李敏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຜູ້​ເປັນ​ພະ​ຍາດ​ອັກ​ເສບ​ປອດ​ໄວ​ຣັ​ສ​ໂຄ​ໂຣ​ນາ​ສາຍ​ພັນ​ໃໝ່​ສັນ​ຊາດ​ປາ​ກີ​ສະ​ຖານ​ຄົນ​ໜຶ່ງ ປົວ​ໃຫ້​ເຊົາ​ຢູ່​ນະ​ຄອນກວາງ​ໂຈ່ວ​ແລະ​ອອກ​ໂຮງ​ໝໍ​ແລ້ວ

2020-02-14 11:17:12 cri

ວັນ​ທີ 12 ກຸມ​ພາ​ນີ້, ຜູ້​ເປັນ​ພະ​ຍາດ​ອັກ​ເສບ​ປອດ​ໄວ​ຣັ​ສ​ໂຄ​ໂຣ​ນາ​ສາຍ​ພັນ​ໃໝ່​ສັນ​ຊາດ​ປາ​ກີ​ສະ​ຖານ​ຄົນ​ໜຶ່ງ ປົວ​ໃຫ້​ເຊົາ​ຢູ່​ນະ​ຄອນກວາງ​ໂຈ່ວ​ແລະ​ອອກ​ໂຮງ​ໝໍ​ແລ້ວ. ຕອນ​ເຊົ້າ​ມື້​ດຽວ​ກັນ, ​ຜູ້​ຮັບ​ຜິດ​ຊອບ​ທີ່​ກ່ຽວ​ຂ້ອງ​ຂອງ ​ຫ້ອງ​ການວຽກ​ງານ​ການ​ຕ່າງ​ປະ​ເທດແຂວາງກວາງ​ຕຸ້ງ, ຄະ​ນະ​ກຳ​ມະ​ການ​ສາ​ທາ​ລະ​ນະ​ສຸກ​ແລະ​ສຸ​ຂະ​ພາບແຂວາງກວາງ​ຕຸ້ງ​ ພ້ອມ​ດ້ວຍ​ເຈົ້າ​ໜ້າ​ທີ່​ກົງ​​ສຸນ​ໃຫຍ່​ປາ​ກີ​ສະ​ຖານ​ປ​ະ​ຈຳ​ນະ​ຄອນ​ກວາງ​ຕຸ້ງ ໄປ​ຢື້​ຢາມ​ຖາມ​ຂ່າວ​ຢູ່​ໂຮງ​ໝໍ.

ຜູ້​ເປັນ​ພະ​ຍາດ​ສັນ​ຊາດ​ປາ​ກີ​ສະ​ຖານ​ຄົນ​ນີ້ ແມ່ນ​ນັກ​ສຶກ​ສາ​ທີ່​ກຳ​ລັງ​ຮຽນ​ຢູ່​ຈີນ, ລາວ​ໄດ້​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ເທື່ອ​ແລ້ວ​ເທື່ອ​ອີກ ຕໍ່​ຄວາມ​ເອົາ​ໃຈ​ໃສ່​ຂອງ​ຝ່າຍ​ຈີນ ແລະ​ການ​ປິ່ນ​ປົວ​ ​ການ​ເບິ່ງ​ແຍງ​ຢ່າງ​ລະ​ອຽດຂອງ​ພະ​ນັກ​ງານ​ການ​ແພດ. ລາວ​ເວົ້າ​ວ່າ: ໝູ່​ເພື່ອນ​ຂ້ອຍ, ໝູ່​ຮ່ວມ​ຮຽນ​ຂ້ອຍ ແລະ​​ຍາດ​ຕິພີ່​ນ້ອງ​ຂອງ​ຂ້ອຍຮູ້​ວ່າ​ ​ຂ້ອຍ​ຢູ່​ນີ້​​ດີ​ຫຼາຍ, ພວກ​ເພິ່ນ​ລ້ວນ​ແຕ່​ໄວ້​ໃຈ​ຫຼາຍ! ຂອບ​ໃຈ​ນຳ​ທຸກ​ຄົນ​ຢູ່​ນີ້, ພວກ​ເຮົາ​ຮັກ​ຈີນ, ຮັກ​ອູ​ຮັ້ນ, ກໍ່​ຮັກ​ນະ​ຄອນກວາງ​ໂຈ່ວ, ເມື່ອ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ຢູ່ເມືອງ​ອູ​ຮັ້ນ​ສິ້ນ​ສຸດ​ລົງ​ແລ້ວ, ຂ້ອຍ​ຈະ​ກັບ​ໄປ​ເມືອງ​ອູ​ຮັ້ນ​ເພື່ອ​ສຶກ​ສາ​ຕໍ່.

ຄຳ​ເຫັນ

0