蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ປາ​ເລັ​ສ​ຕິນ​ກ່າວ​ປະ​ນາມ​ອິ​ສ​ລາ​ແອນ​​ທີ່​ວາງ​ແຜນຂະ​ຫຍາຍ​ຈຸດ​ຕັ້ງ​ຖິ່ນ​ຖານ​ຂອງ​ຊາວ​ຢິວ​ສອງ​ແຫ່ງ​ຢູ່​ເຢ​ລູ​ຊາ​ເລັມ​ຕາ​ເວັນ​ອອກ

2020-02-21 10:46:25 CRI

ວັນ​ທີ 20 ກຸມ​ພາ​ນີ້, ເຈົ້າ​ໜ້າ​ທີ່​ປາ​ເລັ​ສ​ຕິນ​ໄດ້​ກ່າວ​ປະ​ນາມ​ແຜນ​ການ​ຂະ​ຫຍາຍ​ຈຸດ​ຕັ້ງ​ຖິ່ນ​ຖານ​ຂອງ​ຊາວ​ຢິວ​ສອງ​ແຫ່ງ​ຢູ່​ເຢ​ລູ​ຊາ​ເລັມ​ຕາ​ເວັນ​ອອກ​ຂອງ​ອິ​ສ​ລາ​ແອນ ໂດຍ​ກ່າວ​ວ່າ, ນີ້​ແມ່ນ​ປະ​ຕິ​ບັດ​ຕາມ “ແຜນ​ການ​ສັນ​ຕິ​ພາບ​​ກ່ຽວ​ກັບ​ຕາ​ເວັນ​ອອກ​ກາ​ນ​ສະ​ບັບ​ໃໝ່” ຂອງ​ອາ​ເມ​ຣິ​ກາ.

ວັນ​ທີ 20 ກຸມ​ພາ​ນີ້, ທ່ານເບນ​ຈາ​ມິນ ​ເນ​ທັນ​ຢາ​ຮູ ນາ​ຍົກ​ລັດ​ຖະ​ມົ​ນ​ຕີ​ອິ​ສ​ລາ​ແອນ​ປະ​ກາດ​ວ່າ: ຈະ​ສ້າງ​ເຮືອນ​ຫ້ອງ​ຊຸດ​ປະ​ມານ 5200 ຊຸດ​ຢູ່​ຈຸດ​ຕັ້ງ​ຖິ່ນ​ຖານ​ຂອງ​ຊາວ​ຢິວ​ສອງ​ແຫ່ງ​ທີ່​ເຢ​ລູ​ຊາ​ເລັມ​ຕາ​ເວັນ​ອອກ. ທ່ານ​ຊາ​ເອັບ ເອ​ເຣ​ກັດ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ອົງ​ການ​ປົດ​ປ່ອຍ​​ຊາດປາ​ເລັ​ສ​ຕິນ​​ໄດ້ອອກ​ຖະ​ແຫຼງ​ການ​​ກ່າວ​ປະ​ນາມ​ກ່ຽວ​ກັບ​ເລື່ອງ​ນີ້​ວ່າ: ການ​ກະ​ທຳ​​ທີ່​ຜິດ​ກົດ​ໝາຍ​ດ້ວຍ​ການຂະ​ຫຍາຍ​ຈຸດ​ຕັ້​ງ​ຖິ່ນ​ຖານ​ຂອງ​ຊາວ​ຢິວ “ຈະ​ເຮັດ​ໃຫ້​ການ​ກະ​ທຳ​ຍາດ​ເອົາ​ດິນ​ແດນ​ປາ​ເລັ​ສ​ຕິນ​ຂອງ​ອິ​ສ​ລາ​ແອນ​ຖືກ​ຕ້ອງ​ຕາມ​ກົດ​ໝາຍ” ແລະ ເປັນ “ການ​ກະ​ທຳຕັ້ງ​ໃຈ​ຮຸກ​ຮານ” ຢ່າງ​ໜຶ່ງ.

ທ່ານ​ຊາ​ເອັບ ເອ​ເຣ​ກັດ​ກ່າວ​ຕື່ມ​ວ່າ, ອິ​ສ​ລາ​ແອນ​ປະ​ກາດ​ຂະ​ຫຍາຍ​ຈຸດ​ຕັ້ງ​ຖິ່ນ​ຖານ​ຂອງ​ຊາວ​ຢິວ​ ສະ​ແດງ​ໃຫ້​ເຫັນ​ວ່າ, ອິ​ສ​ລາ​ແອນ​ພວມ​ປະ​ຕິ​ບັດ “ແຜນ​ການ​ສັນ​ຕິ​ພາບຕາ​ເວັນ​ອອກ​ກາງ​ສະ​ບັບ​ໃໝ່” ຂອງ​ທ່ານ​ໂດ​ໂນ ທ​ຣຳ ປ​ະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ຣິ​ກາ, ປະ​ຊາ​ຄົມ​ໂລກ​ຄວນ​ໃຊ້​ມາດ​ຕະ​ການ​ອັນ​ດ່ວນ ເພື່ອ​ສະ​ກັດ​ກັ້ນ​ບໍ່​ໃຫ້​ອິ​ສ​ລາ​ແອນ ແລະ ອາ​ເມ​ຣິ​ກາ​ສືບ​ຕໍ່​ລະ​ເມີດ​ກົດ​ໝາຍ​ສາ​ກົນ ແລະ ທຳ​ລາຍ​ລະ​ບຽບ​ສາ​ກົນ.

ຄຳ​ເຫັນ

0