曹琦

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສະຫະພາບເອີລົບກ່າວວ່າບໍ່ຕ້ອງຫ້າມນັກທ່ອງທ່ຽວຈີນເຂົ້າເຂດເຊັນເກັນ

2020-02-15 11:40:19 cri

ວັນ​ທີ 14 ກຸມ​ພາ​ນີ້, ທ່ານ​ເກີງ​ສວງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ, ຝ່າຍ​ຈີນ​ຊົມ​ເຊີຍ​ຂໍ້​ສະ​ຫຼຸບ​ຂອງກອງ​ປະ​ຊຸມ​ສຸກ​ເສີນ​ຂອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ສະ​ຫະ​ພາບ​ເອີ​ລົ​ບ​ກ່ຽວ​ກັບ​ບໍ່​ຕ້ອງ​ຫ້າມ​ນັກ​ທ່ອງ​ທ່ຽວ​ຈີນ​ເຂົ້າ​ເຂດ​ເຊັນ​ເກັນ.
   ວັນ​ທີ 13 ກຸມ​ພາ​ນີ້, ກອງ​ປ​ະ​ຊຸມ​ສຸກ​ເສີນ​​ຂອງລັດ​ຖະ​ມົ​ນ​ຕີ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ສະ​ຫະ​ພາບ​ເອີ​ລົບ​ເຫັນ​ດີ​ເພີ່ມ​ທະ​ວີ​ການ​ກະ​ກຽມ​ແລະ​ດຳ​ເນີນ​ການ​ເຄື່ອນ​ໄຫວ​ປະ​ສານ​ງານ, ​ເພື່ອປ້ອງ​ກັນ​ບໍ່​ໃຫ້​ພະ​ຍາດ​ແຜ່​ລະ​ບາດ​ຕື່ມ​ອີກ​ຢູ່​ເອີ​ລົບ. ທ່ານ​ສ​ະເຕ​ລາ ກີ​ເຣຍ​ກີ​ເດັ​ສ ​ກຳມະ​ການ​ສາ​ທາ​ລະ​ນະ​ສຸກ​ແລະ​ຄວາມ​ປອດ​ໄພ​​ອາ​ຫານ​ຂອງ​ຄະ​ນະ​ກຳ​ມະ​ການ​ສະ​ຫະ​ພາ​ບ​ເອີ​ລົບ​ກ່າວ​ວ່າ, ສະ​ພາບ​ໃນ​ປັດ​ຈຸ​ບັນ​ບໍ່​ຕ້ອງ​ຫ້າມ​ນັກ​ທ່ອງ​ທ່ຽວ​ຈີນ​ເຂົ້າ​ເຂດ​ເຊັນ​ເ​ກັນ​ທີ່ຍົກ​ເວັ້ນ​ວິ​ຊາ, ຄວນ​ມີ​ທ່າ​ທີ​ຕັ້ງ​ໜ້າ​ຕໍ່​ມາດ​ຕະ​ການ​ປ້ອງ​ກັນ​ຄວບ​ຄຸມ​ທີ່​ສະ​ມາ​ຊິກ​ປະ​ເທດ​ສະ​ຫະ​ພາບ​ເອີ​ລົບ​ແລະ​ຈີນ​ນຳ​ໃຊ້.
   ທ່ານ​ເກີ​ງ​ສວງ​ກ່າວ​ວ່າ, ພາຍ​ຫຼັງ​ພະ​ຍາດ​ເກີ​ດ​ຂຶ້ນ​ເປັນ​ຕົ້​ນ​ມາ, ສອງ​ຝ່າຍ​ຈີນ​ກັບ​ສະ​ຫະ​ພາບ​ເອີ​ລົບ​ໄດ້​ຮັກ​ສາ​ການ​ຕິດ​ຕໍ່​ພົວ​ພັນ​ກັນ​ແລະ​ຮ່ວມ​ມື​ກັນ​ຢ່າ​ງ​ສະ​ໜິດ​ແໜ້ນ​ຕະ​ຫຼອດ​ມາ, ຝ່າຍ​ຈີນ​ຂໍ​ຂອບ​ໃຈ​ຢ່າງ​ຈິງ​ໃຈ​ຕໍ່​ການ​ສະ​ໜັບ​ສະ​ໜູນ​ແລະ​ການ​ຊ່ອຍ​ເຫຼືອ​​ຈາກ​ສະ​ຫະ​ພາບ​ເອີ​ລົບ​ແລະ​ປະ​ເທດ​ສະ​ມາ​ຊິກຕໍ່​ການ​ປ້ອງ​ກັນ​ພະ​ຍາດ​ຂອງ​ຈີນ. ຝ່າຍ​​ຈີນ​ຈະ​ສືບ​ຕໍ່​​ມີທ່າ​ທີ​ທີ່​ເປີດ​ເຜີຍ, ປອດ​ໂປ່ງ​ແລະ​ຫາບ​ແບກ​ໜ້າ​ທີ່​ຮັບ​ຜິດ​ຊອບ, ເພີ່ມ​ທະ​ວີ​ການ​​ແລ​ກ​ປ່ຽນ​ກັບ​ອົງ​ການ WHO ແລະ​ປະ​ຊາ​ຄົມ​ໂລກ, ຮ່ວມ​ມື​ຮັບ​ມືກັບ​ພະ​ຍາດ, ​ເພື່ອໄດ້​​ຮັບໄຊ​ຊະ​ນະໂດຍ​ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້.​

ຄຳ​ເຫັນ

0