蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ບຸກ​ຄົນ​​ໃນວົງ​ການ​ກິ​ລາ​​ຂອງໄທ​ໄດ້​ຈັດ​ການ​ແຂ່ງ​ຂັນ​ເຕະ​ບານ​​ເພື່ອ​ການກຸ​ສົນ ເພື່ອ​ຊ່ວຍ​ເຫຼືອ​ການ​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​​ໃນຈີນ

2020-02-21 10:45:39 CRI

ຕອນ​ບ່າຍ​ວັນ​ທີ 20 ກຸມ​ພາ​ນີ້, ການ​ແຂ່ງ​ຂັນ​ເຕະ​ບານ​ເພື່ອ​ການ​ກຸ​ສົນ “ບຸກ​ຄົນ​ໃນ​ວົງ​ການ​ກິ​ລາ​​ຂອງໄທໄດ້​ເປັນ​ຈິດ​ໜຶ່ງ​ໃຈ​ດຽວ​ກັນ ເພື່ອ​ຊ່ວຍ​ເຫຼືອ​ຈີນ” ໄດ້​ຈັດ​ຂຶ້ນ​ຢູ່​ສະ​ໜາມ​ກິ​ລາ​ແຫ່ງ​ຊາດ​ນະ​ຄອນຫຼວງ​ບາງກອກ​ຂອງ​ໄທ, ​ເພື່ອ​ລະ​ດົມ​ເງິນ​ການກຸ​ສົນ ເພື່ອ​ຊ່ວຍ​ເຫຼືອ​ຈີນ​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ອັກ​ເສບ​ປອດ​ຈາກ​ໄວ​ຣັ​ສ​ໂຄ​ໂລ​ນາ​ສາຍ​ພັນ​ໃໝ່.

ກະ​ຊວງ​ທ່ອງ​ທ່ຽວ ແລະ ​ກິ​ລາ​ໄທ​ໄດ້ເປັນ​ເຈົ້າ​ພາບ​ຈັດ​ການ​ແຂ່ງ​ຂັນ​ຄັ້ງ​ນີ້ ໂດຍ​ໄດ້​ຮັບ​ຄຳ​ຊີ້​ນຳ​ຈາກ​ທ່ານ​ປ​ຣະ​ຢຸດ ຈັນ​ໂອ​ຊາ ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄທ. ມື້​ດຽວ​ກັນ, ທີມ​ບານ​ເຕະ​ສະ​ໝັກຫຼິ້ນ 12 ທີມ​ໄດ້​ເຂົ້າ​ຮ່ວມ​ການ​ແຂ່​ງ​ຂັນ. ຝ່າຍ​ເຈົ້າ​ພາບ​ຍັງ​ໄດ້​ຈັດ​ໃຫ້​ມີ​ການ​ແຫ່​ຂະ​ບວນ​ຂອງມວນ​ຊົນ 500 ຄົນ​ໄປ​ຕາມ​ຖະ​ໜົນ ແລະ ຮ້ອງ​ຄຳ​ຂວັນ “ຈີນ, ສູ້ໆ”, “ນະ​ຄອນ​ອູ​ຮັ້ນ ສູ້​ໆ”, ໃຫ້​ກຳ​ລັ​ງ​ໃຈ​ແກ່​ຈີນ​ໃນ​ການ​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ.

​ທ່ານ​ພິ​ພັດ ຣັດ​​ສະ​ກັດ​ປ​ຣະ​ການ ລັດ​ຖະ​ມົນ​ຕີ​ກະ​ຊວງ​ທ່ອງ​ທ່ຽວ ແລະ ກິ​ລາ​ໄທ​ກ່າວ​ໃນ​ພິ​ທີ​ປິດ​ການ​ແຂ່ງ​ຂັນ​ວ່າ, ການ​ແຂ່ງ​ຂັນ​ຄັ້ງ​ນີ້​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ພະ​ຍາ​ຍາມ​ຮ່ວມ​ກັນ, ​ເຕົ້າ​ໂຮມ​ພະ​ລັງ​ແຮງ ແລະ ຄວາມ​ຕັດ​ສິນ​ໃຈ​ເພື່ອ​ເອົາ​ຊະ​ນະ​ເຊື້ອ​ພະ​ຍາດ​ຂອງ​ສອງ​ປະ​ເທດ​ໄທ​ແລະ​ຈີນ​ຢ່າງ​ເຕັມ​ສ່ວນ. ລັດ​ຖະ​ບານ​ຈີນ​ໄດ້​ປະ​ຕິ​ບັດ​ມາດ​ຕະ​ການ​ທີ່​ສະຫຼາດ​ສ່ອງ​ໃສ ແລະ ບັງ​ເກີດ​ຜົນ​ໃນ​ການ​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ, ໄທ​ມີ​ຄວາມ​ໝັ້ນ​ໃຈ​ຢ່າງເຕັມ​ປ່ຽມ​ຕໍ່ປະ​ຊາ​ຊົນ​ຈີນ​ທີ່​ຈະ​ສາ​ມາດ​ເອົາ​ຊະ​ນະ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໃນ​ທີ່​ສຸດ.

ຄຳ​ເຫັນ

0