尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນມີຂໍ້ສະເໜີ 7 ຂໍ້ຕໍ່ກອງປະຊຸມລັດຖະມົນຕີການຕ່າງປະເທດກ່ຽວກັບການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງຄັ້ງທີ 5

2020-02-21 18:35:08 cri

ກອງປະຊຸມລັດຖະມົນຕີການຕ່າງປະເທດກ່ຽວກັບການຮ່ວມມືແມ່ນນໍ້າລ້ານຊ້າງ-ແມ່ນ້ຳຂອງຄັ້ງທີ 5 ໄດ້ຈັດຂຶ້ນຢູ່ນະຄອນຫຼວງວຽງຈັນຂອງ ສປປ ລາວໃນວັນທີ 20 ກຸມພານີ້. ທ່ານ ຫວາງຢີ້ ທີ່ປຶກສາແຫ່ງລັດທັງເປັນລັດຖະມົນຕີກະຊວງການຕ່າງປະເທດຈີນ ແລະ ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດລາວໄດ້ຮ່ວມກັນເປັນປະທານກອງປະຊຸມ.
 

    ທ່ານ ຫວາງຢີ້ ກ່າວຄໍາປາໄສວ່າ:ນັບແຕ່ໄດ້ດຳເນີນການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງເປັນເວລາເກືອບ 4 ປີຜ່ານມາ,ຈິດໃຈແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງໄດ້ຝັງເລິກຢູ່ໃນໃຈຂອງພວກເຮົາຕະຫຼອດມາ ເຊິ່ງໄດ້ຊຸກຍູ້ການພັດທະນາການພົວພັນລະຫວ່າງບັນດາປະເທດຢູ່ເຂດລ້ອງແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງຢ່າງແຂງແຮງ. ທ່ານໄດ້ສະເໜີຂໍ້ສະເໜີ 7 ຂໍ້ກ່ຽວກັບການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງຄື: ໜຶ່ງ,ເລີ່ມດຳເນີນງານຈາກການເພີ່ມທະວີການເຊື່ອມຈອດກັນດ້ານການຄ້າ,ເພື່ອເລັ່ງລັດການຊຸກຍູ້ການສ້າງແລວພັດທະນາເສດຖະກິດແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ.ສອງ,ເພີ່ມທະວີການຮ່ວມມືດ້ານສາທາລະນະສຸກ.ສາມ,ລົງເລິກການຮ່ວມມືດ້ານຊັບພະຍາກອນນ້ຳ.ສີ່,ຊຸກຍູ້ການຮ່ວມມືດ້ານກະສິກຳຕື່ມອີກ.ຫ້າ,ຊຸກຍູ້ການຮ່ວມມືທີ່ກ່ຽວພັນເຖິງຊີວິດການເປັນຢູ່ຂອງປະຊາຊົນເປັນສຳຄັນ,ໃຊ້ໂຄງການກອງທຶນສະເພາະຂອງຂອບການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງໃຫ້ດີ. ຫົກ,ດຳເນີນການຮ່ວມມືໃນຂົງເຂດໄພຄຸກຄາມຄວາມໝັ້ນຄົງແບບໃໝ່ຢ່າງຕັ້ງໜ້າ,ເພີ່ມທະວີການແລກປ່ຽນດ້ານການປົກຄອງປະເທດແລະການຄຸ້ມຄອງລັດ,ຊົມໃຊ້ປະສົບການດ້ານການພັດທະນາຮ່ວມກັນ,ຮ່ວມກັນປົກປັກຮັກສາສັນຕິພາບແລະຄວາມສະຫງົບສຸກຢູ່ເຂດຊາຍແດນຂອງບັນດາປະເທດ.ແລະເຈັດ,ຊຸກຍູ້ການພັດທະນາຢ່າງມີການປະສານສົມທົບຂອງກົນໄກອະນຸພາກພື້ນ.
 

ບັນດາລັດຖະມົນຕີກະຊວງການຕ່າງປະເທດທີ່ເຂົ້າຮ່ວມກອງປະຊຸມໄດ້ທົບທວນຄືນສະພາບການຈັດຕັ້ງປະຕິບັດໝາກຜົນຂອງກອງປະຊຸມລັດຖະມົນຕີການຕ່າງປະເທດຄັ້ງທີ 4 ແລະກອງປະຊຸມຜູ້ນຳຄັ້ງທີ 2 ກ່ຽວກັບການຮ່ວມມືແມ່ນໍ້າລ້ານຊ້າງ-ແມ່ນ້ຳຂອງ,ໂດຍໄດ້ສະແດງຄວາມຂອບໃຈຕໍ່ຄວາມຊ່ວຍເຫຼືອຂອງຈີນໃນການຊຸກຍູ້ການພັດທະນາເສດຖະກິດສັງຄົມຂອງບັນດາປະເທດແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ,ແລະເຫັນວ່າການລົງເລິກການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງມີຜົນດີຕໍ່ການຮັບມືກັບສິ່ງທ້າທາຍທີ່ປະເຊີນຮ່ວມກັນໄດ້ເປັນຢ່າງດີກວ່າເກົ່າ. ບັນດາລັດຖະມົນຕີການຕ່າງປະເທດໄດ້ສະແດງຄວາມເຫັນດີຕໍ່ຂໍ້ສະເໜີກ່ຽວກັບການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງໃນຂັ້ນຕອນຕໍ່ໄປທີ່ສະເໜີໂດຍທ່ານ ຫວາງຢີ້,ແລະໄດ້ເຫັນດີຈະວາງແຜນກະກຽມຢ່າງຕັ້ງໜ້າໃຫ້ດີໃນການຈັດກອງປະຊຸມຜູ້ນຳຄັ້ງທີ 3 ໃນປີນີ້.
 

 ກອງປະຊຸມໄດ້ຜ່ານການຮັບຮອງ“ຖະແຫຼງການຮ່ວມກ່ຽວກັບກອງປະຊຸມລັດຖະມົນຕີການຕ່າງປະເທດກ່ຽວກັບການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງຄັ້ງທີ 5”.

ຄຳ​ເຫັນ

0