黎明

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

CMG ຈັດກິດຈະກຳ​ສາທາລະນະ​ປະ​ໂຫຍ​ດ​ເພື່ອ​ຊ່ວຍ​ແຂວງ​ຫູ​ເປີ​ຍຕ້ານ​ກັບ​ການ​ແຜ່​ລະບາດ​ຂອງ​ພະຍາດ

2020-02-21 10:19:29 CRI

​ໃນ​ໄລຍະ​ສຳຄັນ​ແຫ່ງ​ການ​ຕ້ານ​ກັບ​ການ​ແຜ່​ລະບາດ​ຂອງ​ພະຍາດ​ອັກ​ເສບ​ປອດ​ຈາກ​ໄວຣັດ​ໂຄ​ໂຣນາສາ​ຍພັນ​ໃໝ່, “​ໂຄງການ​ສ້າງ​ປະ​ເທດ​ຊາດ​ໃຫ້​ເຂັ້ມ​ແຂງ​ດ້ວຍ​ສິນຄ້າ​ຍີ່​ຫໍ້​ຊື່​ດັງ” ຂອງສະຖານີວິທະຍຸ​​-​ໂທລະພາບ​ສູນ​ກາງ​ຈີນ ຫຼື CMG ​ໄດ້​ເລີ່​ມດຳ​ເນີນ “ກິດຈະກຳສາທາລະນະ​ປະ​ໂຫຍ​ດ​ເພື່ອ​ຊ່ວຍ​ແຂວງ​ຫູ​ເປີ​ຍຕ້ານ​ກັບ​ການ​ແຜ່​ລະບາດ​ຂອງ​ພະຍາດ” ​ເລີ່​ມ​ແຕ່​ວັນ​ທີ 20 ກຸມພາ​ນີ້​ເປັນຕົ້ນ​ໄປ ​ເພື່ອ​ຊ່ວຍ​ແຂວງ​ຫູ​ເປີ​ຍ​ເອົາ​ຊະນະ​ໃນ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມພະ​ຍາດ​ດັ່ງກ່າວ ທັງ​ໃຫ້ການ​ສະໜັບສະໜູນ​ແກ່​ແ​ຂວງ​ຫູ​ເປີ​ຍ​ໃນ​ການ​ຟື້ນ​ຟູ​ການ​ພັດທະນາ​ເສດຖະກິດ​ຄືນ​ໃໝ່​ພາຍຫຼັງການ​ແຜ່​ລະບາດ​ຂອງ​ພະຍາດ​ສິ້ນ​ສຸດ​ລົງ.

“ກິດຈະກຳສາທາລະນະ​ປະ​ໂຫຍ​ດ​ເພື່ອ​ຊ່ວຍ​ແຂວງ​ຫູ​ເປີ​ຍຕ້ານ​ກັບ​ການ​ແຜ່​ລະບາດ​ຂອງ​ພະຍາດ” ທີ່​ນອນ​ຢູ່​ໃນ “​ໂຄງການ​ສ້າງ​ປະ​ເທດ​ຊາດ​ໃຫ້​ເຂັ້ມ​ແຂງ​ດ້ວຍ​ສິນຄ້າ​ຍີ່​ຫໍ້​ຊື່​ດັງ” ຂອງ CMG ​ໄດ້​ກວມ​ເນື້ອ​ໃນ 4 ດ້ານ ຄື: ໜຶ່ງ, ບໍລິຈາກ​ເງິນສົດ 100 ລ້ານ​ຢວນ ​ເຊິ່ງ​ເປົ້າ​ໝາຍ​ບໍລິຈາກ​ຕົ້ນຕໍ​ແມ່ນ​ມອບ​ໃຫ້ຄອ​ບຄົວ​ຂອງພະນັກງານ​ການ​ແພດ​ແລະ​ພະຍາບານ​ທີ່​​ໄດ້​ເສຍສະຫຼະຊີວິດ​ໃນ​ການ​ຕ້ານ​ກັບ​ການ​ແຜ່​ລະບາດ​ຂອງ​ພະຍາດ​ອັກ​ເສບ​ປອດ​ສາຍ​ພັນ​ໃໝ່ ພ້ອມ​ດ້ວຍ​ພະນັກງານ​ການ​ແພດ​ແລະ​ພະຍາບານ​ທີ່​ຕ້ານ​ກັບ​ການ​ແຜ່​ລະບາດ​ຂອງ​ພະຍາດ​ດັ່ງກ່າວ​ເປັນຕົ້ນ. ສອງ, ​ສົມທົບ​​ແຜນ​ໂຄສະນາ​ສິນຄ້າ​ຕົກ​ເປັນ​ເງິນ 500 ລ້ານ​ຢວນ ​ເຂົ້າ​ໃນ “ແຜນການຂອງ CMG ​ເພື່ອອຸດ​ໜູນ​ຍີ່​ຫໍ້​ສິນຄ້າ​ທີ່​ມີ​ຊື່​ສຽງ​ຂອງ​ແຂວງ​ຫູ​ເປີ​ຍ” ​ໂດຍ​ຊ່ວຍ​​ໂຄສະນາ​ຍີ່​ຫໍ້​ສິນຄ້າ​ທີ່​ມີ​ຊື່​ສຽງ​ຂອງ​ວິ​ສາ​ຫະກິດ 30-50 ​ແຫ່ງ​ຂອງ​ແຂວງ​ຫູ​ເປີ​ຍ​ໂດຍ​ບໍ່​ເກັບ​ຄ່າ ​ເພື່ອຊ່ວຍ​ເຫຼືອ​ແຂວງ​ຫູ​ເປີ​ຍ​ໃນ​ການ​ຟື້ນ​ຟູ​ການ​ພັດທະນາ​ເສດຖະກິດ​ຄືນ​ໃໝ່. ສາມ, ຈັດຕັ້ງວິ​ສາ​ຫະກິດ​ທີ່​ໄດ້​ຮັບ​ການ​ຄັດ​ເລືອກ​ເຂົ້າ​ໃນ “​ໂຄງການ​ສ້າງ​ປະ​ເທດ​ຊາດ​ໃຫ້​ເຂັ້ມ​ແຂງ​ດ້ວຍ​ສິນຄ້າ​ຍີ່​ຫໍ້​ຊື່​ດັງ” ຂອງ CMG ດ້ວຍ​ການບໍລິຈາກວັດຖຸອຸປະກອນ​​ເພື່ອ​ນຳ​ໃຊ້​ເຂົ້າ​ໃນ​ການ​ຕ້ານ​ກັບ​ການ​ແຜ່​ລະບາດ​ຂອງ​ພະຍາດ​ໃຫ້​ແກ່​ແຂວງ​ຫູ​ເປີ​ຍ ​ແລະ ສີ່, ນຳ​ໃຊ້​​ແຜນ​ໂຄສະນາ​ສິນຄ້າ​ຕົກ​ເປັນ​ເງິນ 1,5 ຕື້​ຢວນ​ເຂົ້າ​ໃນ​ການ​ສະໜັບສະໜູນ​ວິ​ສາ​ຫະກິດ​ດັ່ງກ່າວຈັດ​ກິດຈະກຳ​ມອບ​ຄວາມ​ຮັກ​ແພງ ​ເພື່ອ​ສົ່ງ​ເສີມ​ການ​ບໍລິຈາກ​ຂອງ​ວິ​ສາ​ຫະກິດ​ເຫຼົ່ານີ້.

ຄຳ​ເຫັນ

0