蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຢ່າ​ເຊື່ອ​ຂ່າວ​ລື ແລະ ​ຄວນ​ກຳ​ແໜ້ນ​ໂອ​ກາດ​ເພື່ອ​ຕ້ານ​ກັບ​ເຊື້ອ​ພະ​ຍາດ

2020-02-22 10:09:42 CRI

ວັນ​ທີ 20 ກຸມ​ພາ​ນີ້ຕາມ​ເວ​ລາ​ທ້ອງ​ຖິ່ນ, ຢູ່​ນະ​ຄອນ​ເຊີ​ແນວ​ປະ​ເທດ​ສະ​ວິ​ສ, ທ່ານ​ເຕ​ໂດ​ຣ​ສ ອັດ​ຮາ​ນົມ ເກ​ເບ​ຣ​ເຢ​ຊູ​ສ ຜູ້​ອຳ​ນວຍ​ການ​ໃຫຍ່​ອົງ​ການ​ອະ​ນາ​ໄມ​ໂລກ ຫຼື WHO ກ່າວ​ເຕືອນ​ວ່າ, ຢ່າ​ຄາດ​ເດົາ ຫຼື​ປ່ອຍ​ຂ່າວ​ລື​ກ່ຽວ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ຢ່າງ​ຊັກ​ຊາຍ; ໜ່ວຍ​ຊ່ຽວ​ຊານ​ສາ​ກົນ​ພວມ​ເຮັດ​ວຽກ​ຢູ່​ປະ​ເທດຈີນ, ໄດ້​ຮ່ວມ​ກັນ​ກັບ​ທີມ​ງານ​ຊ່ຽວ​ຊານ​ຈີນ ເພື່ອ​ຄົ້ນ​ຄວ້າ​ຊ່ອງ​ທາງ​ຕ້ານ​ກັບ​ເຊື້ອ​ພະ​ຍາດ​ຢ່າງ​ບັງ​ເກີດ​ຜົນ.

ທ່ານ​ເຕ​ໂດ​ຣ​ສ ອັດ​ຮາ​ນົມ ເກ​ເບ​ຣ​ເຢ​ຊູ​ສ ໄດ້​ກ່າວ​ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ທີ່​ອົງ​ການ​ອະ​ນາ​ໄມ​ໂລກ​ຈັດ​ຂຶ້ນ​ໃນ​ມື້​ດຽວ​ກັນ​ວ່າ, ປັດ​ຈຸ​ບັນ​ນີ້, ມີ​ຂ່າວ​ປອມ ແລະ ມີ​ຜູ້​ທີ່​ມີ​ເຈດ​ຕະ​ນາ​ບໍ່​ດີຫຼາຍ, ພວກ​ເຮົາ​ຕ້ອງ​ລະ​ວັງ​ທີ່​ສຸດ, ຢ່າ​ເຊື່ອ​ຂ່​າວ​ລື ທີ່​ບໍ່​ໄດ້​ຮັບ​ການ​ພິ​ສູດຈາກວິ​ທະ​ຍາ​ສາດ. ໜ່ວຍ​ຊ່ຽວ​ຊານ​ສາ​ກົນ​ທີ່​ນຳ​ພາ​ໂດຍ​ອົງ​ການ​ອະ​ນາ​ໄມ​ໂລກ​ພວມ​ເຮັດ​ວຽກ​ກັບ​ທີ່​ຢູ່​ຈີນ, ເຂົາ​ເຈົ້າ​ໄດ້​ຮ່ວມ​ກັນ​ກັບ​​ເພື່ອນ​ຮ່ວມ​ງານ​ຝ່າຍ​ຈີນ​ຄົ້ນ​ຄວ້າ​ສະ​ພາບ​ການ​ຈຳ​ນວນ​ໜຶ່ງ​ທີ່​ພວກ​ເຮົາ​ບໍ່​ເຂົ້າ​ໃຈ ເຊິ່ງ​ລວມ​ທັງ​ຄວາມ​ສາ​ມາດ​ຕິດ​ຕໍ່​ຂອງ​ເຊື້ອ​ພະ​ຍາດ ແລະ ບົດ​ບາດ​ຂອງ​ມາດ​ຕະ​ການ​ທີ່​ຈີນ​ນຳ​ໃຊ້.

ທ່ານ​ກ່າວ​ຕື່ມ​ວ່າ, ຈີນ​ຕັ້ງ​ໜ້າ​ເອົາ​ໃຈ​ໃສ່​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ຈາກ​ຕົ້ນ​ກຳ​ເນີດ, ໄດ້​ໃຫ້​ໂອ​ກາດ​ແກ່​ພາກ​ພື້ນ​ອື່ນໆ​ຂອງ​ໂລກ​ໃຫ້​ມີ​ເວ​ລາ​ໃນ​ການ​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ, ປະ​ເທດ​ຕ່າງໆ​ຄວນ​ກຳ​ແໜ້ນ​ໂອ​ກາດ​ຄັ້ງ​ນີ້​ໃຫ້​ດີ ເພື່ອ​ສະ​ກັດ​ກັ້ນ​ບໍ່​ໃຫ້​ເຊື້ອ​ພະ​ຍາດ​ແຜ່​ລະ​ບາດກວ້າງ​ອອກ​ຕື່ມ​ອີກ. ສະ​ກັດ​ກັ້ນ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໃນ​ໄລ​ຍະ​ທີ່​ເຮົາ​ຍັງ​ສາ​ມາດ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໄດ້. ຖ້າ​ພວກ​ເຮົາ​ບໍ່​ຮັບ​ມື​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ຢ່າງ​ເດັດ​ດ່ຽວໃນ​ໄລ​ຍະ​ນີ້, ພວກ​ເຮົາ​ອາດ​ຈະ​ຜະ​ເຊີນ​ກັບ​ບັນ​ຫາ​ທີ່​ໜັກ​ໜ່ວງກວ່າ​ເກົ່າ.

ຄຳ​ເຫັນ

0