尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ການພົວພັນລະຫວ່າງຈີນ-ອາຊຽນຈະກ້າວຂຶ້ນສູ່ລະດັບໃໝ່ໃນການຮ່ວມມືກັນຕ້ານກັບເຊື້ອພະຍາດ

2020-02-22 18:04:31 cri

ວັນທີ 20 ກຸມພານີ້, ກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດຈີນ-ອາຊຽນສະໄໝພິເສດກ່ຽວກັບບັນຫາພະຍາດອັກເສບປອດຈາກໄວຣັສໂຄໂຣນາສາຍພັນໃໝ່ໄດ້ຈັດຂຶ້ນຢູ່ນະຄອນຫຼວງວຽງຈັນແຫ່ງ ສປປ ລາວ.
 

ທ່ານ ເກີງສວງ ໂຄສົກກະຊວງການຕ່າງປະເທດຈີນໄດ້ກ່າວໃນວັນທີ 21 ກຸມພານີ້ວ່າ: ນີ້ແມ່ນກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດຫຼາຍຝ່າຍຄັ້ງທຳອິດທີ່ສຸມໃສ່ຄວາມປອດໄພດ້ານສາທາລະນະສຸກລະຫວ່າງບັນດາປະເທດໃນພາກພື້ນ ເຊິ່ງມີຄວາມໝາຍສຳຄັນເປັນພິເສດ. ກອງປະຊຸມໄດ້ປະສົບຜົນສຳເລັດຫຼາຍ,ໄດ້ຮັບໝາກຜົນຢ່າງຕັ້ງໜ້າ,ໄດ້ອອກ “ຖະແຫຼງການຮ່ວມຂອງກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດຈີນ-ອາຊຽນສະໄໝພິເສດກ່ຽວກັບບັນຫາພະຍາດອັກເສບປອດຈາກໄວຣັສໂຄໂຣນາສາຍພັນໃໝ່”.ຈີນເຊື່ອໝັ້ນວ່າ:ການພົວພັນລະຫວ່າງຈີນ-ອາຊຽນຈະກ້າວຂຶ້ນສູ່ລະດັບໃໝ່ໃນການຮ່ວມມືກັນຕ້ານກັບເຊື້ອພະຍາດ,ການສ້າງປະຊາຄົມຮ່ວມຊາຕາກຳລະຫວ່າງຈີນ-ອາຊຽນກໍ່ຈະໄດ້ຮັບການຊຸກຍູ້ຢ່າງໜັກແໜ້ນກວ່າເກົ່າຫຼັງຜ່ານເຫດການຄັ້ງນີ້.

ຄຳ​ເຫັນ

0