黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

“ເຄື່ອງບົ່ມ​ເພາະຄຳຫຼອກລວງທີ່​ເລັງໃສ່​ຈີນແມ່ນເກີດ​ຈາກ​ໃສ?

2020-02-15 15:24:58 cri

ຫວ່າງ​ມໍ່ໆ​ມ​າ​ນີ້, “ໜັງ​ສື​ພິມ​ນິວຢອກ​ທາມ​ສ໌” ຂອງ​ສະຫະລັດ​ອາ​ເມ​ຣິ​ກາ​ໄດ້​ພິມ​ບົດ​ຄວາມ ໂດຍ​ໄດ້​ອ້າງຕາມ​ຄຳ​ເວົ້າ​ຂອງ​ທ່ານ​ປີ​ເຕີ ນາ​ວາ​ໂຣ ປະ​ທານ​ຄະ​ນະ​ກຳ​ມາ​ທິ​ການ​ການ​ຄ້າ​ແຫ່​ງ​ຊາດ ນັກການເມືອງຫົວຮຸນແຮງອາ​ເມ​ຣິ​ກາ​ມາ​ລາຍ​ງານ​ ແລະ ເອີ້ນ​ຈີນ​ເປັນ “ຕູ້​ເພາະເຊື້ອພະຍາດ”. ແຕ່ວ່າ, ປີ 2009, ໄຂ້​ຫວັດ​ໃຫຍ່ H1N1 ໄດ້​ແຜ່​ລະ​ບາດ​ຢູ່​ອາ​ເມ​ຣິ​ກາ, ສົ່ງຜົນເຮັດ​ໃຫ້​ທົ່ວ​ໂລກ​ມີ 60 ກວ່າ​ລ້ານ​ຄົນ​ຕິດ​ເຊື້ອ​ພະ​ຍາດ ແລະ ມີ​ຜູ້​ເສຍ​ຊີ​ວິດ 3 ແສນກວ່າ​ຄົນ; ນັບ​ແຕ່​ປີ​ 2019 ​ເປັນ​ຕົ້ນ​ມາ, ອາ​ເມ​ຣິ​ກາ​ຢ່າງ​ໜ້ອຍ​ມີ 22 ລ້ານກວ່າ​ຄົນ​ເປັນ​​ໄຂ້​ຫ​ວັດ​ໃຫຍ່ປະ​ເພດ B ແລະ ມີ​ຜູ້​ເສຍ​ຊີ​ວິດ 12.000 ຄົນ. ບໍ່​ວ່າ​ຈະ​ສັງ​ເກດ​ຈາກ​ຂອບ​ເຂດ​ການແຜ່​ລະ​ບາດ​ຂອງ​ພະ​ຍາດ ຫຼື​ວ່າ​ຈຳນວນຜູ້​ເສຍ​ຊີ​ວິດ, ພະ​ຍາດ​ທີ່​ແຜ່​ລະ​ບາດ​ຢູ່​ອາ​ເມ​ຣິ​ກາ​ລ້ວນ​ແຕ່​ແມ່ນ​ໜັກ​ໜ່ວງກວ່າ​ສະ​ພາບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ອັກ​ເສບ​ປອດ​ຈາກ​ເຊື້ອ​ຈຸ​ລະ​ໂລກ​ສາຍ​ພັນ​ໃໝ່​ໃນ​ປັດ​ຈຸ​ບັນ. ຖ້າ​ອີງ​ຕາມ​ຄວາມ​ຄິດ​ຂອງ​ນັກ​ການ​ເມືອງ​ແລະ​ສື່ມວນ​ຊົນ​ຈຳ​ນວ​ນ​ໜຶ່ງ​ຂອງ​ອາ​ເມ​ຣິ​ກາ​ແລ້ວ, ອາ​ເມ​ຣິ​ກາ​ຈິ່ງສົມຊື່​ເປັນ “ຕູ້​​ເພາະເຊື້ອ​ພະ​ຍາດ” ນັ້ນ​ເອງ.
ທີ່​ຈິງ​ແລ້ວ, ນັບ​ແຕ່​​ເຊື່ອພະ​ຍາດ​ອັກ​ເສບ​ປອດ​ສາຍ​ພັນ​ໃໝ່​ເລີ່ມ​ແຜ່​ລະ​ບາດ​ເປັນ​ຕົ້ນ​ມາ, ໜັງ​ສື​ພິມ​ “ນິວຢອ​ກ​ທາມ​ສ໌” ໄດ້​ວິຈານ​ດ້ວຍ​ຄຳ​ເວົ້າທີ່​ບໍ່​ສ້າງສັນ​ຕໍ່​ຄວາມ​ພະ​ຍາ​ຍາມ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ຂອງ​ລັດ​ຖະ​ບານ​ຈີນມາຫຼາຍ​ຄັ້ງ​ແລ້ວ. ຈົນ​ວ່າ​ພັນ​ລະ​ຍາ​ຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ສິງ​ກະ​ໂປ​ກໍ​ທົນ​ບໍ່​ໄຫວ​ຕໍ່​ເລື່ອງ​ນີ້ ​ແລະ​ໄດ້​ລົງ​ຄວາມ​ເຫັນ​ໃສ່​ສື່​ສັງ​ຄົມ​ອ​ອນ​ລາຍ​ຫວ່າງ​ມໍ່ໆ​ມາ​ນີ້​ ​ໂດຍ​ຊັກ​ຖາມວ່າ: “​ຄັນຊັ້ນ, ໄຂ້​ຫວັດ​ໃຫຍ່​ປະ​ເພດ B ທີ່​ເກີດ​ຂຶ້ນ​ຢູ່​ອາ​ເມ​ຣິ​ກາ​ໄດ້​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ​ຢ່າງຫຼວງຫຼາຍນັ້ນ ແມ່ນ​​ໄດ້​ເປີດ​ເຜີຍ​​ເລື່ອງ​ຫຍັງອອກ​ມາບໍ?”

ຫວ່າງ​ມໍ່ໆ​ມາ​ນີ້, ທ່ານ​ເຕ​ໂດ​ຣ​ສ ອັດ​ຮາ​ໂນມ ເກ​ເບ​ຣ​ເຢ​ຊູ​ສ ຜູ້​ອຳ​ນວຍ​ການ​ໃຫຍ່​ອົງ​ການ​ອະ​ນາ​ໄມ​ໂລກ​ໄດ້​ຕີ​ລາ​ຄາ​ວ່າ: ຄວາ​ມ​ພະ​ຍາ​ຍາມ ແລະ ໝາກ​ຜົນທີ່​ຈີນ​ໄດ້​ຮັບ​ໃນ​ການ​ປ້ອງ​ກັນ​ແລ​ະ​ຄວບ​ຄຸມ​ພະ​ຍາດ​ອັກ​ເສບ​ປອດ​ສາຍ​ພັນ​ໃໝ່​​​ໃນຄັ້ງ​ນີ້ ໄດ້​ເປັນ​ການ​ສ້າງມາດ​ຕະ​ຖານ​ໃໝ່​ໃນ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ການ​ແຜ່​ລະບາດ​ຂອງພະ​ຍາດ​ຂອງ​​ໂລກ. ທ່ານ​ຍັງ​ໄດ້​ນຳ​ເອົາ​ຄຳ​ເວົ້າ​ຂອງ​ຜູ້​ຕາງ​ໜ້າ​ອັງ​ກິດ​ທ່ານ​ໜຶ່ງ​ມາ​ເວົ້າ​ວ່າ: “ການ​ປິດ​​ເມືອງ” ຂອງ​ນະ​ຄອນ​ອູ​ຮັ້ນ​ເປັນ​ການ​ກະທຳ​ດັ່ງວິ​ລະ​ຊົນ ເຊິ່ງ​ໄດ້​ເຮັດ​ໃຫ້​ແຫ່ງ​ອື່ນໆ​ຂອງ​ໂລກ​ປອດ​ໄພ​ກວ່າ​ເກົ່າ.

ຊາວ​ອາ​ເມ​ຣິ​ກາ​ຈຳ​ນ​ວນ​ໜຶ່ງ​ໄດ້​ກ່າວ​ຖ້ອຍ​ຄຳ​ທີ່​ເປັນ​ການ​ທຳລາຍ​ບົດບາດ​ຊື່​ສຽງ​ຂອງ​ຈີນ​ເລື້ອຍໆ ມັນ​ພຽງ​ແຕ່ຈະ​ເຮັດ​ໃຫ້​ຄົນ​ທັງຫຼາຍ​​ໄດ້ມອງ​ເຫັນຢ່າງ​ຈະ​ແຈ້ງ​ວ່າ: ຄົນ​ພວກ​ນີ້​ບໍ່​ໄດ້​ສົນ​ໃຈ​ຕໍ່​ຄວາມ​ປອດ​ໄພ​ດ້ານ​ຊີ​ວິດ​ແລະ​ສຸ​ຂະ​ພາບ​ຂອງ​ປະ​ຊາ​ຊົນ​ທົ່ວ​ໂລກ, ຫາກ​ແມ່ນ​ສົນ​ໃຈ​ແຕ່​ຜົນ​ປະ​ໂຫຍດ​ສ່ວນ​ຕົວຂອງ​ເຂົາ​ເຈົ້າ​ເອງ​ເທົ່າ​ນັ້ນ; ເຂົາ​ເຈົ້າ​ໄດ້​ປ່ອຍ​ຂ່າວ​ລື ແລະ ນິນທາ​ຜູ້​ອື່ນ, ​ແມ່ນເປັນ​ໄພ​ຂົ່ມ​ຂູ່​ຕໍ່​ສາ​ທາ​ລະ​ນະ​ສຸກ​ທົ່ວ​ໂລກ; ເຂົາ​ເຈົ້າ​ໄດ້​ຍຶດ​ຖື​ລັດ​ທິ​ຊາດ​ນິ​ຍົມ ແລະ ລັດ​ທິ​ຈຳ​ແນ​ກ​ເຊື້ອ​ຊາດຜິວ​ພັນ, ເຂົາ​ເຈົ້າ​ຈິ່ງ​ແມ່ນ “ເຄື່ອງບົ່ມ​ເພາະຄຳຫຼອກລວງ​ແລະຂ່າວ​ລື” ທີ່​ສົມຊື່​ທີ່​ສຸດ.

ເຊື້ອ​ພະ​ຍາດ​ບໍ່​ມີ​ຊາຍ​ແດນ. ໃນ​ຍຸກ​ແຫ່ງ​ໂລ​ກາ​ພິ​ວັດ, ຈີນສາມາດ​ເອົາ​ຊະ​ນະ​​ໃນ​ບັ້ນ​ຕ້ານ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໄດ້​ໄວ​ປານ​ໃດ, ການ​ໄປ​ມາ​ຫາ​ສູ່​ກັນ​ທາງ​ເສດ​ຖະ​ກິດ​ການ​ຄ້າ, ການ​ທ່ອງ​ທ່ຽວ ແລະ ການ​ໄປ​ມາ​ຫາ​ສູ່​ກັນ​ລະຫວ່າງ​ປະຊາຊົນ​ໃນ​ທົ່ວ​ໂລກ​ກໍ​ຈະ​ສາ​ມາດ​​ຟື້ນ​ຟູ​ຄວາມເປັນ​ປົກ​ກະ​ຕິ​ໄດ້​ໄວ​ເທົ່າ​ນັ້ນ, ປະ​ເທດ​ຕ່າງໆ​ກໍ​ຈະ​ປະ​ສົບ​ຄວາມ​ເສຍ​ຫາຍ​ໜ້ອຍລົງ. ນີ້​ແມ່ນ​ຄວາມ​ຮັບ​ຮູ້​ທີ່​ເປັນ​ເອ​ກະ​ພາບ​ກັນ​ຂອງ​ຈີນ ກໍ​ຄື​ຂອງ​ໂລກ. ຈີນ​ຊະ​ນະ, ໂລກ​ກໍ​ຈະ​ຊະ​ນະ​ເຊັ່ນກັນ.

ຄຳ​ເຫັນ

0