尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເຢຍລະມັນບໍ່ໄດ້ພົບເຫັນຫຼັກຖານໃດທີ່ສາມາດຢືນຢັນວ່າຫົວເຫວີຍສືບຄວາມລັບ

2020-02-19 18:04:55 cri

ໂດຍແນໃສ່ກໍລະນີທີ່ອາເມຣິກາກ່າວຢ້ຳຫຼາຍເທື່ອໃນຫວ່າງມໍ່ໆມານີ້ວ່າບໍ່ລິສັດຫົວເຫວີຍອາດຈະດຳເນີນ “ການເຄື່ອນໄຫວສືບຄວາມລັບ” ໃນການກໍ່ສ້າງເຄືອຂ່າຍເຄື່ອນທີ່ທີ່ຕົນເຂົ້າຮ່ວມ,ຫວ່າງກ່ອນນີ້ບໍ່ດົນ, ສື່ມວນຊົນຕົ້ນຕໍຫຼາຍແຫ່ງຂອງເຢຍລະມັນໄດ້ອ້າງອີງຕາມຂໍ້ມູນທີ່ໄດ້ຮັບຈາກພາກສ່ວນຄວາມໝັ້ນຄົງຂອງເຢຍລະມັນມາລາຍງານໂດຍສະແດງໃຫ້ເຫັນວ່າ:ພາກສ່ວນຄວາມໝັ້ນຄົງຂອງເຢຍລະມັນບໍ່ໄດ້ພົບຫຼັກຖານອ້າງອີງທີ່ສາມາດໃຫ້ການຢືນຢັນຕໍ່ຄຳຮ້ອງຟ້ອງຂອງອາເມຣິກາແຕ່ຢ່າງໃດ.
 

ຕາມສື່ມວນຊົນເຢຍລະມັນລາຍງານວ່າ: ຜູ້ຕາງໜ້າລັດຖະບານເຢຍລະມັນຫຼາຍທ່ານໄດ້ສະແດງຄວາມລະແວງສົງໄສຢ່າງຮຸນແຮງຕໍ່ຄວາມເປັນຈິງຂອງການກ່າວຟ້ອງຂອງອາເມຣິກາໃນໄລຍະກອງປະຊຸມຄວາມໝັ້ນຄົງມີວນິກ. ພວກເຂົາເຫັນວ່າ:ຄຳຮ້ອງຟ້ອງຫຼ້າສຸດຂອງອາເມຣິກາຕໍ່ບໍລິສັດຫົວເຫວີຍຂອງຈີນບໍ່ສາມາດໄດ້ຮັບການຢັ້ງຢືນ,ເຈົ້າໜ້າທີ່ລະດັບສູງຂອງລັດຖະບານເຢຍລະມັນທ່ານໜຶ່ງແຮ່ງໄດ້ເວົ້າໂດຍກົງວ່ານີ້ແມ່ນ “ການໂຄສະນາຊວນເຊື່ອ” ຂອງອາເມຣິກາ.
 

ຂ່າວແຈ້ງວ່າ: ເຊີເວີທີ່ສຳຄັນທີ່ເວົ້າເຖິງໃນການປຶກສາຫາລືກ່ຽວກັບຄວາມໝັ້ນຄົງທີ່ກ່ຽວຂ້ອງກັບບໍລິສັດຫົວເຫວີຍນັ້ນໄດ້ຮັບການຕິດຕັ້ງໄວ້່ຢູ່ໃນສະພາບທີ່ມີຄວາມໝັ້ນຄົງລະດັບສູງ,ແລະເຕັກນິກທີ່ກ່ຽວພັນເຖິງທາງເຂົ້າຂໍ້ມູນຕົວເລກທີ່ກ່ຽວຂ້ອງບໍ່ແມ່ນຈີນເປັນຜູ້ຄົ້ນຄວ້າຜະລິດ,ຫາກແມ່ນບໍລິສັດ Utimaco ຂອງເຢຍລະມັນເປັນຜູ້ຜະລິດ.

ຄຳ​ເຫັນ

0