尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຫຼາຍແຫ່ງຂອງຈີນໄດ້ຟື້ນຟູການເຮັດວຽກຄືນໃໝ່ ເຮັດໃຫ້ເສດຖະກິດຟື້ນຕົວຂຶ້ນຢ່າງໝັ້ນທ່ຽງເທື່ອລະກ້າວ

2020-02-21 18:27:10 cri

ຍັງຕ້ອງການເວລາດົນປານໃດເສດຖະກິດຈີນຈຶ່ງຈະສາມາດຟື້ນຟູການດຳເນີນງານຢ່າງເປັນປົກກະຕິໄດ້ ເຊິ່ງໄດ້ກາຍເປັນບັນຫາທີ່ທົ່ວໂລກຕ່າງກໍໃຫ້ຄວາມສົນໃຈທີ່ສຸດໃນປັດຈຸບັນ.
 

ອີງຕາມຕົວເລກຂໍ້ມູນທາງການຈີນ,ເບິ່ງຕາມເຂດແຄວ້ນແລ້ວ,ອັດຕາການຟື້ນຟູການຜະລິດຄືນໃໝ່ຂອງວິສາຫະກິດອຸດສາຫະກຳທີ່ມີຂະໜາດໃຫຍ່ຂອງແຂວງແລະກຳແພງນະຄອນທີ່ມີຄວາມຈະເລີນທາງເສດຖະກິດເຊັ່ນ:ແຂວງກວາງຕຸ້ງ,ແຂວງຈ່ຽງຊູ່ແລະນະຄອນຊຽງໄຮ້ເປັນຕົ້ນໄດ້ມີຫຼາຍກວ່າ 50%. ປັດຈຸບັນ,ການຟື້ນຟູການເຮັດວຽກແລະການຜະລິດຂອງວິສາຫະກິດການຄ້າຕ່າງປະເທດໄດ້ເລັ່ງລັດໃຫ້ໄວຂຶ້ນແລະມີຄວາມຄືບໜ້າໂດຍລວມ,ອັດຕາການຟື້ນຟູການເຮັດວຽກຄືນໃໝ່ຂອງວິສາຫະກິດການຄ້າຕ່າງປະເທດທີ່ສຳຄັນຂອງແຂວງເຈີ້ຈ່ຽງແລະແຂວງຊ່ານຕຸ່ງລ້ວນແຕ່ບັນລຸປະມານ 70%,ຄວາມຄືບໜ້າດ້ານການຟື້ນຟູການເຮັດວຽກຄືນໃໝ່ດ້ານການຄ້າຕ່າງປະເທດຂອງແຂວງໃຫຍ່ເຊັ່ນ:ແຂວງກວາງຕຸ້ງ,ແຂວງຈ່ຽງຊູ່ເປັນຕົ້ນກໍ່ສອດຄ່ອງກັບຄາດໝາຍ.
 

    ລັດຖະບານຈີນພວມພະຍາຍາມລົບລ້າງອຸປະສັກໃຫ້ແກ່ວິສາຫະກິດເພື່ອໃຫ້ການຜະລິດແລະການດຳເນີນງານກັບຄືນສູ່ສະພາບປົກກະຕິໂດຍໄດ້ວາງນະໂຍບາຍທີ່ເປັນບຸລິມະສິດເລື້ອຍໆເຊັ່ນ:ຫຼາຍແຫ່ງຂອງຈີນຍັງໄດ້ເໝົາລົດ,ເໝົາລົດໄຟຄວາມໄວສູງແລະເໝົາເຮືອບິນຮັບກຳມະກອນກັບໄປເຮັດວຽກ. ເຈົ້າໜ້າທີ່ກະຊວງການຄ້າຈີນກ່າວວ່າ: ສະພາບການແຜ່ລະບາດຂອງເຊື້ອພະຍາດທີ່ໜັກໜ່ວງທີ່ສຸດໄດ້ເກີດຂຶ້ນໃນທ້າຍໄລຍະເດືອນມັງກອນຜ່ານມາ,ໄດ້ມີຜົນກະທົບຢ່າງໜັກໜ່ວງທີ່ສຸດຕໍ່ເດືອນມັງກອນແລະເດືອນກຸມພາໂດຍສະເພາະແມ່ນເດືອນກຸມພາ,ສ່ວນຕະຫຼາດບໍລິໂພກໃນເດືອນມີນາໜ້ານີ້ຄາດວ່າຈະກັບຄືນສູ່ສະພາບຄວາມໝັ້ນທ່ຽງ.

ຄຳ​ເຫັນ

0