尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຊາວຕ່າງປະເທດທີ່ຖືກບົ່ງມະຕິເປັນພະຍາດອັກເສບປອດສາຍພັນໃໝ່ຢູ່ຈີນມີ 29 ຄົນ ໃນນັ້ນຜູ້ໄດ້ຮັບການປິ່ນປົວຫາຍຂາດແລະອອກໂຮງໝໍແລ້ວ 18 ຄົນ

2020-02-21 18:30:31 cri

ວັນທີ 20 ກຸມພານີ້, ທ່ານ ຕີ່ງຊ້ຽງຢາງ ສະມາຊິກໃນໜ່ວຍຮັບຜິດຊອບຊີ້ນຳສູນກາງຈີນ,ຮອງຫົວໜ້າຄະນະເລຂາຂອງລັດຖະບານຈີນໄດ້ໃຫ້ຮູ້ຢູ່ນະຄອນອູຮ້ານວ່າ: ມາຮອດເວລາ 18 ໂມງຂອງວັນທີ 19 ກຸມພານີ້, ຊາວຕ່າງປະເທດທີ່ຖືກບົ່ງມະຕິເປັນພະຍາດອັກເສບປອດຈາກໄວຣັສໂຄໂຣນາສາຍພັນໃໝ່ຢູ່ຈີນໄດ້ມີຈຳນວນ 29 ຄົນ, ໃນນັ້ນ, ຜູ້ທີ່ໄດ້ຮັບການປິ່ນປົວຫາຍຂາດແລະອອກໂຮງໝໍແລ້ວມີຈຳນວນ 18 ຄົນ.
 

ທ່ານ ຕີ່ງຊ້ຽງຢາງ ກ່າວວ່າ: ກ່ຽວກັບເລື່ອງທີ່ຊາວຕ່າງປະເທດຖືກບົ່ງມະຕິຫຼືສົງໄສເປັນພະຍາດອັກເສບປອດສາຍພັນໃໝ່ຢູ່ຈີນ,ຈີນໄດ້ລາຍງານສະພາບຜູ້ເປັນພະຍາດກໍຄືສະພາບທີ່ກ່ຽວຂ້ອງກັບຜູ້ກ່ຽວຕໍ່ສະຖານທູດແລະສະຖານກົງສຸນຂອງປະເທດບຸກຄົນເຫຼົ່ານັ້ນປະຈຳຈີນຕາມກົດໝາຍແລະກົດລະບຽບທີ່ກ່ຽວຂ້ອງບົນພື້ນຖານເຄົາລົບຄວາມ ປາຖະໜາຂອງຜູ້ກ່ຽວ.
 

ທ່ານ ຕີ່ງຊ້ຽງຢາາງ ຊີ້ໃຫ້ເຫັນວ່າ: ລັດຖະບານຈີນເອົາໃຈໃສ່ໃນລະດັບສູງຕໍ່ຊີວິດແລະຄວາມປອດໄພຂອງຊາວຕ່າງປະເທດຢູ່ຈີນ,ປະຕິບັດຕໍ່ຊາວຕ່າງປະເທດທີ່ຖືກບົ່ງມະຕິເປັນພະຍາດອັກເສບປອດສາຍພັນໃໝ່ຢູ່ຈີນຢ່າງສະເໝີພາບ,ແລະໄດ້ດຳເນີນການປິ່ນປົວແລະກອບກູ້ຊີວິດຢ່າງທັນການແລະມີປະສິດທິຜົນ.

ຄຳ​ເຫັນ

0