ​ໜ້າ​ທີ່​ເປົ້າ​ໝາຍ​ແຫ່ງ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ປີ​ນີ້.

 

ຄຳ​ເຫັນ

0