尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ລັດຖະມົນຕີກະຊວງການຕ່າງປະເທດລາວ: ວຽກງານປ້ອງກັນແລະຄວບຄຸມເຊື້ອພະຍາດອັກເສບປອດສາຍພັນໃໝ່ຂອງຈີນໄດ້ຮັບປະສິດທິຜົນຢ່າງຈະແຈ້ງ

2020-02-21 18:33:44 cri

图片默认标题_fororder_微信图片_20200221181831

ວັນທີ 20​ ກຸມພານີ້, ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດລາວໄດ້ໃຫ້ສຳພາດຕໍ່ນັກຂ່າວ CRI ຢູ່ນະຄອນຫຼວງວຽງຈັນວ່າ: ນັບແຕ່ໄດ້ປະສົບກັບເຊື້ອພະຍາດອັກເສບປອດຈາກໄວຣັສໂຄໂຣນາສາຍພັນໃໝ່ມານີ້, ລັດຖະບານຈີນໄດ້ໃຊ້ມາດຕະການປ້ອງກັນແລະຄວບຄຸມຢ່າງວ່ອງໄວ, ທັນການ ແລະ ແຂງ​ແຮງ ເຊິ່ງໄດ້ຮັບປະສິດທິຜົນຢ່າງຈະແຈ້ງ, ສາມາດສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດຢ່າງປະສົບຜົນສຳເລັດ. ລັດຖະບານລາວສະແດງຄວາມຍ້ອງຍໍຢ່າງສູງຕໍ່ການກະທຳທີ່ມີຄວາມຮັບຜິດຊອບໃນລະດັບສູງແລະມາດຕະການທີ່ຕິດທາດຕົວຈິງແລະມີປະສິດທິຜົນຂອງຈີນ.
 

ໃນມື້ດັ່ງກ່າວ, ກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດຈີນ-ອາຊຽນສະໄໝພິເສດກ່ຽວກັບບັນຫາພະຍາດອັກເສບປອດຈາກໄວຣັສໂຄໂຣນາສາຍພັນໃໝ່ໄດ້ຈັດຂຶ້ນຢູ່ນະຄອນຫຼວງວຽງຈັນແຫ່ງ ສປປ ລາວ. ທ່ານ ສະເຫຼີມໄຊ ກົມມະສິດ ກ່າວວ່າ: ນັບແຕ່ໄດ້ປະສົບກັບເຊື້ອພະຍາດອັກເສບປອດສາຍພັນໃໝ່ເປັນຕົ້ນມາ, ຈີນແລະບັນດາປະເທດອາຊຽນໄດ້ຮັກສາການຕິດຕໍ່ພົວພັນກັນຢ່າງແໜ້ນແຟ້ນມາໂດຍຕະຫຼອດ. ກອງປະຊຸມລັດຖະມົນຕີການຕ່າງປະເທດສະໄໝພິເສດ ທີ່ຈັດຂຶ້ນຢູ່ລາວຄັ້ງນີ້ມີຄວາມໝາຍສຳຄັນຢ່າງໃຫຍ່ຫລວງ.
 

ທ່ານ ສະເຫຼີມໄຊ ກົມມະສິດກ່າວວ່າ:ບັນດາປະເທດສະມາຊິກອາຊຽນ ແລະ ຈີນພົບປະກັນ ປຶກສາຫາລືກັນ ແລກປ່ຽນບົດຮຽນກ່ຽບກັບການວາງມາດຕະການການສະກັດກັ້ນແລະຕ້ານການລະບາດຂອງພະຍາດອັກເສບປອດຈາດເຊື້ອຈຸລະໂລກສາຍພັນໃໝ່. ຜົນຂອງກອງປະຊຸມນີ້ຈະເປັນບ່ອນອີງອັນສຳຄັນ ໃຫ້ແກ່ບັນດາປະເທດອາຊຽນກໍຄືຈີນໃນການຮ່ວມມືກັນ ເອົາມາດຕະການທີ່ຖືກຕ້ອງ ແລກປ່ຽນຂໍ້ມູນຂ່າວສານ ເພື່ອສືບຕໍ່ສະກັດກັ້ນແລະຕ້ານການລະບາດຂອງພະຍາດດັ່ງກ່າວ.

ຄຳ​ເຫັນ

0