ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ວັນທີ 21 ກຸມພານີ້ຕາມເວລາທ້ອງຖິ່ນ, ທ່ານ ເຕໂດຣສ ອັດຮາໂນມ ເກເບຣເຢຊຸສ ຜູ້ອຳນວຍການໃຫຍ່ອົງການອະນາໄມໂລກຫຼື WHO ໄດ້ກ່າວໃນກອງປະຊຸມຖະແຫຼງຂ່າວທີ່ຈັດຂຶ້ນຢູ່ນະຄອນເຊີແນວຂອງສະວິສ ໂດຍໄດ້ສະໜັບສະໜູນຕໍ່ການປັບມາດຖານຂອງຈີນໃນການເກັບກຳຂໍ້ມູນຜູ້ຖືກບົ່ງມະຕິເປັນພະຍາດອັກເສບປອດຈາກໄວຣັສໂຄໂຣນາສາຍພັນໃໝ່ຄືໄດ້ຍົກເລີກກໍລະນີທີ່ບົ່ງມະຕິເປັນພິເສດຢູ່ແຂວງຫູເປີຍ,ແຕ່ຍັງຮັກສາຂໍ້ມູນຜູ້ຖືກບົ່ງມະຕິຫຼືຜູ້ຖືກສົງໄສເປັນພະຍາດອັກເສບປອດສາຍພັນໃໝ່.
ທ່ານ ເຕໂດຣສ ອັດຮາໂນມ ເກເບຣເຢຊຸສ ກ່າວວ່າ: ປັດຈຸບັນ,ໜ່ວຍຜູ້ຊ່ຽວຊານຂອງອົງການຕົນພວມດຳເນີນວຽກງານຢູ່ນະຄອນຫຼວງປັກກິ່ງ,ແຂວງເສສວນແລະແຂວງກວາງຕຸ້ງຂອງຈີນ,ແລະຈະເດີນທາງໄປກວດກາຢູ່ນະຄອນອູຮັ້ນໃນວັນທີ 22 ກຸມພານີ້.
ເພື່ອປະສານສົມທົບວຽກງານປ້ອງກັນແລະຄວບຄຸມເຊື້ອພະຍາດຂອງໂລກໃຫ້ໄດ້ດີກວ່າເກົ່າ,ທ່ານ ເຕໂດຣສ ອັດຮາໂນມ ເກເບຣເຢຊຸສ ປະກາດວ່າ,ອົງການຕົນຈະແຕ່ງຕັ້ງທູດພິເສດກ່ຽວກັບບັນຫາເຊື້ອພະຍາດອັກເສບປອດສາຍພັນໃໝ່ 6 ທ່ານເພື່ອໃຫ້ຂໍ້ສະເໜີທາງຍຸດທະສາດໃນຂອບເຂດທົ່ວໂລກ. ທ່ານກ່າວເນັ້ນວ່າ: ປັດຈຸບັນ, ໄລຍະເວລາຂອງການຄວບຄຸມການແຜ່ລະບາດຂອງເຊື້ອພະຍາດໃນຂອບເຂດທົ່ວໂລກພວມຫຼຸດລົງ,ທ່ານໄດ້ຮຽກຮ້ອງໃຫ້ບັນດາປະເທດໃນໂລກຄວນໃຊ້ມາດຕະການເພື່ອສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດ.
ຄຳເຫັນ
0