蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກອງ​ປະ​ຊຸມ​ເຈົ້າ​ໜ້າ​ທີ່​ອາ​ວຸ​ໂສ​​​ເອ​ເປັກ​ຄັ້ງ​ທຳ​ອິດ​ໃນ​ປີ 2020 ໄດ້​ສິ້ນ​ສຸດ​ລົງ​ຢູ່​ມາ​ເລ​ເຊຍ

2020-02-23 15:05:32 CRI

ກອງ​ປະ​ຊຸມ​ເຈົ້າ​ໜ້າ​ທີ່​ອາ​ວຸ​ໂສເອ​ເປັກ​ຄັ້ງ​ທຳ​ອິດ​​ສຳ​ລັບ​ປີ 2020 ທີ່​ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວດ​ພຸດ​ຕ​ຣາ​ຈາ​ຢາ​ປະ​ເທດ​ມາ​ເລ​ເຊຍ​ໄດ້​ສິ້ນ​ສຸດ​ລົງ​ແລ້ວ​ໃນ​ວັນ​ທີ 22 ກຸມ​ພາ​ນີ້. ເຈົ້າ​ໜ້າ​ທີ່​ມາ​ເລ​ເຊຍ ປະ​ເທດ​ເຈົ້າ​ພາບ​ຈັດ​ກອງ​ປະ​ຊຸມ​ເອ​ເປັກ​ໃນ​ປີ​ນີ້​ກ່າວ​ວ່າ, ກອງ​ປະ​ຊຸມ​ຄັ້ງ​ນີ້​ໄດ້​ສຸມ​ໃສ່​​ການວາງ​ນະ​ໂຍ​ບາຍ​ໃຫ້​ບັງ​ເກີດ​ຜົນ ເພື່ອ​ສະ​ໜັບ​ສະ​ໜູນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ຂອງ​ພາກ​ພື້ນ​ນີ້.

ເຈົ້າ​ໜ້າ​ທີ່​ກະ​ຊວງ​ອຸດ​ສາ​ຫະ​ກຳ​ການ​ຄ້າ​ມາ​ເລ​ເຊຍ​ກ່າວ​ໃນ​ກອງ​ປະ​ຊຸມ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 22 ກຸມ​ພາ​ນີ້​ວ່າ, ກອງ​ປະ​ຊຸມ​ໄດ້​ປຶກ​ສາ​ຫາ​ລື​ກັນ​ກ່ຽວ​ກັບ​ຫົວ​ຂໍ້​ຕ່າງໆ ເຊັ່ນ: ໃຫ້​ບັນ​ລຸ​ເປົ້າ​ໝາຍ​ໂບ​ກໍໃນ​ທ້າຍ​ປີ​ນີ້, ວາງວິ​ໄສ​ທັດ​ການ​ຮ່ວມ​ມືຫຼັງ​ປີ 2020 ຂອງ​ເອ​ເປັກ ແລະ ອື່ນໆ, ຜູ້​ເຂົ້າ​ຮ່ວມກ​ອງ​ປະ​ຊຸມ​ໄດ້​ສະ​ແດງ​ຄວາມ​ເພິ່ງ​ພໍ​ໃຈ​ຕໍ່​ຄວາມ​ຄືບ​ໜ້າ​ທີ່​ໄດ້​ຮັບ​ໃນ​ໄລ​ຍະ​ປັດ​ຈຸ​ບັນ.

ເປົ້າ​ໝາຍ​​ໂບ​ກໍໄດ້​ສະ​ເໜີ​ອອກ​ມາ​ໃນ​ກອງ​ປະ​ຊຸມ​ເອ​ເປັກ​ທີ່​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ໂບ​ກໍປະ​ເທດ​ອິນ​ໂດ​ເນ​ເຊຍ​ໃນ​ປີ 1994 ເຊິ່ງ​​ເນື້ອ​ໃນ​​ແມ່ນໃຫ້​ກຸ່ມ​ເສດ​ຖ​ະ​ກິດ​ທີ່​ພັດ​ທະ​ນາ​ແລ້ວ​ຫັນ​ການ​ຄ້າ​ແລະ​ການ​ລົງ​ທຶນ​ເປັນ​ແບບ​ເສ​ລີ​ກ່ອນ​ປີ 2010 ແລະ ກຸ່ມ​ເສດ​ຖະ​ກິດ​ພວມ​ພັດ​ທະ​ນາ​ໃຫ້​ບັນ​ລຸ​ເປົ້າ​ໝາຍ​ດັ່ງ​ກ່າວ​ກ່ອນ​ປີ 2020.

ຄຳ​ເຫັນ

0