尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ ເຕໂດໂຣ ລອກຊິນ ຍ້ອງຍໍຕໍ່ຄວາມພະຍາຍາມຂອງຈີນໃນການຄວບຄຸມເຊື້ອພະຍາດແລະເນັ້ນໃຫ້ກ່າວປະນາມຕໍ່ຜູ້ໂຄສະນາຂ່າວບິດເບືອນຄວາມຈິງ

2020-02-22 18:06:12 cri

ຫວ່າງກ່ອນນີ້ບໍ່ດົນ,ກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດຈີນ-ອາຊຽນສະໄໝພິເສດກ່ຽວກັບບັນຫາພະຍາດອັກເສບປອດຈາກໄວຣັສໂຄໂຣນາສາຍພັນໃໝ່ໄດ້ຈັດຂຶ້ນຢູ່ນະຄອນຫຼວງວຽງຈັນແຫ່ງ ສປປ ລາວ, ທ່ານ ຫວາງຢີ້ ທີ່ປຶກສາແຫ່ງລັດທັງເປັນລັດຖະມົນຕີກະຊວງການຕ່າງປະເທດຈີນໄດ້ກ່າວປາໄສໂດຍໄດ້ແນະນຳໃຫ້ຮູ້ເຖິງມາດຕະການທີ່ເຂັ້ມແຂງຂອງຈີນໃນການຕ້ານກັບເຊື້ອພະຍາດຢ່າງລະອຽດ.
 

ທ່ານ ເຕໂດໂຣ ລອກຊິນ ລັດຖະມົນຕີກະຊວງການຕ່າງປະເທດຟີລິບປິນໄດ້ຂຽນຂໍ້ຄວາມລົງ twitter ໃນວັນທີ 21 ກຸມພານີ້ໂດຍໄດ້ຍ້ອງຍໍຕໍ່ກອງປະຊຸມສະໄໝພິເສດຄັ້ງນີ້ວ່າເປັນສິ່ງກະຕຸກຊຸກຍູ້ບົນພື້ນຖານວິທະຍາສາດແລະຄວາມເປັນຈິງ. ໃນຂະນະດຽວກັນທ່ານກໍ່ໄດ້ກ່າວປະນາມລັດຖະບານແລະບຸກຄົນທີ່ໂຄສະນາຂ່າວບິດເບືອນຄວາມຈິງວ່າ:“ເຂົາເຈົ້າຄວນຮູ້ສຶກອັບອາຍຂາຍໜ້າຕໍ່ຖ້ອຍຄວາມຂອງຕົນເອງທີ່ໄດ້ເອົາໄພຂົ່ມຂູ່ທີ່ມວນມະນຸດພວມປະເຊີນຢູ່ມາເປັນເຄື່ອງມືຍຸດທະສາດດ້ານການເມືອງພູມີພາກ.”
 

ທ່ານ ລອກຊິນ ຍັງໄດ້ອ້າງອີງຕາມເນື້ອໃນຂ່າວທີ່ລາຍງານຈາກວາລະສານທາມລາຍສັບປະດາຂອງອາເມຣິກາມາຂຽນວ່າ:ທົ່ວໂລກສາມາດມີການເລີ່ມຕົ້ນທີ່ດີໃນດ້ານການປ້ອງກັນແລະຄວບຄຸມເຊື້ອພະຍາດ,ຍ້ອນວົງການວິທະຍາສາດຈີນມີຕາໜ່າງຄວບຄຸມເຊື້ອພະຍາດທີ່ເຂັ້ມແຂງແລະມີປະສົບການດ້ານການຮັບມືກັບເຊື້ອພະຍາດ SARS ມາກ່ອນ. ນັກວິທະຍາສາດຈີນຈຶ່ງໄດ້ແຍກເຊື້ອພະຍາດພາຍໃນບໍ່ເທົ່າໃດອາທິດພ້ອມທັງໄດ້ດຳເນີນການຊອກຫາລຳດັບແຊນຂອງເຊື້ອຈຸລະໂລກ,ທັງຊົມໃຊ້ຕົວເລກຂໍ້ມູນຮ່ວມກັນກັບປະຊາຄົມໂລກ,ເຊິ່ງໄດ້ເຮັດໃຫ້ການເຄື່ອນໄຫວຂອງໂລກໃນການຮັບມືກັບເຊື້ອພະຍາດອັກເສບປອດສາຍພັນໃໝ່ເລັ່ງລັດໄວຂຶ້ນ.

ຄຳ​ເຫັນ

0