黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອົງ​ການກອງ​ທຶນ​ເງິນ​ຕາ​ສາ​ກົນ​ກ່າວ​ວ່າ: ຈັງ​ຫວະ​ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ໂລກ​ໃນ​ປີ​ນີ້​ຈະ​​ບັນ​ລຸ 3,3%

2020-02-20 15:51:27 cri

ອົງ​ການ​ກອງ​ທຶນ​ເງິນ​ຕາ​ສາ​ກົນ​ຫຼື IMF ກ່າວ​ໃນ​ເມື່ອ​ບໍ່​ດົນ​ມາ​ນີ້​ວ່າ, ປັດ​ຈຸ​ບັນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຂອງ​ໂລກ​ໄດ້​ສະ​ແດງ​ໃຫ້​ເຫັນເຖິງ​ຄວາມ​ໝັ້ນ​ທ່ຽງ​ຈຳ​ນວນ​ໜຶ່ງ, ຄວາມ​ສ່ຽງ​ທີ່​ກ່ຽວ​ຂ້ອງ​ກໍ​ໄດ້​ຫຼຸດ​ລົງ, ສະ​ນັ້ນ​ຈຶ່ງ​ຄາດ​ຄະ​ເນ​ວ່າ​ໃນ​ປີ​ນີ້, ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ໂລກ​ຈະ​ເພີ່ມ​ຂຶ້ນ​ເປັນ 3,3%, ສູງ​ກວ່າ​​ຈັງ​ຫວະ​ການເຕີບ​ໂຕ​ໃນ​ປີ 2019. ໃນ​ນັ້ນ, ​ເມື່ອຈີນ​ແລະ​ອາ​ເມ​ຣິ​ກາ​ໄດ້​ເຊັນ​ສັນ​ຍາ​ເສດ​ຖະ​ກິດ​ການ​ຄ້າ​ໄລ​ຍະ​ທີ​ໜຶ່ງ​​ກໍໄດ້​ຜ່ອນ​ຄາຍ​​ແຮງ​ກົດ​ດັນ​​ຕໍ່ເສດ​ຖະ​ກິດ​ໂລກ​ໃນ​ລະ​ດັບ​ໃດ​ໜຶ່ງ.

ນອກ​ນີ້, IMF ເຫັນ​ວ່າ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ອັກ​ເສບ​ປອດ​ໃນ​ປັດ​ຈຸ​ບັນ​ອາດ​ຈະ​ມີ​ຜົນ​ສະ​ທ້ອນ​ທີ່​ຈະ​ແຈ້ງ​ສົມ​ຄວນ​ຕໍ່​ GDP ຂອງ​ຈີນ​ໃນ​ໄຕ​ມາດ​ທີ​ໜຶ່ງ, ແຕ່​ວ່າ​ຈະ​ບໍ່​ມີ​ຜົນ​ກະ​ທົບ​ ຫຼາຍ​ພໍ​ປານ​ໃດ​ຕໍ່​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຂອງ​ຈີ​ນ​​ສຳ​ລັບ​ໝົດ​ປີ 2020. ສ່ວນ​ຜົນ​ກະ​ທົບ​ຕໍ່​​ກຸ່ມເສດ​ຖະ​ກິດ​ອື່ນໆ​ກໍ​ພຽງ​ເປັນ​ໄລ​ຍະ​ສັ້ນ​ເທົ່າ​ນັ້ນ.

ຄຳ​ເຫັນ

0