蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເສດ​ຖະ​ກິດ​ຈີນ​ຍັງ​ຄົງ​ຈະ​ຮັກ​ສາ​ຈັງ​ຫວະ​ການ​ເຕີບ​ໂຕ​ອ່າວ​ໄວ

2020-02-19 15:47:44 CRI

ຫວ່າງ​ມໍ່ໆ​ມາ​ນີ້, ທ່ານ​ຣົນ​ເນຍ ລິນ​ສ ຫົວ​ໜ້າ​ສູນ​ຄົ້ນ​ຄວ້າ​ບັນ​ຫາ​ຈີນ​ຂອງ​ບ​ຣາຊິນ​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ​ສະ​ຖາ​ນີ​ວິ​ທະ​ຍຸ​ໂທ​ລະ​ພາບ​ສູນ​ກາງ​ຈີນ ຫຼື CMG ວ່າ, ເຖິງວ່າ​ຈັງ​ຫວະ​ການ​ເຕີບ​ໂຕ​ຂອງ​ເສ​ດ​ຖະ​ກິດ​ຈີນ​ໃນ​ໄຕ​ມາດ​ທຳ​ອິດ​ປີ​ນີ້​ຈະ​ຊ້າ​ລົງ​ໜ້ອຍ​ໜຶ່ງ ຍ້ອນ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ອັກ​ເສບ​ປອດ​ສາຍ​ພັນ​ໃໝ່​ກໍ​ຕາມ, ແຕ່​ລັດ​ຖະ​ບານ​ຈີນ​ໄດ້​ວາງ​ມາດ​ຕະ​ການ​ຕ່າງໆ​ຢ່າງ​ທັນ​ການ ເຊິ່ງ​ໄດ້ຫຼຸດ​ຜົນ​ກະ​ທົບ​ຂອງ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ທີ່​ມີ​ຕໍ່​ເສດ​ຖະ​ກິດ​ໃຫ້​ໜ້ອ​ຍ​ລົງ. ທ່ານ​ເຫັນ​ວ່າ, ປີ 2020 ແລະ ຫຼາຍ​ປີ​ຂ້າງ​ໜ້າ​ນີ້, ເສດ​ຖະ​ກິດ​ຈີນ​ຍັງ​ຄົງ​ຈະ​ຮັກ​ສານ​ຈັງ​ຫວະ​ການ​ເຕີບ​ໂຕ​ປະ​ມານ 6%.

ທ່ານ​ລິນ​ສ​ກ່າວ​ຕື່ມ​ວ່າ, ປັດ​ຈຸ​ບັນ​ນີ້, ເສດ​ຖ​ະ​ກິດ​ມະ​ຫາ​ພາກ​ຂອງ​ຈີນ​ໄດ້​ຮັກ​ສາ​ທ່ວງ​ທ່າ​ພັດ​ທ​ະ​ນາ​ເປັນ​ຢ່າງ​ດີ​ໃນ​ຂັ້ນ​ພື້ນ​ຖານ, ລັດ​ຖະ​ບານ​ຈີນ​ໄດ້​ນຳ​ໃຊ້​ເຄື່ອງ​ມື​ແລະ​ນະ​ໂຍ​ບາຍ​ດ້ານ​ເງິນ​ຕາແລະ​ການ​ເງິນ ເພື່ອ​ຮັບ​ປະ​ກັນ​ການ​ຜະ​ລິດ ແລະ ຊ່ວຍ​ວິ​ສາ​ຫະ​ກິດ​ເອົາ​ຊະ​ນະ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ. ຄື, ໄດ້​ເພີ່ມ​ທະ​ວີ​ການ​ສະ​ໜັບ​ສະ​ໜູນ​ດ້ານ​ສິນ​ເຊື່ອ​ທະ​ນາ​ຄານ​ຕໍ່​ວິ​ສາ​ຫະ​ກິດ​ຂະ​ໜາດ​ນ້ອຍ, ປ່ອຍ​ເງິນ​ກູ້ດອກ​ເບ້ຍ​ຕ່ຳ​ໃຫ້​ແກ່​ວິ​ສາ​ຫະ​ກິດ​ໃຫຍ່​ໃນ​ຂະ​ແໜງ​ການ​ຕ່າງໆ, ໄດ້​ຍົກ​ເວັ້ນ​ອາ​ກອນ​ມູນ​ຄ່າ​ເພີ່ມ​ຕໍ່​​ຜູ້ໃຫ້​ການ​ບໍ​ລິ​ການ​ດ້ານ​ການ​ຂົນ​ສົ່ງ, ອາ​ຫານ​ການ​ກິນ ແລະ ເຄື່ອງ​ໃຊ້​ປະ​ຈຳ​ວັນ. ມາດ​ຕະ​ການ​ເຫຼົ່າ​ນີ້​ໄດ້ຫຼຸດ​ຜົນ​ກະ​ທົບ​ຂອງ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ທີ່​ມີ​ຕໍ່​ເສດ​ຖະ​ກິດ​ໃຫ້​ໜ້ອຍ​ລົງ ເຊິ່ງ​ປະ​ເທດ​ໃຫຍ່​ອື່ນໆ​​ເປັນ​ການ​ຍາກ​ຈະ​ສາ​ມາດເຮັດ​ໄດ້​ຄື​ຈີນ​ແບບ​ນີ້.

ຄຳ​ເຫັນ

0