蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ໃຊ້​ຢາ​​ແລະ​ແພດ​ແຜນຈີນ​ແ​ລະ ແພດ​ແຜນ​ປັດ​ຈຸ​ບັນປະ​ສົມ​ກັນ​ປິ່ນ​ປົວ​ພະ​ຍາດ​ອັກ​ເສບ​ປອດ​ສາຍ​ພັນ​ໃໝ່​ ​ໄດ້​ຮັບ​ຜົນ​ດີ

2020-02-23 15:04:33 CRI

​ຢາ​​ແລະ​ແພດ​ແຜນ​ຈີນ​ໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດ​ສຳ​ຄັນ ໃນ​ຂະ​ບວນການ​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ອັກ​ເສບ​ປອດ​ຈາກ​ໄວ​ຣັ​ສ​ໂຄ​ໂລ​ນາ​ສາຍ​ພັນ​ໃໝ່​ຄັ້ງ​ນີ້. ຕົວ​ເລກ​ຂໍ້​ມູນ​ທີ່​​ອົງ​ການ​ຄຸ້ມ​ຄອງ​ຢາ​ແລະ​ແພດ​ແຜນ​ຈີນ​ແຫ່​ງ​ຊາດ​ຈີນ​ເປີດ​ເຜີຍ​ສະ​ແດງ​ໃຫ້​ເຫັນ​ວ່າ, ​ຢາ​ແລະ​ແພດ​ແຜນ​ຈີນ​ມີ​ສ່ວນ​ຮ່ວມ​ໃນ​ການ​ປິ່ນ​ປົວຜູ້​ເປັນ​ພະ​ຍາດ​ອັກ​ເສບ​ປອດ​ສາຍ​ພັນ​ໃໝ່ໄດ້ຫຼາຍກວ່າ 6 ໝື່ນ​​ກໍ​ລະ​ນີ​ແລ້ວ.

ຂ່າວ​ແຈ້ງວ່າ, ການ​ຄົ້ນ​ຄວ້າ​ໃນ​ການ​ປິ່ນ​ປົວ​ທີ່​ດຳ​ເນີນ​ຢູ່​ນະ​ຄອນ​ອູ​ຮັ້ນ​ສະ​ແດງ​ໃຫ້​ເຫັນ​ວ່າ, ຖ້າ​ໃຊ້​ຢາ​​ແລະ​ແພດ​ແຜນຈີນ​ ແລະ ​ແພດ​ແຜນ​ປັດ​ຈຸ​ບັນປະ​ສົມ​ກັນ​ປິ່ນ​ປົວ​ຜູ້​ມີອາ​ການ​ເບົາ, ອາ​ການ​ກໍ​ຈະຫາຍ​ຂາດ​​ໄວ​ກວ່າ​ໃຊ້​​ພຽງ​ແຕ່​ແພດ​ແຜນ​ປັດ​ຈຸ​ບັນ 2 ວັນ, ອຸ​ນ​ຫະ​ພູມ​ຮ່າງ​ກາຍ​ສາ​ມາດ​ຟື້ນ​ຟູ​ເປັນ​ປົກ​ກະ​ຕິ​ໄວ​ກວ່າ 1,7 ວັນ, ສະ​ເລ່ຍ​ແລ້ວ, ເວ​ລາ​ນອນ​ໂຮງ​ໝໍ​ຫຼຸດໜ້ອຍ​ລົງ 2,2 ວັນ, ອັດ​ຕາ​ປົວ​ໃຫ້​ຫາຍ​ຂາດ​ໄດ້​ສູງ​ຂຶ້ນ 33%, ​​ເຮັດ​ໃຫ້​ຜູ້​ເປັນ​ພະ​ຍາດອາ​ການ​ທຳ​ມະ​ດາ​​ແລ້ວ​ເປັນອາ​ການ​ໜັກ​ນັ້ນໄດ້ຫຼຸດ​ລົງ 27,4%.

ທ່ານຢ​ວີແຢ້ນ​ຫົງ ຮອງ​ຫົວ​ໜ້າ​​ອົງ​ການ​ຄຸ້ມ​ຄອງ​ຢາ​ແລະ​ແພດ​ແຜນ​ຈີນ​ແຫ່ງ​ຊາດ​ຈີນ​ກ່າວ​ວ່າ, ຕໍ່​ໄປ, ພວກ​ເຮົາ​ຈະສືບ​ຕໍ່​ວິ​ທີ​ໃຊ້​ຢາ​ແລະ​ແພດ​ແຜນ​​ຈີນ​ແລະ​​ແພດ​ແຜນ​ປັດ​ຈຸ​ບັນປະ​ສົມ​ກັນ​ໃຫ້​ລະ​ອຽດ​ກວ່າ​ເກົ່າ, ເສີ​ມ​ຂະ​ຫຍາຍ​ບົດ​ບາດ​ຂອງ​​ແພດ​ແຜນ​ທັງ​ສອງ​ຢ່າງ, ຫຼຸດ​ອາ​ການ​ສົນ​ໃຫ້​ໜ້ອຍ​ລົງ, ຫຼຸດ​ອັດ​ຕາ​ການ​ຕາຍ ແລະ ປົກ​ປ້ອງ​ຄວາມ​ປອດ​ໄພ​ດ້ານ​ຊີ​ວິດ ແລະ ສຸ​ຂະ​ພາບ​ທາງ​ຮ່າງ​ກາຍ​ຂອງ​ປະ​ຊາ​ຊົນ.

ຄຳ​ເຫັນ

0