曹琦

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເປີດເຜີຍແຜການສ້າງສາເຂດການຄ້າເສລີກວາງຊີ

2020-02-14 11:48:28 cri

ຫວ່າງ​ມໍ່ໆ​ນີ້, ອົງ​ການ​ປົກ​ຄອງ​ປະ​ຊາ​ຊົນ​ຂອງ​ເຂດ​ປົກ​ຄອງ​ຕົນ​ເອງ​ເຜົ່າ​ຈ້ວງກວາງ​ຊີ​ໄດ້​ເປີດ​ເຜີຍ “ແຜນ​ການ​​ສ້າງ​ສາ​ເຂດ​ທົດ​ລອງ​ການ​ຄ້າ​ເສ​ລີກວາງ​ຊີ​ຈີນ”, ເຂດ​ການ​ຄ້າ​ເສ​ລີກວາງ​ຊີ​ຈະ​ສ້າງ​ເປັນ​ເຂດ​ສວນ​ທົດ​ລອງ​ການ​ຄ້າ​ເສ​ລີ​ມາດ​ຕະ​ຖານ​ສູງ​​ແລະ​ມີຄຸນ​ນະ​ພາບ​ສູງ​ທີ່​ຊີ້​ນຳ​ການ​ຮ່ວມ​ມື​ເປີດ​ປະ​ຕູ​ສູ່​ພາຍນອກ​ຈີນ-ອາ​ຊຽນ.
  ເດືອນ​ສິງ​ຫາ​ປີ​ກາຍ​ນີ້, ຈີນ​ໄດ້​ຕັ້ງ​ເຂດ​ການ​ຄ້າ​ເສ​ລີ​ຢູ່​ເຂດ​ຊາຍ​ແດນ​ຄືກວາງ​ຊີ​ເປັນ​ຕົ້ນ, ​ເນື້ອ​ທີ່​ຂອງ​ເຂດ​ການ​ຄ້າ​ເສ​ລີກວາງ​ຊີ​ແມ່ນ 119.99 ຕາ​ລາງ​ກິ​ໂລ​ແມັດ, ລວມ​ທັງ 3 ​ເຂດ ​ຄື​ນານ​ນິງ, ທ່າ​ເຮືອ​ຊິ່ງ​ໂຈ່ວແລະ​ຊົງ​ຈົວ. ແຜນ​ການ​ກ່ຽວ​ຂ້ອ​ງ​ຂອງ​ລັດ​ຖະ​ບານ​ຮຽກ​ຮ້ອງກວາງ​ຊີ​ເສີມ​ຂະ​ຫຍາຍ​ທ່າ​ແຮງ​ພິ​ເສດ​ທີ່​ໃກ້​ຄຽງ​ປະ​ເທດ​ອາ​ຊຽນ​ທາງ​ບົກ​ແລະ​ທະ​ເລ, ອອກ​ແຮງ​ສ້າງ​ຊ່ອງ​ທາງ​ໃໝ່​ດ້ານການ​ຄ້າ​ທາງ​ບົກ​ແລະ​ທະ​ເລ​ສາ​ກົນ​ທີ່​ຫັນ​ໜ້າ​ໄປ​ສູ່​ອາ​ຊຽນ, ​ສ້າງ​ເປັນ​ປະ​ຕູ​ອັນ​ສຳ​ຄັນ​ທີ່​ເຊື່ອມ​​ຕໍ່​ກັບ “ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ”.

 

ຄຳ​ເຫັນ

0