尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທະນາຄານ Wells Fargo ເຫັນດີຈ່າຍຄ່າໄກ່ເກ່ຍ 3 ຕື້ໂດລາສະຫະລັດໃນຂໍ້ຫາເຮັດບັນຊີທະນາຄານປອມ

2020-02-23 17:08:31 cri

ວັນທີ 21 ກຸມພານີ້ຕາມເວລາທ້ອງຖິ່ນ, ກະຊວງຍຸດຕິທຳອາເມຣິກາໄດ້ປະກາດວ່າ: ທະນາຄານ Wells  Fargo ໄດ້ເຫັນດີຈ່າຍຄ່າໄກ່ເກ່ຍເປັນເງິນ 3 ຕື້ໂດລາສະຫະລັດເພື່ອແກ້ໄຂຄຳຮ້ອງຟ້ອງທາງອາຍາແລະແພ່ງທີ່ຕົນປະເຊີນຢູ່. ທະນາຄານ Wells  Fargo ມີສໍານັກງານໃຫຍ່ຕັ້ງຢູ່ຊານຟຣານຊິສໂກຂອງອາເມຣິກາໄດ້ຖືກຮ້ອງຟ້ອງໃນຂໍ້ຫາສ້າງບັນຊີທະນາຄານປອມຈຳນວນຫຼວງຫຼາຍດ້ວຍຂໍ້ມູນຈາກລູກຄ້າເພື່ອສະແຫວງຫາຜົນປະໂຫຍດເປັນເວລາ 14​ ປີ.
 

ຂ່າວ CNN ຂອງອາເມຣິກາລາຍງານວ່າ: ທະນາຄານ Wells  Fargo ໄດ້ສາລະພາບໃນສັນຍາວ່າ: ຜູ້ບໍລິຫານລະດັບສູງຂອງທະນາຄານຕົນໄດ້ພົບເຫັນການກະທຳທີ່ຜິດກົດໝາຍເຫຼົ່ານີ້ໃນປີ 2002. ແຕ່ວ່າ,ເຂົາເຈົ້າໄດ້ປະຕິເສດອີກແລ້ວອີກຕື່ມໂດຍບໍ່ຍອມຮັບຕໍ່ການກະທຳທີ່ຜິດກົດໝາຍເຫຼົ່ານີ້ກໍເພື່ອເປົ້າໝາຍການໃຫ້ບໍລິການທີ່ບໍ່ສອດຄ່ອງກັບຄວາມເປັນຈິງຂອງທະນາຄານດັ່ງກ່າວ.
 

ທ່ານ ນິກ ຮານນາຮ໌ ເຈົ້າໜ້າທີ່ໄອຍະການຢູ່ພາກກາງຂອງລັດກາລີຟໍເນຍຂອງອາເມຣິກາກ່າວວ່າ: “ຄະດີດັ່ງກ່າວໄດ້ສະແດງໃຫ້ເຫັນເຖິງຂໍ້ບົກຜ່ອງໃນຫຼາຍດ້ານໃນການຄຸ້ມຄອງທະນາຄານ.”

ຄຳ​ເຫັນ

0