曹琦

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຝຣັ່ງກ່າວວ່າ: ຫົວເຫວີຍຈະບໍ່ຖືກຈຳກັດຢູ່ນອກບໍລິສັດທີ່ສະໜອງອຸປະກອນເຄືອຂ່າຍ 5G ໃຫ້ຝຣັ່ງ

2020-02-14 11:47:45 cri

ວັນ​ທີ 13 ກຸ​ມ​ພາ​ນີ້, ໃນ​ເວ​ລາ​ໃຫ້​ສຳ​ພາດ​ຕໍ່​ສື່ມວນ​ຊົນ​ຝ​ຣັ່ງ, ທ່ານບ​ຣູ​ໂນ ເລີເມວ ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ເສດ​ຖະ​ກິດ​ແລະ​ການ​ເງິນ​ຝ​ຣັ່ງ​ກ່າວ​ວ່າ, ບໍ​ລິ​ສັດ​​ຫົວ​ເຫວີຍ​ຂອງ​ຈີນ​ຈະ​ບໍ່​ຖືກ​ຈຳ​ກັດ​ຢູ່​ນອກ​ບໍ​ລິ​ສັດ​ທີ່​ສະ​ໜອງ​ອຸ​ປະ​ກອນເຄືອ​ຂ່າຍ 5G ໃຫ້​ຝ​ຣັ່ງ, ແຕ່​ວ່າ​ຝ​ຣັ່ງ​ມີ “ການ​ຈຳ​ກັດ” ໃນ​ເວ​ລາ​ພັດ​ທະ​ນາ​ເຄືບ​ຂ່າຍ 5G ເພື່ອ​ປົກ​ປັກ​ຮັກ​ສາ “ຜົນ​ປະ​ໂຫຍດ​ອະທິ​ປະ​ໄຕ​ຂອງ​ຝ​ຣັ່ງ”.
   ທ່ານ​ເລີ​ເມ​ວ​ກ່າວ​ວ່າ, ການ​​ທີ່ຝ​ຣັ່ງ​ທີ່​ມັກ​ເລືອກ​ບໍ​ລິ​ສັດເອີ​ລົບ​ໃນ​ການ​ພັດ​ທະ​ນາ​ເຄືອ​ຂ່າຍ 5G ນັ້ນ​ແມ່ນ​ເລື່ອງ​ທີ່ເຂົ້າ​ໃຈ​ໄດ້, “ ແຕ່​ເບິ່ງ​ຈາກ​ເຕັກ​ນິກ​ແລະ​ລາ​ຄາ, ຖ້າ​​ຫົວ​ເຫວີຍ​ສະ​ໜອງ​ການ​ເລືອກ​ທີ່​ດີກວ່າ, ກໍ່​ສາ​ມາດ​ເຂົ້າ​ເຄືອ​ຂ່າ​ຍ 5G ຂອງ​ຝຣັ່ງໄດ້”.
   ໃນ​ຂະ​ນະ​ດຽວ​ກັນ, ທ່ານ​ກ່າວ​ວ່າ, ຝ​ຣັ່ງ​ຈະ “ ມີ​ການ​ຈຳ​ກັດ” ຢູ່​​ບາງຂົງ​ເຂດ​ທີ່​ໃກ້​​ກັບສິ່ງ​ກໍ່​ສ້າງ​ການ​ທະ​ຫານ, ນິວ​ເຄຼຍ​ເປັນ​ຕົ້ນ​ເພື່ອປົກ​ປັກ​ຮັ​ກ​ສາ “ຜົນ​ປະ​ໂຫຍດ​ອະ​ທິ​ປະ​ໄຕ” ຂອງ​ຝ​ຣັ່ງ, “ນີ້​ບໍ່​ໝາຍ​ຄວາ​ມ​ວ່າ​ມີ​ການ​ຈຳ​ແນກ​ດູ​ໝິ່ນ”.

 

ຄຳ​ເຫັນ

0