尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນຈະພະຍາຍາມບັນລຸເປົ້າໝາຍແຫ່ງການພັດທະນາໃນປີນີ້

2020-02-14 18:45:16 cri

图片默认标题_fororder_微信图片_20200214185300

    ວັນທີ 12 ກຸມພານີ້, ທ່ານ ສີຈິ້ນຜິງ ປະທານປະເທດຈີນໄດ້ເປັນປະທານຈັດກອງປະຊຸມຄະນະກຳມະການປະຈຳກົມການເມືອງສູນກາງພັກກອມມູນິດຈີນ ໂດຍໄດ້ກຳນົດວຽກງານການປ້ອງກັນແລະຄວບຄຸມການແຜ່ລະບາດຂອງພະຍາດອັກເສບປອດຈາກໄວຣັສໂຄໂຣນາສາຍພັນໃໝ່ ແລະ ການພັດທະນາເສດຖະກິດສັງຄົມ. ໃນ 19 ວັນຜ່ານມາ, ການນຳສູງສຸດຂອງຈີນໄດ້ຈັດກອງປະຊຸມເປັນຄັ້ງທີ 3 ໂດຍໄດ້ສົ່ງ​ຂ່າວ​ຄາວທີ່ສຳຄັນໃນສອງດ້ານຕໍ່​ພາຍ​ນອກ ຄື: ໜຶ່ງ, ສະພາບການແຜ່ລະບາດຂອງພະຍາດອັກເສບປອດຈາກໄວຣັສໂຄໂຣນາສາຍພັນໃໝ່ທີ່ມີທ່າອ່ຽງປ່ຽນແປງໄປໃນທິດທາງທີ່ດີ,ມາດຕະການປ້ອງກັນແລະຄວບຄຸມພະຍາດທີ່ຈີນໄດ້ຈັດຕັ້ງປະຕິບັດແມ່ນມີຄວາມຖືກຕ້ອງແມ່ນຢຳແລະມີປະສິດທິຜົນ; ສອງ,ຈີນຈະເຮັດວຽກປ້ອງກັນແລະຄວບຄຸມການແຜ່ລະບາດຂອງພະຍາດແລະການພັດທະນາເສດຖະກິດສັງຄົມດ້ວຍການປະສານສົມທົບກັນຢ່າງກົມກຽວ, ພະຍາຍາມຫຼຸດຜົນກະທົບຈາກພະຍາດໃຫ້ໜ້ອຍທີ່ສຸດ, ເພື່ອບັນລຸເປົ້າໝາຍແຫ່ງການພັດທະນາທຸກປະການໃນປີນີ້.
 

ຂ່າວດີແບບນີ້ໄດ້ເປັນການໃຫ້ກຳລັງໃຈແກ່ຄົນຈີນທັງປວງ, ທັງສາມາດສ້າງຄວາມໝັ້ນໃຈໃຫ້ແກ່ປະຊາຄົມໂລກເຊັ່ນກັນ. ຈີນແມ່ນກຸ່ມເສດຖະກິດໃຫຍ່ອັນດັບສອງຂອງໂລກ, ໃນຫຼາຍປີຜ່ານມາ, ອັດຕາການປະກອບສ່ວນຕໍ່ການເຕີບໂຕດ້ານເສດຖະກິດຂອງໂລກ ໂດຍສະເລ່ຍແມ່ນຢູ່ໃນລະດັບປະມານ 30%. ເມື່ອຈີນມີສະພາບການທີ່ດີ, ໂລກກໍ່ດີເຊັ່ນດຽວກັນ.

ຄຳ​ເຫັນ

0