黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ນະ​ຄອນ​ຮະ​ນາວ​ປະ​ເທດ​ເຢຍ​ລະ​ມັນ​ເກີດ​ເຫດ​ການ​ຍິງ​​ກັນ​ເຮັດ​ໃຫ້ 9 ຄົນ​ເສຍ​ຊີ​ວິດ

2020-02-21 14:51:41 cri

ຕອນ​ຄ່ຳ​ວັນ​ທີ 19 ກຸມ​ພາ​ນີ້, ນະ​ຄອນ​ຮາ​ນາວ​ເຊິ່ງ​ເປັນ​ຕົວ​ເມືອງ​ພາກ​ຕາ​ເວັນ​ຕົກ​ຂອງ​ເຢຍ​ລະ​ມັນ​ໄດ້​ເກີດ​ເຫດ​ການ​ຍິ​ງກັນ, ສົ່ງ​ຜົນ​ເຮັດ​ໃຫ້ 9 ຄົນ​ເສຍ​ຊີ​ວິດ, ນອກ​ນີ້​ຢ່າງ​ໜ້ອຍ 6 ຄົນ​ບາດ​ເຈັບ.

ຕາ​ມ​ບົດ​ລາຍ​ງານ​​ການ​ສືບ​ສວນ​ທີ່ອົງ​ການ​ໄອ​ຍະ​ການ​​ສູງ​ສຸດ​ຂອງ​ສະ​ຫະ​ພັນ​ເຢຍ​ລະ​ມັນ​ເປີດ​ເຜີຍ, ມື​ປືນ​ແມ່ນ​ຄົນ​ສັນ​ຊາດເຢຍ​ລະ​ມັນເພ​ດ​ຊາຍ​ຄົນ​ໜຶ່ງ​ອາ​ຍຸ 43 ປີ. ຕອນ​ຄ່ຳ​ວັນ​ທີ 19 ກຸມ​ພາ​ຕາມ​ເວ​ລາ​ທ້ອງ​ຖິ່ນ, ​ຊ້າຍ​ຄົນ​ນີ້​ໄດ້​ຍິງ​ປືນ​​ທົ່ວ​ທີບຢູ່​ສອງ​ແຫ່ງ, ເຮັດ​ໃຫ້ 9 ຄົນເສຍ​ຊີ​ວິດ​ແລະ​ຫຼາຍ​ຄົນ​ບາດ​ເຈັບ, ໃນ​ນັ້ນ​ມີ ​1 ຄົນບາດ​ເຈັບ​ສາ​ຫັດ. ອົງ​ການ​ໄອ​ຍະ​ການ​ກ່າວ​ວ່າ, ກ່ອນ​ໜ້າ​ນີ້, ມື​ປືນ​ດັງ​ກ່າວ​ເຄີຍ​ໄດ້​ເປີດ​ເຜີຍ​ວິ​ດີ​ໂອ​ແລະ​ເອ​ກະ​ສານ​ຂອງ​ຕົນ​ທາງ​ອິນ​ເຕີ​ເນັດ, ເຊິ່ງສະ​ແດງ​ໃຫ້​ເຫັນ​ວ່າ​​ເຫດ​ຈູງ​ໃຈ​ການ​ທີ່​ກໍ່​ເຫດ​ການ​ຍິງ​ປືນ​ໃສ່​ຄົນ​ທົ່ວ​ທີບ​ແມ່ນ​ກ່ຽວ​ພັນ​ເຖິງ​ລັດ​ທິ​ເຊື້ອ​ຊາດ.

ຄຳ​ເຫັນ

0