尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນໄດ້ແບກຫາບໜ້າທີ່ຮັບຜິດຊອບຂອງຕົນຕໍ່ສາກົນເຖິງວ່າປະເຊີນກັບເຊື້ອພະຍາດກໍຕາມ

2020-02-20 17:47:38 cri

ວັນທີ 20​ ກຸມພານີ້, ເມືອງອູຮ້ານທີ່ເປັນຕົ້ນກຳເນີດຂອງເຊື້ອພະຍາດອັກເສບປອດຈາກໄວຣັສໂຄໂຣນາສາຍພັນໃໝ່ໄດ້ປິດຊ່ອງທາງເຂົ້າອອກເມືອງເປັນເວລາ 29 ວັນແລ້ວ.
 

ເວົ້າສຳລັບເມືອງອູຮ້ານທີ່ເປັນເມືອງທີ່ມີປະຊາກອນຈຳນວນ 11 ລ້ານຄົນແຫ່ງນີ້ແລ້ວ, ການກະທຳ “ປິດຊ່ອງທາງເຂົ້າອອກເມືອງ” ເຄີຍຖືກວິພາກວິຈານຢ່າງຫຼວງຫຼາຍຈາກພາຍນອກ. ຕົວຢ່າງ:ໜັງສືພິມເດີກາດຽນ(The Guardian) ຂອງອັງກິດກໍ່ເຄີຍໄດ້ລົງພິມບົດຄວາມບົດໜຶ່ງໂດຍໄດ້ຂຽນດ້ວຍຄວາມລະແວງສົງໄສວ່າ: “ລັດຖະບານຈີນສາມາດປະຕິບັດການປິດຊ່ອງທາງເຂົ້າອອກເມືອງຕໍ່ປະຊາຊົນໃນເມືອງຫຼາຍລ້ານຄົນ,ເກືອບວ່າບໍ່ໄດ້ປະກາດແຈ້ງການລ່ວງໜ້າໃດໆ.ມີແຕ່ໃຊ້ຄຳສັບທີ່ວ່າ “ສະທ້ານຢ້ານກົວ” ຈຶ່ງສາມາດພັນລະນາເລື່ອງນີ້ໄດ້.” ທີ່ຈິງແລ້ວ,ການປິດຊ່ອງທາງເຂົ້າອອກເມືອງ,ພຽງແຕ່ແມ່ນເພື່ອປ້ອງກັນບໍ່ໃຫ້ເຊື້ອພະຍາດແຜ່ລາມໄປບ່ອນອື່ນ,ເພາະຊ່ອງທາງຂອງການປິ່ນປົວແລະກອບກູ້ຊີວິດໄດ້ປະຕິບັດງານມາໂດຍຕະຫຼອດ, “ຜູ້ຕ້ານກັບເຊື້ອພະຍາດ”ຈາກແຫ່ງຕ່າງໆຂອງຈີນໄດ້ເດີນທາງໄປຊ່ວຍເຫຼືອເມືອງອູຮ້ານຢ່າງບໍ່ຂາດສາຍ. ມາຮອດວັນທີ 17 ກຸມພານີ້, ແຜ່ນດິນໃຫຍ່ຈີນໄດ້ສົ່ງແພດໝໍແລະພະຍາບານຈາກແຫ່ງຕ່າງໆຂອງຈີນ 32 ພັນຄົນໄປຊ່ວຍເຫຼືອແຂວງຫູເປີຍ,ໃນນັ້ນ,ມີແພດໝໍ 11 ພັນຄົນແມ່ນແພດໝໍວິຊາການດ້ານອາການໜັກ,ຕົວເລກນີ້ເກືອບຈະຮອດ 10% ຂອງຈຳນນວນແພດໝໍອາການໜັກຂອງທົ່ວປະເທດ.
 

ປັດຈຸບັນ,ຫາງສຽງນັບມື້ນັບຫຼາຍໄດ້ເລີ່ມສະແດງຄວາມເຫັນດີຕໍ່ມາດຕະການປ້ອງກັນແລະຄວບຄຸມເຊື້ອພະຍາດຂອງຈີນ,ຊາວໂລກນັບມື້ນັບຫຼາຍໄດ້ຮັບຮູ້ວ່າຈີນໄດ້ເສຍສະຫຼະເພື່ອທົ່ວໂລກ. ທ່ານ ໂດມີນ ບາຕອນ ເອກອັກຄະລັດຖະທູດການາດາປະຈຳຈີນກ່າວວ່າ: “ຂ້າພະເຈົ້າຍ້ອງຍໍຕໍ່ມາດຕະການຂອງຈີນ. ຈີນໄດ້ປິດຊ່ອງທາງເຂົ້າອອກເມືອງຕໍ່ເມືອງທີ່ມີປະຊາກອນຈຳນວນ 11 ລ້ານຄົນ,ເພື່ອປ້ອງກັນບໍ່ໃຫ້ຄົນອື່ນຖືກຕິດແປດ.” ທ່ານນາງ ອັນນີ ຊຸຈັດ ຮອງຫົວໜ້າຜູ້ທີໜຶ່ງຂອງສູນປ້ອງກັນແລະຄວບຄຸມເຊື້ອພະຍາດອາເມຣິກາກໍໄດ້ຊີ້ໃຫ້ເຫັນວ່າ: “ພວກເຮົາຄວນຂອບໃຈຕໍ່ຈີນທີ່ໄດ້ປະຕິບັດມາດຕະການທີ່ເຄັ່ງຄັດທີ່ສຸດຕໍ່ແຂວງຫູເປີຍ,ເພາະນີ້ອາດຈະໄດ້ຫຼຸດຄວາມໄວຂອງການແຜ່ລະບາດຂອງເຊື້ອພະຍາດໄປເຖິງເຂດອື່ນໃຫ້ຊ້າລົງ.” ທ່ານ ກາວເດັນ ກາລີ ຜູ້ຕາງໜ້າອົງການອະນາໄມໂລກຫຼື WHO ປະຈຳຈີນກ່າວເນັ້ນວ່າ: ມາດຕະການກັກບໍລິເວນສາມາດຫຼຸດການສຳຜັດແລະໃກ້ຊິດລະຫວ່າງຄົນກັບຄົນໃຫ້ໜ້ອຍລົງໄດ້ໃນລະດັບສູງສຸດ,ມີຜົນດີຫຼາຍຕໍ່ການຄວບຄຸມແລະສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດ.
 

ແມ່ນແທ້,ການປິດຊ່ອງທາງເຂົ້າອອກເມືອງກໍ່ໝາຍເຖິງຊີວິດການເປັນຢູ່ທາງສັງຄົມທີ່ເປັນປົກກະຕິຈະໄດ້ຮັບຜົນກະທົບ ແລະຈະສ້າງຜົນເສຍຫາຍທີ່ໃຫຍ່ຫຼວງໃຫ້ແກ່ເສດຖະກິດສັງຄົມ.ແຕ່ເມື່ອປະເຊີນໜ້າກັບເຊື້ອພະຍາດ,ລັດຖະບານຈີນບໍ່ພຽງແຕ່ໄດ້ຮັບຜິດຊອບຕໍ່ຄວາມປອດໄພດ້ານຊີວິດແລະສຸຂະພາບຮ່າງກາຍຂອງປະຊາຊົນຂອງປະເທດຕົນເທົ່ານັ້ນ,ຫາກຍັງໄດ້ປະຕິບັດໜ້າທີ່ຮັບຜິດຊອບດ້ານວຽກງານສາທາລະນະສຸກຕໍ່ໂລກອີກດ້ວຍ.ປະຊາຊົນຈີນທຸກຖ້ວນໜ້າລ້ວນແຕ່ໄດ້ສຸມຄວາມພະຍາຍາມຢ່າງຫຼວງຫຼາຍເພື່ອແບກຫາບພັນທະໜ້າທີ່ຂອງຕົນຕໍ່ສາກົນ.

ຄຳ​ເຫັນ

0