尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ວຽກງານຟື້ນຟູການຜະລິດຄືນໃໝ່ຂອງຈີນໄດ້ຮັບຄວາມຄືບໜ້າຢ່າງຕັ້ງໜ້າ

2020-02-20 17:37:37 cri

ວັນທີ 19 ກຸມພານີ້, ກົນໄກປ້ອງກັນແລະຄວບຄຸມຮ່ວມຂອງລັດຖະບານຈີນໄດ້ຈັດກອງປະຊຸມຖະແຫຼງຂ່າວຢູ່ນະຄອນຫຼວງປັກກິ່ງໂດຍໄດ້ໃຫ້ຮູ້ວ່າ: ວຽກງານຟື້ນຟູການຜະລິດຄືນໃໝ່ຂອງຈີນໄດ້ຮັບຄວາມຄືບໜ້າຢ່າງຕັ້ງໜ້າ. ອັດຕາການຟື້ນຟູການຜະລິດຄືນໃໝ່ຂອງວິສາຫະກິດແລະອຸດສາຫະກຳທີ່ມີຂະໜາດໃຫຍ່ຢູ່ບາງແຂວງແລະກຳແພງນະຄອນໃຫຍ່ດ້ານເສດຖະກິດຂອງຈີນເຊັ່ນ:ແຂວງກວາງຕຸ້ງ,ແຂວງຈ່ຽງຊູ່ແລະນະຄອນຊຽງໄຮ້ເປັນຕົ້ນໄດ້ມີຫຼາຍກວ່າ 50%.
 

ກ່ຽວກັບບັນຫາຂາດເຂີນຄົນເຮັດວຽກຂອງວິສາຫະກິດບາງແຫ່ງ,ທ່ານ ຊົ້ງຊິ່ນ ຮອງຫົວໜ້າກົມສົ່ງເສີມການປະກອບອາຊີບກະຊວງຊັບພະຍາກອນມະນຸດແລະການປະກັນສັງຄົມຈີນແນະນຳໃຫ້ຮູ້ວ່າ: ກະຊວງດັ່ງກ່າວໄດ້ສ້າງກົນໄກຮັບປະກັນແລະສັບຊ້ອນພະນັກງານເຮັດວຽກໃຫ້ວິສາຫະກິດທີ່ສຳຄັນຕະຫຼອດ 24 ຊົ່ວໂມງ,ໄດ້ຊ່ວຍວິສາຫະກິດ 2.600 ແຫ່ງແກ້ໄຂບັນຫາຂາດເຂີນກຳມະກອນຈຳນວນ 1 ແສນກວ່າຄົນໃນຫວ່າງມໍ່ໆມານີ້.
 

ຂ່າວແຈ້ງຕື່ມວ່າ:ເພື່ອເລັ່ງລັດການຈັດຕັ້ງປະຕິບັດນະໂຍບາຍໃຫ້ມີປະສິດທິຜົນ,ຫຼຸດການສຳຜັດໃກ້ຊິດກັນຂອງກຳມະກອນ,ຫຼຸດຄວາມສ່ຽງດ້ານການແຜ່ລະບາດຂອງເຊື້ອພະຍາດ,ກະຊວງດັ່ງກ່າວຍັງໄດ້ແນະນຳການລົງທະບຽນທາງອິນເຕີເນັດຢູ່ຕົວເມືອງບາງແຫ່ງ,ປະຕິບັດການລົງທະບຽນໂດຍບໍ່ຕ້ອງພໍ້ໜ້າກັນ. ປັດຈຸບັນ,ໄດ້ມີ 261 ຕົວເມືອງໄດ້ຈັດຕັ້ງໃຫ້ວິສາຫະກິດເຮັດລາຍງານແລ້ວ,ໄດ້ປ່ອຍເງິນຊ່ວຍເຫຼືອດ້ານການເຮັດວຽກ 3 ຕື້ 400 ລ້ານຢວນໃຫ້ແກ່ວິສາຫະກິດ 1,1 ແສນແຫ່ງ.

ຄຳ​ເຫັນ

0