黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ໂຮງ​ຮຽນ​ຊັ້ນ​ສູງ​ສາມ​ແຫ່ງ​ຂອງ​ປາ​ເລັ​ສ​ຕິນ​ເຊັນ​ສັນ​ຍາ​ຮ່ວມ​ມື​ດ້ານ​ການ​ສອນ​ພາ​ສາ​ຈີນ

2020-02-23 10:26:51 cri

ວັນ​ທີ 22 ກຸມ​ພາ​ນີ້, ມະ​ຫາ​ວິ​ທະ​ຍາ​ໄລ​ອາ​ຄຸ​ສ, ມະ​ຫາວິ​ທະ​ຍາ​ໄລ​ເບຍ​ເຈັດແລະ​ມະ​ຫາ​ວິ​ທະ​ຍາ​ໄລອາ​ຄຸ​ສ ໂອ​ເປີນ​ຂອງ​ປາ​ເລັ​ສ​ຕິນ​ໄດ້​ເຊັນ​ສັນ​ຍາ​ຮ່ວມ​ມື​ການ​ສິດ​ສອນ​ພາ​ສາ​ຈີນ, ເພື່ອ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ແລະ​ຮ່ວມ​ມື​ລະ​ຫວ່າງ​ໂຮງ​ຮຽນ​ຊັ້ນ​ສູງ​ສາມ​ແຫ່ງ​ດັ່ງ​ກ່າວ​ໃນ​ຂົງ​ເຂດ​ການ​ສອນ​ພາ​ສາ​ຈີນ.

ຕາມ​ສັນ​ຍາ​ດັ່ງ​ກ່າວ, ສະ​ຖາ​ບັນ​ຂົງ​ຈື້​ຂອງ​ມະ​ຫາ​ວິ​ທະ​ຍາ​ໄລອາ​ຄຸ​ສ ຈະ​ສົ່ງ​ອາ​ຈານ​ສອນ​ພາ​ສາ​ຈີນ​ໄປ​ມະ​ຫາວິ​ທະ​ຍາ​ໄລ​ເບຍ​ເຈັດແລະ​ມະ​ຫາ​ວິ​ທະ​ຍາ​ໄລອາ​ຄຸ​ສ ໂອ​ເປີນ, ແລະ​ຈະ​ສະ​ໜອງ​ຕຳ​ລາ​ສອນ​ຕົ້ນສະ​ບັບ​, ບົດ​ຮຽນ​ແລະ​ຂໍ້​ມູນ​ການ​ສຶກ​ສາ​ອື່ນໆ​ແລະ​ການ​​ສອບ​ເສັງາ​ລະ​ດັບ​ພາ​ສາ​ຈີນ​ຢ່າງ​ເປັນ​ທາງ​ການໃຫ້​ແກ່​ນັກ​ສຶກ​ສາ​ທີ່​ຮຽນ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ​ສອງ​ແຫ່ງ​ດັ່ງ​ກ່າວ. ນອກ​ນີ້, ສະ​ຖາ​ບັນ​ຂົງ​ຈື້​ຂອງ​ມະ​ຫາ​ວິ​ທະ​ຍາ​ໄລອາ​ຄຸ​ສ ຍັງ​ຈະ​ປະ​ເມີນ​ຄຸນ​ນະ​ພາ​ບ​ການ​ສຶກ​ສາ​ພາ​ສາ​ຈີນ​ຂອງ​ສອງ​ໂຮງ​ຮຽນ​ດັ່ງ​ກ່າວ.

ທ່ານ​ໂກ່ວ​ເຫວີຍ ຫົວ​ໜ້າ​ສຳ​ນັກ​ງານ​ຈີນ​ປະ​ຈຳ​ປ​າ​ເລັ​ສ​ຕິນ​ກ່າວ​ໃນ​ພິ​ທີ​ເຊັນ​ສັນ​ຍາ​ວ່າ: ດີ​ໃຈ​ຫຼາຍທີ່​ໄດ້​ເຫັນ​ການ​ສອນ​ພາ​ສາ​ຈີນ​​ທີ່​ເລີ່ມ​ຈາກ​ມະ​ຫາ​ວິ​ທະ​ຍາ​ໄລອາ​ຄຸ​ສ ເຊິ່ງ​ເປັນ​ມະ​ຫາ​ວິ​ທະ​ຍາ​ໄລ​ທີ່​ມີ​ຊື່​ສຽງ​ຂອງ​ປາ​ເລັ​ສ​ຕິນ​​ແລ້ວ​ໄດ້ແຜ່​ຂະ​ຍາຍ​ໄປ​ສູ່​ໂຮງ​ຮຽນ​ຊັ້ນ​ສູງ​ອື່ນໆ, ຫວັງ​ວ່າ​ການ​ສອນ​ພາ​ສາ​ຈີນ​ຈະ​ສາ​ມາດ​ແຜ່​ຂະ​ຫຍາຍ​ໄປ​ຮອດ​ເຂດ​ອື່ນໆ​ຂອງ​ປາ​ເລັ​ສ​ຕິນ​ໃນ​ອະ​ນາ​ຄົດ.

ຄຳ​ເຫັນ

0