尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອະດີດປະທານາທິບໍດີສ.ເກົາຫຼີຖືກຕັດສິນຈຳຄຸກ 17 ປີໃນຄຳຕັດສິນຄັ້ງທີ2

2020-02-20 17:40:45 cri

ວັນທີ 19 ກຸມພານີ້, ສານສູງເຊອູນຂອງສ.ເກົາຫຼີ ໄດ້ດຳເນີນການຕັດສິນຄັ້ງທີ 2 ກ່ຽວກັບຄະດີຮັບສິນບົນແລະການສໍ້ລາດບັງຫຼວງຂອງທ່ານ ລີມຽງບັກ ອະດີດປະທານາທິບໍດີສ.ເກົາຫຼີ ໂດຍໄດ້ຕັດສິນໃຫ້ທ່ານ ລີມຽງບັກ ຈຳຄຸກ 17 ປີ,ພ້ອມທັງໄດ້ປັບໃໝທ່ານ 13 ຕື້ວອນ(ປະມານ 10,93 ລ້ານໂດລາສະຫະລັັດ).
 

ເດືອນເມສາປີ 2018, ອົງການໄອຍະການຂອງສ.ເກົາຫຼີໄດ້ຮ້ອງຟ້ອງທ່ານ ລີມຽງບັກ ໃນຫຼາຍຂໍ້ຫາເຊັ່ນ:ການຮັບສິນບົນແລະການສໍ້ລາດບັງຫຼວງເປັນຕົ້ນ. ໃນເດືອນຕຸລາປີດຽວກັນ, ສານຊັ້ນຕົ້ນເຊອູນໄດ້ດຳເນີນການຕັດສິນຄັ້ງທີ 1 ຕໍ່ທ່ານ ລີມຽງບັກ ໃຫ້ຈຳຄຸກເປັນເວລາ 15 ປີ,ພ້ອມທັງປັບໃໝທ່ານ 13 ຕື້ວອນ. ທ່ານ ລີມຽງບັກ ບໍ່ຍອມຮັບຜົນການຕັດສິນ,ແລ້ວສະເໜີຄຳອຸທອນຕໍ່ສານ.
 

ຜ່ານການຕັດສິນຄັ້ງທີ 2 ຈາກສານແລ້ວຢືນຢັນວ່າ:ທ່ານ ລີມຽງບັກ ຮັບສິນບົນເປັນເງິນນຳບໍລິສັດ DAS ທີ່ຕົນເປັນຜູ້ຄວບຄຸມຕົວຈິງຈຳນວນ 25,2 ຕື້ວອນ(ປະມານ 21,18ລ້ານໂດລາສະຫະລັດ),ຮັບສິນບົນຈາກບໍລິສັດຊຳຊຸງ 8,9 ຕື້ວອນ(ປະມານ 7,48 ລ້ານໂດລາສະຫະລັດ). ຂະນະດຽວກັນ,ສານດັ່ງກ່າວຍັງໄດ້ຢືນຢັນວ່າທ່ານ ລີມຽງບັກ ໄດ້ຮັບສິນບົນຈາກອົງການຂ່າວລັບແຫ່ງຊາດ ສ.ເກົາຫຼີແລະສະມາຊິກສະພາແຫ່ງຊາດ ສ.ເກົາຫຼີແລະອື່ນໆອີກ. ເນື່ອງຈາກຍອດມູນຄ່າຊັບສິນທີ່ກ່ຽວຂ້ອງກັບຄະດີທີ່ໄດ້ຮັບການຢືນຢັນຈາກສານໃນການຕັດສິນຄັ້ງນີ້ໄດ້ມີການເພີ່ມຂຶ້ນຫຼາຍກວ່າຜົນການຕັດສິນຄັ້ງທີ 1 , ຈຶ່ງໄດ້ວາງໂທດໜັກກວ່າອີກ.

ຄຳ​ເຫັນ

0