郑林

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ລີ​ຊຽນ​ລົງ​ຮຽກ​ຮ້ອງໃຫ້​ປະ​ຊາ​ຊົນ​ຈົ່ງ​ຮັກ​ສາ​ຄວາມ​ໃຈ​ເຢັນ,ເພາະ​ວ່າ​ຄວາມ​ຢ້ານ​ກົວ​ມີ​ຜົນ​ສະ​ທ້ອນ​ແຮງກວ່າ​ພະ​ຍາດ​ໄວ​ຣັດ

2020-02-15 11:24:20 cri

ຫວ່າງ​ມໍ່ໆ​ມານີ້,ທ່ານ​ລີ​ຊຽນ​ລົງ ນາ​ຍົກ​ລັດ​ຖະ​ມົນ​ຕີ​ສິງ​ກະ​ໂປ​ໄດ້​ກ່າວ​ປາ​ໄສ​ຜ່ານ​ທາງ​ໂທ​ລະ​ພາບ​ກ່ຽວ​ກັບ​ສະ​ພາບ​ພະ​ຍາດ​ອັກ​ເສບ​ປອດ​ໄວ​​ຣັ​ສ​ໂ​ຄ​ໂຣ​ນາ​ສາຍ​ພັນ​ໃໝ່ຢູ່​ສິງ​ກະ​ໂປ.

ທ່ານ​ກ່າວ​ວ່າ,ສະ​ພາບ​ພະ​ຍາດນີ້​ເປັນ​ການ​ທົດ​ສອບ​ຄວາມ​ເຕົ້າ​ໂຮມ​ແລະ​ຄວາມ​ອົດ​ທົນ​ຂອງ​ສັງ​ຄົມ,ຫວັງ​ວ່າ​ປະ​ຊາຊົນ​ສາ​ມາດ​ຮັກ​ສາ​ສະ​ພາບ​ຈິດໃຈ​ທີ່​ເປັນ​ປົກ​ກະ​ຕິ,ສືບ​ຕໍ່​ດຳ​ລົງ​ຊີ​ວິດຢ່າງ​ເປັນ​ປົກ​ກະ​ຕິ.

ໃນ​ຄຳ​ປາ​ໄສ ທ່ານ​ລີ​ຊຽນ​ລົງ​ກ່າວ​ວ່າ, ​ປັດ​ຈະ​ບັນ ອັດ​ຕາການ​ຕາຍ​ຍ້ອນ​ພະ​ຍາດ​ອັກ​ເສບ​ປອດ​ໄວ​ຣັ​ສ​ໂ​ຄ​ໂຣ​ນາ​ສາຍ​ພັນ​ໃໝ່​ໃນ​ປັດ​ຈຸ​ບັນ​ບໍ່​ສູງ​ປານ​ໃດ. ແຕ່​ຖ້າ​ວ່າຈຳ​ນວນ​ຄົນທີ່​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດດັ່ງ​ກ່າວນີ້​ສືບ​ຕໍ່​ເພີ່ມ​ຂຶ້ນ ແລະ​ສືບ​ຕໍ່​ໃຫ້​ຄົນ​ທີ່​ຖືກ​ສົງ​ໄສ​ເປັນ​ພະ​ຍາດ​ດັ່ງ​ກ່າວນີ້​ໃຫ້​ເຂົ້າ​ໂຮງ​ໝໍ​ເພື່ອ​ກັກ​ບໍ​ລິ​ເວນ, ໂຮງ​ໝໍ​ຂອງ​ສິງ​ກະ​ໂປ​ກໍ​ຈະ​ທົນ​ບໍ່​ໄຫວ, ສະ​ນັ້ນ​ລັດ​ຖະ​ບານ​ຈິ່ງ​ສົ່ງ​ເສີມ​ໃຫ້​ຄົນ​ທີ່​ມີ​ອາ​ການ​ພະ​ຍາດ​ເບົາ​ໄປ​ຫາ​ໝໍ​ສ່ວນ​ຕົວ​ແລະ​ພັກ​ຜ່ອນ​ໃນ​ເຮືອນ,ຜູ້​ເຖົ້າ​ຜູ້​ແກ່,ເດັກ​ນ້ອຍ​ພ້ອມ​ກັບ​ຄົນ​ທີ່​ມີ​ພະ​ຍາດ​ອື່ນໆ​ພ້ອມນັ້ນ​ຄວນ​ສົ່ງ​ເຂົ້າ​ປິ່ນ​ປົວ​ໃນ​ໂຮງ​ໝໍ,ເພື່ອ​ເຕົ້າ​ໂຮມ​ຊັບ​ພະ​ຍາ​ກອນ​ການ​ປິ່​ນ​ປົວ​.

ມາ​ຮອດ​ວັນ​ທີ13ກຸມ​ພານີ້,ຢູ່​ສິງ​ກະ​ໂປ​ໄດ້​ມີ​ຄົນ​ເປັນ​ພະ​ຍາດ​ອັກ​ເສບ​ປອດໄວຣັ​ສ​ໂ​ຄ​ໂຣ​ນາ​ສາຍ​ພັນ​ໃໝ່58ກໍ​ລະ​ນີ,ຈຳ​ນວນ​ຄົນ​ທີ່​ຕິດ​ເຊື້ອ​ພະ​ຍາດ​ໃນ​ປະ​ເທດ​ເອງ​ໄດ້​ກວມເຖິງ60%.

ຄຳ​ເຫັນ

0