尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

IMF ເຫັນວ່າ: ຜົນກະທົບຈາກເຊື້ອພະຍາດທີ່ມີຕໍ່ເສດຖະກິດໂລກມີໜ້ອຍແລະເປັນໄລຍະສັ້ນ

2020-02-23 17:07:15 cri

ວັນທີ 22​ ກຸມພານີ້ຕາມເວລາທ້ອງຖິ່ນ, ທ່ານນາງ ຄຣິສຕາລີນາ ຈໍເຈຍວາ ຜູ້ອຳນວຍການໃຫຍ່ອົງການກອງທຶນເງິນຕາສາກົນຫຼື IMF ໄດ້ອອກຖະແຫຼງການໃນກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດແລະຜູ້ວ່າການທະນາຄານກາງກຸ່ມ 20 ປະເທດຫຼື G20ທີ່ຈັດຂຶ້ນຢູ່ລີຢັດປະເທດຊາອຸດິດ ອາຣັບບີໂດຍກ່າວວ່າ: ນັບແຕ່ໄດ້ປະສົບກັບການແຜ່ລະບາດຂອງເຊື້ອພະຍາດເປັນຕົ້ນມາ,ລັດຖະບານຈີນພວມຫຼຸດຜົນກະທົບຈາກເຊື້ອພະຍາດທີ່ມີຕໍ່ສດຖະກິດໂດຍຜ່ານວິທີການຕ່າງໆເຊັ່ນ: ມາດຕະການຄຸ້ມຄອງວິກິດການ,ການສະໜອງລັກສະນະເຄື່ອນທີ່,ມາດຕະການການເງິນແລະການສະໜັບສະໜູນດ້ານສິນເຊື່ອ. IMF ໄດ້ສະແດງການສະໜັບສະໜູນຕໍ່ມາດຕະການແລະນະໂຍບາຍເຫຼົ່ານີ້.
 

ທ່ານນາງ ຄຣິສຕາລີນາ ຈໍເຈຍວາ ກ່າວວ່າ: ອີງຕາມສະພາບພື້ນຖານໃນປັດຈຸບັນ,ນະໂຍບາຍທີ່ໄດ້ປະກາດໄປແລ້ວນັ້ນລ້ວນແຕ່ໄດ້ຮັບການປະຕິບັດ,ເສດຖະກິດຈີນຈະຟື້ນໂຕຄືນເປັນປົກກະຕິໃນໄຕມາດທີສອງ. ສະນັ້ນ,ຜົນກະທົບຈາກເຊື້ອພະຍາດຕໍ່ເສດຖະກິດໂລກຈະມີໜ້ອຍແລະເປັນໄລຍະສັ້ນ.ຕາມການຄາດຄະເນ,ຈັງຫວະການເຕີບໂຕຂອງເສດຖະກິດຈີນໃນປີ 2020 ຈະບັນລຸເຖິງ 5,6%,ປັບລົງ 0,4% ເມື່ອທຽບກັບຄາດໝາຍໃນ “ບົດລາຍງານວິໄສທັດເສດຖະກິດໂລກ”ຂອງ IMF ສະບັບໃໝ່ທີ່ໄດ້ເປີດເຜີຍໃນເດືອນມັງກອນປີນີ້,ສ່ວນຈັງຫວະການເຕີບໂຕຂອງເສດຖະກິດໂລກໄດ້ປັບລົງ 0,1% ເຫຼືອ 3,2%.

ຄຳ​ເຫັນ

0