吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານບາ​ສ໌ ປະ​ທານ​ຄະ​ນະ​ກຳ​ມະ​ການ​ໂອ​ລິມ​ປິກ​ສາ​ກົນ​ຈະ​ຢາມນະ​ຄອນ​ຮິ​ໂລ​ຊິ​ມະ​ໃນ​ເດືອນ​ພຶດ​ສະ​ພາ

2020-02-15 11:02:20 CRI

    ວັນ​ທີ 14 ກຸມ​ພາ​ນີ້, ຄະ​ນະ​​ກຳ​ມະ​ການໂອ​ລິມ​ປິກ​ສາ​ກົນ​ເຜີຍ​ໃຫ້​ຮູ້​ວ່າ, ທ່ານ​ໂດ​ມາ​ສ ​ບາ​ສ໌ ປະ​ທານ​ຄະ​ນະ​​ກຳ​ມະ​ການໂອ​ລິ​ມ​ປິກ​ສາ​ກົນ​ຈະ​ຢ້ຽມ​​ຢາມ​ນະ​ຄອນ​ຣິ​ໂລ​ຊິ​ມະ​ປະ​ເທດ​ຍີ່​ປຸ່ນ​ໃນ​ວັນ​ທີ 18 ພຶດ​ສະ​ພາ ເພື່ອ​ເຂົ້າ​ຮ່ວມ​ກິດ​ຈະ​ກຳແລ່ນ​ຕໍ່​ທວນ​ໄຟ ແລະ​ ເຂົ້າ​ຊົມຫໍ​ລະ​ນຶກ​ສັນ​ພິ​ພາບ.
    ​ກິດ​ຈະ​ກຳ​ແລ່ນ​​ຕໍ່ທວນ​ໄຟ​ໂອ​ລິມ​ປິກ​ຈະ​ຈັດ​ຂຶ້ນ​ຢູ່​ຮິ​ໂລ​ຊິ​ມະ​ໃນ​ວັນ​ທີ 18 ພຶດ​ສະ​ພາປີ​ນີ້, ທວນ​ໄຟ​ຈະ​ຖືກ​ສົ່ງ​ຮອດ​ໃຈ​ກາງ​ນະ​ຄອນ​ຮິ​ໂລ​ຊິ​ມະ​ໃນ​ຕອນ​ຄ່ຳ​ມື້​ນັ້ນ ແລະ ຈະ​ຈັດ​ກິດ​ຈະ​ກຳ​ສະ​ຫຼອງ​ຢູ່​ຫັ້ນ.
     ທ່ານ​ໂມ​ລິ ໂຢ​ຊິ​ໂລ ປະ​ທານ​ຄະ​ນະ​ຈັດ​ຕັ້ງ​​ງານ​ກິ​ລາໂອ​ລິມ​ປິກ​ໂຕ​ກຽວ​ກໍ່​ກ່າວ​ວ່າ, ປະ​ຊາ​ຊົນ​ໂຕ​ກຽວ​ພວມ​ຄອງ​ຄອຍ​ການ​ຢ້ຽມ​ຢາມ​ຂອງ​ທ່ານ​ບາ​ສ໌​ຢ່າງ​ກະ​ຕື​ລື​ລົ້ນ.
    ທ່ານ​ໂຢ​ຊິ​ໂລ ໃນ​ຖາ​ນະ​ທີ່​ເປັນ​ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຍີ່​ປຸ່ນ​ກ່າວ​ວ່າ: “ພວກ​ເຮົາ​ຈະ​ສະ​ໜອງ​ການ​ສະ​ໜັບ​ສະ​ໜູນ​ທັງ​ທຸກ​ຢ່າງ​ເພື່ອ​ການ​ຢ້ຽມ​ຢາມ​ຂອງ​ເພີ່ນ.”

ຄຳ​ເຫັນ

0