尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ການຮ່ວມມືກັນຕ້ານກັບເຊື້ອພະຍາດລະຫວ່າງຈີນ-ອາຊຽນເປັນແບບຢ່າງຕໍ່ທົ່ວໂລກ

2020-02-23 13:36:05 cri

ວັນທີ 21 ກຸມພານີ້, ຢູ່ນະຄອນຫຼວງຈາກາຕາປະເທດອິນໂດເນເຊຍ, ທ່ານ ເຕີ້ງຊີ່ຈຸ່ນ ເອກອັກຄະລັດຖະທູດຈີນປະຈຳອາຊຽນໄດ້ກ່າວໃນກອງປະຊຸມຖະແຫຼງຂ່າວວ່າ: ກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດສະໄໝພິເສດຈີນ-ອາຊຽນກ່ຽວກັບບັນຫາພະຍາດອັກເສບປອດຈາກໄວຣັສໂຄໂຣນາສາຍພັນໃໝ່ໄດ້ຈັດຂຶ້ນຢ່າງປະສົບຜົນສຳເລັດ ເຊິ່ງໄດ້ສະແດງໃຫ້ເຫັນ​ເຖິງມິດຕະພາບຖານບ້ານໃກ້ເຮືອນຄຽງ ແລະຖານອ້າຍນ້ອງກັນທີ່ຮ່ວມທຸກຮ່ວມສຸກແລະຊ່ວຍເຫຼືອກັນລະຫວ່າງສອງຝ່າຍ, ເປັນແບບຢ່າງຕໍ່ໂລກໃນການຮ່ວມມືກັນຮັບມືກັບສະພາບເຊື້ອພະຍາດ.
 

ທ່ານ ເຕີ້ງຊີ່ຈຸ່ນ ກ່າວວ່າ: ຫວ່າງມໍ່ໆມານີ້, ອາຊຽນໄດ້ອອກຖະແຫຼງການປະທານກ່ຽວກັບການຮ່ວມກັນຮັບມືກັບບັນຫາພະຍາດອັກເສບປອດຈາກໄວຣັສໂຄໂຣນາສາຍພັນໃໝ່ ໂດຍໄດ້ກ່າວເຖິງການສະໜັບສະໜູນຢ່າງເດັດດ່ຽວໜຽວແໜ້ນຕໍ່ລັດຖະບານແລະປະຊາຊົນຈີນໃນການຕໍ່ສູ້ຕ້ານກັບເຊື້ອພະຍາດ. ຕໍ່ກັບມິດຕະພາບອັນເລິກເຊິ່ງຈາກລັດຖະບານແລະປະຊາຊົນປະເທດອາຊຽນຕໍ່ຈີນ, ພວກຂ້າພະເຈົ້າຮູ້ສຶກມີຄວາມອົບອຸນຫຼາຍ, ຈະຈື່ຈຳໃນໃຈຕະຫຼອດ.
 

ທ່ານ ເຕີ້ງຊີ່ຈຸ່ນ ກ່າວຕື່ມວ່າ: ຈີນເປັນຄູ່ຮ່ວມການຄ້າທີ່ໃຫຍ່ອັນດັບ 1 ຂອງອາຊຽນ, ກໍ່ເປັນຝ່າຍລົງທຶນແລະ​ເປັນ​ຕະຫຼາດນັກທ່ອງທ່ຽວທີ່ສຳຄັນ​ໃນ​ພາກ​ພື້ນນີ້. ເຊື່ອວ່າຄຽງຄູ່ກັບເຊື້ອພະຍາດໄດ້ຖືກຄວບຄຸມແລະແກ້ໄຂໃນທີ່ສຸດ, ການຜະລິດແລະຊີວິດການເປັນຢູ່ທັງໝົດຈະຟື້ນຟູຄືນສູ່ສະພາບປົກກະຕິຄືນໃໝ່, ການແລກປ່ຽນແລະການເຄື່ອນໄຫວດ້ານເສດຖະກິດລະຫວ່າງຈີນ-ອາຊຽນກໍຈະຟື້ນຟູຄວາມ​ເປັນປົກກະຕິ​ເທື່ອລະກ້າວ.

ຄຳ​ເຫັນ

0