蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານທອງ​ລຸນ ສີ​​ສຸ​ລິດ ຕ້ອ​ນ​ຮັບ​ການ​ເຂົ້າ​ຢ້ຽມ​ຄຳ​ນັບ​ຂອງ​ທ່ານ​ວາງ​ຢີ້

2020-02-21 16:51:42 CRI

ວັນ​ທີ 21 ກຸມ​ພາ​ນີ້, ຢູ່​ນະ​ຄອນຫຼວງ​ວຽງ​ຈັນ, ທ່ານ​ວາງ​ຢີ້ ທີ່​ປຶກ​ສາ​ແຫ່ງ​ລັດ ທັງ​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ແຫ່ງ ສ​ປ ​ຈີນ​ໄດ້​ເຂົ້າ​ຢ້ຽມ​ຄຳ​ນັບ​ທ່ານ​ທອງ​ລຸນ ສີ​ສຸ​ລິດ ນ​າ​ຍົກ​ລັດ​ຖະ​ມົນ​ຕີ ແຫ່ງ ສ​ປ​ປ ລາວ.

ທ່ານ​ທອງ​ລຸນ ສີ​ສຸ​ລິດ​ກ່າວ​ວ່​າ, ​ການ​ເດີນ​ທາງ​ຢ້ຽມ​ຢາມ ສ​ປ​ປ ລາວ​​ຂອງ​ທ່ານ​ວາງ​ຢີ້​ແມ່ນ​ຢູ່ໃນ​ໄລ​ຍະ​ສຳ​ຄັນ​ທີ່​ຈີນ​ພວມ​ອອກ​ແຮງ​ຕ້ານ​ກັບ​ການ​ແຜ່​ລະ​ບາ​ດ​ຂອງ​ພະ​ຍາດ​ອັກ​ເສບ​ປອດ​ຈາກ​ໄວ​ຣັ​ສ​ໂຄ​ໂລ​ນາ​ສາຍ​ພັນ​ໃໝ່ ເຊິ່ງ​ມີ​ຄວາມ​ໝາຍ​ສຳ​ຄັນຫຼາຍ. ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ກະ​ຊວງການ​ຕ່າງ​ປະ​ເທດ​ອາ​ຊຽນ-ຈີນ ສະ​ໄໝ​ພິ​ເສດ ແລະ ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ກ່ຽວ​ກັບ​ການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ​ຄັ້ງ​ທີ 5 ທີ່​ຈັດ​ຂຶ້ນ​ໃນ​ມື້​​ຜ່ານ​ມາ ລ້ວນ​ແຕ່​​ປະ​ສົບ​ຜົນສຳ​ເລັດ​​ທີ່​ສຸດ ເຊິ່ງ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ຕັດ​ສິນ​ໃຈ​ຂອງ​ອາ​ຊຽນ​ແລະ​ຈີນ ໃນ​ການ​ຮ່ວມ​ມື​ກັນ ແລະ ຮ່ວມ​ກັນ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ, ລາວ​ຮູ້​ສຶກ​ເປັນ​ກຽດ​ທີ່​ສາ​ມາດ​ປະ​ກອບ​ສ່ວນ​ໃນ​ການ​ຈັດ​ກອງ​ປະ​ຊຸມ​ສອງ​ຄັ້ງ​ດັ່ງ​ກ່າວ. ລາວ​ຂໍ​ສະ​ແດງ​ຄວາມ​ຊົມ​ເຊີຍ​ຢ່າງ​ສູງ​ຕໍ່​ຈີນ​ທີ່​ໄດ້​​ສຸມ​ຄວາມ​ພະ​ຍາ​ຍາມ​ອັນ​ໃຫຍ່ຫຼວງ ເພື່ອ​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ. ລາວ​ຈະ​ຢືນ​ຄຽງ​ບ່າ​ຄຽງ​ໄຫຼ່​ກັບ​ຈີນ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ, ຍິນ​ດີ​ໃຫ້​ການ​ຊ່ວຍ​ເຫຼືອ​ແກ່​ຈີນ​ໃນ​ກາ​ນ​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ຕາມ​ຄວາມ​ສາ​ມາດ​ຂອງ​ຕົນ. ລາວ​ໄດ້​ຂົນ​ຂວາຍ​ການ​ບໍ​ລິ​ຈາກ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ​ລາວ, ເຖິງວ່າ​ຈຳ​ນວນ​ເງິນ​ມີ​​ບໍ່ຫຼາຍ​ປານ​ໃດ​ກໍ​ຕາມ, ແຕ່​ຫາກ​​ແມ່ນ​ຄວາມ​ຈິງ​ໃຈ​ຂອງ​ປະ​ຊາ​ຊົນ​ລາວ​ທີ່​ມີ​ຕໍ່​ອ້າຍ​ນ້ອງ​ປະ​ຊາ​ຊົນ​ຈີນ. ຂ້າ​ພະ​ເຈົ້າ​ກໍ​ໄດ້​ແຈ້ງ​ຕໍ່​ພົນ​ລະ​ເມືອງ​ລາວ​ທີ່​ຢູ່​ປະ​ເທດ​ຈີນ, ຕ້ອງ​ມີ​ຄວາມ​ໝັ້ນ​ໃຈ​ອັນ​ເຕັມ​ປ່ຽມ​ຕໍ່​ລັດ​ຖະ​ບານ​ຈີນ, ຍິ່ງ​ຢູ່​ໃນ​ໄລ​ຍະ​ສຳ​ຄັນ, ຍິ່ງ​ຕ້ອງ​ຮ່ວມ​ຜ່ານ​ຜ່າຄວາມ​ຫຍຸ້ງ​ຍາກ​ກັບ​ສະ​ຫາຍ​ຈີນ. ຂໍ​ຂອບ​ໃຈ​ນຳ​ລັດ​ຖະ​ບານ​ຈີນ​ທີ່​ໄດ້​ໃຫ້​ການ​ເບິ່ງ​ແຍງ​ດູ​ແລ​ຕໍ່​ພວກ​ເຂົາ​ເຈົ້າ, ພວກ​ເຂົາ​ເຈົ້າ​ໄດ້​ດຳ​ລົງ​ຊີ​ວິດ​​ຢູ່​ຈີນເປັນ​ຢ່າງ​ດີ ແລະ ມີ​ສຸ​ຂະ​ພາບ​​ແຂງແຮງ.

​ກ່ອນ​ອື່ນ, ທ່ານ​ວາງ​ຢີ້​ໄດ້​ສົ່ງ​ຄຳ​ຢື້​ຢາມ​ຖາມ​ຂ່າວຂອງ​​ການ​ນຳ​ຈີນ​ຢ່າງ​ຈິງ​ໃຈ ເຖິງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ລາວ ແລະ ​ກ່າວ​ວ່າ, ພາຍຫຼັງ​ເກີດ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ແລ້ວ, ຝ່າຍ​ລາວ​ໄດ້​ສະ​ແດງ​ຄວາມ​ໝັ້ນ​ໃຈ ແລະ ​ໃຫ້ການ​ສະ​ໜັບ​ສະ​ໜູນ​ຕໍ່​ຝ່າຍ​ຈີນ​ຢ່າງ​ທັນ​ການ ພ້ອມ​ທັງ​ເຫັນ​ດີ​ເປັນ​ເຈົ້າ​ພາບ​ຈັດ​ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​​ກະ​ຊວງການ​ຕ່າງ​ປະ​ເທດ​ຈີນ-ອາ​ຊຽນສະ​ໄໝ​ພິ​ເສດ ແລະ ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ກ່ຽວ​ກັບ​ການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ ເຊິ່ງ​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ເຖິງ​ຄວາມ​ຮັກ​ແພງ​​ຖານ​ອ້າຍ​ນ້ອງ​ທີ່​ໝັ້ນ​ຄົງ​ຂະ​ໜົງ​ແກ່ນ​ລະ​ຫວ່າງ​ຈີນ-ລາວ ແລະ ໄດ້​​ສະ​ທ້ອນເຖິງ​ເນື້ອ​ໃນ​ອັນ​ເລິກ​ເຊິ່ງ​ຂອງ​ຄູ່​ຮ່ວມ​ຊາ​ຕາ​ກຳ​ຈີນ-ລາວ ດ້ວຍ​ການ​ກະ​ທຳ​ຕົວ​ຈິງ. ເຊື່ອ​ວ່າ, ກອງ​ປະ​ຊຸມ​ຄັ້ງ​ນີ້​ຍ່ອມ​ຈະ​ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ​ແລະ​ການ​ຮ່ວມ​ມື​ລະ​ຫວ່າງ​ຈີນ​ກັບ​ບັນ​ດາ​ປະ​ເທດ​ໃນ​ອາ​ຊຽນ​ຕື່​ມ​ອີກ ແລະ ຍົກ​ຄວາມ​ສາ​ມາດ​ຮັບ​ມື​ກັບ​ເຫດ​ການ​​ສຸກ​ເສີນ​ທາງສາ​ທາ​ລະ​ນະ​ສຸກ​ຂອງ​ພາກ​ພື້ນ​ໃຫ້​ສູງ​ຂຶ້ນ.

ທ່ານ​ວາງ​ຢີ້​ກ່າວ​ຕື່ມ​ວ່າ, ພົນ​ລະ​ເມືອງ​ລາວ​​​ຍຶດ​ໝັ້ນສືບ​ຕໍ່ດຳ​ລົງ​ຊີ​ວິດ​ຢູ່​ຈີນ ເປັນ​ການ​ກະ​ທຳ​ທີ່​ໄວ້​ເນື້ອ​ເຊື່ອ​ໃຈ​ຕໍ່​ຝ່າຍ​ຈີນ, ຂໍ​ໃຫ້​ຝ່າຍ​ລາວ​ຈົ່ງ​ໄວ້​ວາງ​ໃຈ ແລະ ເຊື່ອ​ໝັ້ນ, ພວກ​ເຮົາ​ຈະ​ເບິ່ງ​ແຍງ​ດູ​ແລ​ອ້າຍ​ເອື້ອຍ​ນ້ອງ​ປະ​ຊາ​ຊົນ​ລາວ​ທີ່​ຢູ່​ຈີນ​ປານ​ອ້າຍ​ເອື້ອຍ​ນ້ອງຮ່ວມ​ອຸ​ທອນ​ດຽວ​ກັນ​ຂອງ​ຕົນ.

ຄຳ​ເຫັນ

0