曹琦

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານສີຈິ້ນຜິງກ່າວວ່າ ຈີນຕ້ອງຊຸກຍູ້ການສ້າງກົດໝາຍຄວາມປອດໄພຊີວະຊາດໂດຍໄວ

2020-02-15 11:41:35 cri

ວັນ​ທີ14 ກຸມ​ພາ​ນີ້, ທ່ານ​ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​​ຄະ​ນະ​ກຳ​ມະ​ການສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ກ່າວ​ເນັ້ນ​ວ່າ, ຈີນ​ຕ້ອງ​ຊຸກ​ຍູ້​ການ​ສ້າງກົດ​ໝາຍ​ວ່າ​ດ້ວຍ​ຄວາມ​ປອດ​ໄພ​ຊີ​ວະ​​​ຊາດ​ໂດຍ​ໄວ, ເລັ່ງ​ລັດ​ສ້າງ​ລະ​ບົບ​ກົດ​ໝາຍ​​ຂໍ້​ກຳ​ນົດ​​ແລະ​ລະ​ບົບ​ລະ​ບຽບ​ການ​ຮັບ​ປະ​ກັນ​ກ່ຽວ​ກັບ​ຄວາມ​ປອດ​ໄພ​ຊີ​ວະ​ຊາດແຫ່ງ​ຊາດ. ຕ້ອງ​ຈັດ​ເອົາ​ຄວາມ​ປອດ​ໄພ​ຊີ​ວະ​​ຊາດ​ເຂົ້າໃນ​ລະ​ບົບ​ຄວາມ​ປອດ​ໄພ​ແຫ່​ງ​ຊາດ, ຍົກ​ສູງ​ຄວາມ​ສາ​ມາດ​ຄຸ້​ມ​ຄອງ​ຄວາມ​ປອດ​ໄພ​ຊີ​ວະ​​ຊາດ​​ແຫ່ງ​ຊາດ​ຢ່າງ​ຮອ​ບ​ດ້ານ.
   ​ທ່ານ​ຍັງ​ກ່າວ​ເນັ້ນ​ວ່າ, ຈີນ​ຕ້ອງ​ເພີ່ມ​ທະ​ວີ​ແລະ​ບູ​ລະ​ນະ​ການ​ສ້າງ​​ກົດ​ໝາຍ​ຂໍ້​ກຳ​ນົດ​​ທີ່​ກ່ຽວ​ຂ້ອງ​ໃນ​ຂົງ​ເຂດ​ສາ​ທາ​ລະ​ນະ​ສຸກ, ຕັ້ງ​ໃຈ​ປະ​ເມີນ​ການ​ດັດ​ແກ້​ກົດ​ໝາຍ​ຕ່າງໆຄື​ກົດ​ໝາຍ​ວ່າ​ດ້ວຍ​ການ​ປ້ອງ​ກັນ​ຄວ​ບ​ຄຸມ​ພະ​ຍາດ​ຕິດ​ແປດ, ກົດ​ໝາຍ​ວ່າ​ດ້ວຍ​ການ​ອະ​ນຸ​ລັກ​ສັດ​ປ່າ​ເປັນ​ຕົ້ນ​ໃຫ້​ສົມ​ບູນ​ຂຶ້ນ.

 

ຄຳ​ເຫັນ

0