李敏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ວ່າ: ປັບ​ປຸງ​ໂຄງ​ປະ​ກອບແລະກົນ​ໄກ​ປ້ອງ​ກັນ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ພະ​ຍາດ​​ໃຫ້​ສົມ​ບູນ

2020-02-15 11:41:48 cri

ວັນ​ທີ 14 ກຸມ​ພາ​ນີ້, ທ່ານ​ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ໄດ້​ເປັນ​ປະ​ທານ​ຈັດ​ກອງ​ປະ​ຊຸ​ມ​ຄັ້ງ​ທີ 12 ຂອງ​ຄະ​ນະ​ກຳ​ມະ​ການ​ລົງ​ເລິກການ​ປະ​ຕິ​ຮູບ​ຮອບ​ດ້ານ​ສູນ​ກາງ​ຈີນ, ໂດຍ​ກ່າວ​ເນັ້ນ​ວ່າ, ການ​ຕ້ານ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ອັກ​ເສບ​ປອດ​ຈາກ​ເຊື້ອ​ຈຸ​ລະ​ໂລກ​ສາຍ​ພັນ​ໃໝ່​ຄັ້ງ​ນີ້ ແມ່ນ​ການ​ທົດ​ສອບ​ຄັ້ງ​ໃຫຍ່​ຕໍ່​ລະ​ບົບ​ແລະ​ຄວາມ​ສາ​ມາດ​ໃນ​ດ້ານ​ການ​ບໍ​ລິ​ຫານ​ຂອງ​ລັດ​ຖະ​ບານ​ຈີນ, ໂດຍ​ແນ​ໃສ່​ຂໍ້​ຂາດ​ຕົກ​ບົກ​ຜ່ອງ​ທີ່​​ເຜີຍ​ອອກ​ໃນ​ເທື່ອ​ນີ້, ຕ້ອງ​ປັບ​ປຸງ​ໂຄງ​ປະ​ກອບ​ແລະກົນ​ໄກ​ປ້ອງ​ກັນ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ພະ​ຍາດ​ຮ້າຍ​ແຮງ​ຂອງ​ຈີນ​ໃຫ້​ສົມ​ບູນ, ບູ​ລະ​ນະ​ລະ​ບົບ​ຄຸ້ມ​ຄອງ​ຮັບ​ມື​ສະ​ພາບ​ສຸກ​ເສີນ​ສາ​ທາ​ລະ​ນະ​ສຸກ​ແຫ່ງ​ລັດ​ໃຫ້​ສົມ​ບູນ, ຍົກ​ສູງ​ຄວາມ​ສາ​ມາດ​ໃນ​ການ​ຮັບ​ມື​ກັບ​ເຫດ​ການ​ສາ​ທາ​ລະ​ນະ​ສຸກ​ໃຫຍ່​ຫຼວງ​ທີ່​ເກີດ​ກະ​ທັນ​ຫັນ.

ທ່ານ​ສີ​ຈິ້ນ​ຜິງ​ສະ​ເໜີ​ວ່າ, ຕ້ອງ​ປະ​ຕິ​ຮູບ​ລະ​ບົບ​ປ້ອງ​ກັນ​ຄວບ​ຄຸມ​ພະ​ຍາດ​ໃຫ້​ສົມ​ບູນ, ​ປັບ​ປຸງກົນ​ໄກ​ປະ​ສານ​ງານ​​ໃນ​ການ​ຄົ້ນ​ຄວ້າ​ວິ​ນິດ​ໄສ, ການ​ປະ​ເມີນ, ການ​ວາງ​ນະ​ໂຍ​ບາຍ​ແລະ​ການ​ປ້ອງ​ກັນ​ຄວບ​ຄຸມ​ ຕໍ່​ຄວາມ​ສ່ຽງ​ໃຫຍ່​ດ້ານ​ສາ​ທາ​ລະ​ນະ​ສຸກ​ໃຫ້​ສົມ​ບູນ. ຕ້ອງ​ດຳ​ເນີນ​ການ​ປະ​ຕິ​ຮູບ​ຕໍ່​ລະ​ບົບ​ປ້ອງ​ກັນ​ຄວບ​ຄຸມ​ແລະ​ປິ່ນ​ປົວ​ ​ພະ​ຍາດ​ຮ້າຍ​ແຮງ, ສ້າງ​ກົນ​ໄກ​ຮັບ​ມື​ສະ​ພາບ​ສຸກ​ເສີນ​ດ້ານ​ການ​ແຜ່​ລະ​ບາດ​ພະ​ຍາດ​ຮ້າຍ​ແຮງ​ໃຫ້​ສົມ​ບູນ, ສ້າງ​ລະ​ບົບ​ຊີ້​ນຳ​ນຳ​ພາ​ທີ່​​ໂຮມ​ສູນເປັນ​ເອ​ກະ​ພາບ​ກັນ​ແລະ​ມີ​ປະ​ສິ​ທິ​ພາບ​ສູງ. ຕ້ອງ​ສ້າງ​ລະ​ບອບ​ປະ​ກັນ​ໄພ​ດ້ານ​ການ​ປິ່ວ​ປົວ​ແລະ​​ຊ່ວຍ​ເຫຼືອ​ພະ​ຍາດ​ຮ້າຍ​ແຮງ​ໃຫ້​ສົມ​ບູນ, ສ້າງ​ກົນ​ໄກ​ປິ່ນ​ປົວ​ແລະ​ຊ່ວຍ​ເຫຼືອ​ແບບ​ສຸກ​ເສີນ​ໃຫ້​ສົມ​ບູນ, ໃນ​ເວ​ລາ​ເກີດ​ສະ​ພາບ​ສຸກ​ເສີນ ຄື​ເກີດ​ພະ​ຍາດລະ​ບາດ​ຢ່າງກະ​ທັນ​ຫັນ, ຮັບ​ປະ​ກັນ​ໃຫ້​ອົງ​ການ​ປິ່ວ​ປົວ ປົວ​ຄົນ​ເຈັບ​ກ່ອນ ແລ້ວ​ຈຶ່ງ​ເກັບ​ຄ່າ.

ຄຳ​ເຫັນ

0